ໂຄງການທະລຸເສັ້ນທາງ 7,4 ກິໂລແມັດ ຄືບໜ້າແລ້ວ 44,36% ຄິດເປັນມູນຄ່າ 449 ລ້ານກວ່າກີບ
March 12, 2023 - 10:20 AM
ຫ້ອງການ ຖວທ ເມືອງໂພນທອງ ລາຍງານໃຫ້ຮູ້ວ່າ: ວັນທີ 7 ມີນາ 2023 ນີ້ ຄະນະກຳມະການຄຸ້ມຄອງການລົງທຶນຂອງລັດຂັ້ນເມືອງ ໄດ້ລົງຕິດຕາມຄວາມຄືບໜ້າຂອງໂຄງການທະລຸ ເສັ້ນທາງແຕ່ບ້ານນາວັດ ເມືອງໂພນທອງ ແຂວງຫຼວງພະບາງ ຫາ ບ້ານສົບຮຸນ ເມືອງໃໝ່ ແຂວງຜົ້ງສາລີ ໂດຍມີ ທ່ານ ແຕງທອງ ໄຊຍະທິ ຮອງເຈົ້າເມືອງໂພນທອງ ພ້ອມດ້ວຍຄະນະ, ຮ່ວມກັບບໍລິສັດຮັບເໝົາໂຄງການ ເພື່ອກວດກາການຈັດຕັ້ງປະຕິບັດບັນດາໜ້າວຽກທີ່ສຳເລັດແລ້ວ.
ໂຄງການທະລຸເສັ້ນທາງດັ່ງກ່າວ ມີຄວາມຍາວ 7,4 ກິໂລແມັດ, ເປີດກວ້າງຂະຫຍາຍໜ້າທາງ 3,5 ກິໂລແມັດ, ທະລຸທາງໃໝ່ 3,7 ກິໂລແມັດ.
ປັດຈຸບັນ ຄືບໜ້າແລ້ວ 44,36% ຕີລາຄາວຽກທີ່ສຳເລັດຄິດໄລ່ເປັນມູນຄ່າ 449.544.653 ກີບ, ສ່ວນໜ້າວຽກທີ່ເຫຼືອ ແມ່ນບໍລີສັດທີ່ຮັບເໝົາກໍ່ສ້າງຈະເປັນຜູ້ຈັດຕັ້ງປະຕິບັດໃຫ້ສຳເລັດ 100% ແລະ ຈະມີການມອບຮັບຢ່າງເປັນທາງການໃນມໍ່ໆນີ້.