ປີ 2022 ຜ່ານມາມີຄະດີຕ່າງໆທີ່ເກີດຂຶ້ນຕາມເສັ້ນທາງລົດໄຟ 52 ຄະດີ ຕໍ່ໜ້າຈະຈັດເວນຍາມ 24 ຊົ່ວໂມງ


ພັທ ຈັນສະໝຸດ ພົມມະຈັນ ຮອງຫົວໜ້າພະແນກຕໍາຫຼວດລົດໄຟ ຫ້ອງຕໍາຫຼວດ ປກສ ນວ ລາຍງານ ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານວິຊາສະເພາະ ປະຈໍາປີ 2022 ແລະວາງທິດທາງແຜນການວຽກງານປີ 2023 ຂອງພະແນກຕໍາຫຼວດລົດໄຟ ຫ້ອງຕໍາຫຼວດ ປກສ ນວ ວັນທີ 9 ມີນາ 2023 ຜ່ານມານີ້ວ່າ:
ປີ 2022 ມີປາກົດການຫຍໍ້ທໍ້ເກີດຂຶ້ນຕາມແລວເສັ້ນທາງລົດໄຟ 52 ເລື່ອງ, ແກ້ໄຂໄດ້ 22 ເລື່ອງ, ກັກຕົວເປົ້າໝາຍໄດ້ 18 ຄົນ ແລະ ຢຶດເຄື່ອງຂອງກາງຄືນໄດ້: ເຫຼັກຮົ້ວກັ້ນແລວທາງລົດໄຟ 3 ແຜ່ນ, ເຫຼັກທຸບເອົາຢູ່ໃນຝາປົກຮ່ອງນໍ້າສາຍໄຟຟ້າ, ຕາມແລວທາງລົດໄຟລາວ-ຈີນ 23 ກິໂລ, ເຫຼັກໜີບຕໍ່ລາງລົດໄຟ 7 ຄູ່, ເຫຼັກເສັ້ນຈະນຳເອົາໄປກໍ່ສ້າງ 100 ກິໂລ, ຮົ້ວອ້ອມແລວທາງລົດໄຟ 1 ແຜ່ນ, ເຫຼັກໂຕນຜາປິດທາງຂຶ້ນລົດໄຟ 4 ແຜ່ນ, ໄດ້ມອບຄືນໃຫ້ບໍລິສັດ. ນອກນີ້ຍັງມີ ເຫຼັກຫົວເສົາ 17 ອັນ, ນ໋ອດຈັບລາງລົດໄຟ 27 ອັນ, ເຫຼັກລວດໜາມ 3 ໂຄ້ງ, ເຫຼັກປິດຮ່ອງສາຍໄຟຟ້າ 3 ແຜ່ນ, ເຫຼັກກັ້ນແລວທາງລົດໄຟ 16 ອັນ, ມອບຄືນໃຫ້ທາງບໍລິສັດ, ສາຍໄຟປອກ 24 ແມັດ.
ໃນຕໍ່ໜ້າຄະນະພັກ-ຄະນະພະແນກຕໍາຫຼວດລົດໄຟ ຈະສືບຕໍ່ເຮັດວຽກງານການເມືອງແນວຄິດ ໃຫ້ພະນັກງານ-ນັກຮົບ ມີແນວຄິດອຸ່ນອ່ຽນ, ທຸ່ນທ່ຽງ ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ, ລົງໂຄສະນາຢູ່ຕາມກຸ່ມບ້ານ ທີ່ມີ ແລ່ນຜ່ານ ໃຫ້ເປັນປົກກະຕິ ໂດຍສົມທົບກັບພາກສ່ວນທີ່ກ່ຽວຂ້ອງ, ລົງກວດກາສະຖານທີ່ເກີດເຫດຕົວຈິງ, ສ້າງແຜນລົງຊຸກຍູ້ ແລະແຜນປ້ອງກັນງານສໍາຄັນຕ່າງໆ, ປ້ອງກັນເວນຍາມ ຢູ່ສະຖານີລົດໄຟຜູ້ໂດຍສານຕະຫຼອດ 24 ຊົ່ວໂມງ, ຕິດຕາມກວດກາການເຂົ້າ-ອອກ, ຄົນຂຶ້ນລົດໄຟ ແລະສະກັດກັ້ນ ເຄື່ອງຂອງນໍາເຂົ້າ-ອອກ ທີ່ຜິດຕໍ່ລະບຽບກົດໝາຍ, ອອກກວດກາລາດຕະເວນຕາມແລວທາງລົດໄຟ ໂດຍສົມທົບກັບ ປກສ ເມືອງ ທີ່ມີເສັ້ນທາງລົດໄຟຜ່ານ ເພື່ອຕິດຕາມ ກວດກາບັນດາເປົ້າໝາຍທີ່ກໍ່ຄວາມບໍ່ສະຫງົບ ແລະງັດແງະລັກຊັບຢູ່ຕາມແລວທາງລົດໄຟ, ສົມທົບກັບພະນັກງານບໍລິສັດ, ລປພ ເພື່ອຈັດສັນຄວາມເປັນລະບຽບຮຽບຮ້ອຍຢູ່ສະຖານີລົດໄຟ.