ປີ 2022 ຂະແໜງການເງິນແຂວງຫລວງນໍ້າທາ ຈັດເກັບລາຍຮັບງົບປະມານ ໄດ້ 864,86 ຕື້ກີບ

ໃນກອງປະຊຸມສະຫລຸບວຽກງານການເງິນຮອບດ້ານ ປະຈໍາປີ 2022 ແລະ ທິດທາງແຜນການປະຈໍາ ປີ 2023 ຂອງຂະແໜງການເງິນແຂວງຫລວງນໍ້າທາ ໃນວັນທີ 6 ມີນາ 2023 ຜ່ານມາ, ເຊິ່ງໃນປີ 2022 ແຂວງຫລວງນໍ້າທາ ໄດ້ຮັບແຜນການຈັດເກັບລາຍຮັບງົບປະມານທັງໝົດ (ເບື້ອງຕົ້ນ) ຈໍານວນ 675,20 ຕື້ກີບ, ແຜນການດັດແກ້: 682,20 ຕື້ກີບ, ຜ່ານການຈັດຕັ້ງປະຕິບັດວຽກງານຕົວຈິງ ສາມາດປະຕິບັດໄດ້ 864,86 ຕື້ກີບ, ເທົ່າກັບ 128,09% ຂອງແຜນການປີ 2022, ທຽບໃສ່ແຜນດັດແກ້ ເທົ່າກັບ 126,77%, ທຽບໃສ່ໄລຍະດຽວຂອງປີຜ່ານມາເພີ່ມ 76,59% ໃນນີ້: ລາຍຮັບພູດສູນກາງ (ປະຕິບັດຢູ່ແຂວງ): ແຜນການປີ 540,16 ຕື້ກີບ, ປະຕິບັດໄດ້ 702,00 ຕື້ກີບ, ເທົ່າກັບ 129,96 % ຂອງແຜນການປີ. ທຽບໃສ່ໄລຍະດຽວຂອງປີຜ່ານມາເພີ່ມ 80,55%; ລາຍຮັບພຸດທ້ອງຖິ່ນ: ແຜນການປີ 135,04 ຕື້ກີບ, ແຜນດັດແກ້ ຈຳນວນ 142,04 ຕື້ກີບ, ປະຕິບັດໄດ້: 162,86 ຕື້ກີບ, ເທົ່າກັບ 120,60 % ຂອງແຜນການປີ 2022 (ຕາມມະຕິສະພາຮັບຮອງ), ເທົ່າກັບ 114,66% ຂອງແຜນດັດແກ້, ທຽບໃສ່ໄລຍະດຽວຂອງປີຜ່ານມາເພີ່ມຂື້ນ 61,33% ແລະ ຄຸ້ມຄອງການອະນຸມັດ ແລະ ເບີກຈ່າຍງົບປະມານໄດ້ຕາມແຜນການທີ່ສະພາຮັບຮອງ.
ພ້ອມນັ້ນ, ໃນກອງປະຊຸມຍັງໄດ້ມີການເຜີຍແຜ່ບັນດາເອກະສານສໍາຄັນ ທີ່ເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານຂະແໜງການເງິນ ເປັນຕົ້ນ: ຄໍາແນະນໍາ ຂອງລັດຖະມົນຕີກະຊວງການເງິນ ວ່າດ້ວຍການຈັດຕັ້ງປະຕິບັດແຜນງົບປະມາານແຫ່ງລັດ ປະຈໍາປີ 2023, ຜ່ານຕົກລົງ ເລກທີ 0200/ກງ, ແລະ ລາຍງານສະພາບພົ້ນເດັ່ນວຽກງານຄັງເງິນ ປະຈໍາປີ 2022 ແລະ ວຽກງານຈຸດສຸມຂອງປີ 2023, ຜ່ານແຈ້ງການ ວ່າດ້ວຍການປະກອບເຂົ້າມູນ, ຫຼັກຖານ ຜ່ານລະບົບແຈ້ງພາສີແບບເອເລັກໂຕຣນິກຂອງລັດຖະການພາສີ ແລະ ທັງລາຍງານສະພາບພົ້ນເດັ່ນວຽກງານພາສີປະຈໍາປີ 2022 ແລະ ວຽກງານຈຸດສຸມຂອງປີ 2023, ຜ່ານແຈ້ງການ ວ່າດ້ວຍການນໍາໃຊ້ແບບພີມ ໃບເສຍຄ່າທໍານຽມທາງແບບໃໝ່ ແລະ ລາຍງານສະພາບພົ້ນເດັ່ນວຽກງານສ່ວຍສາອາກອນ ປະຈໍາປີ 2022 ແລະ ວຽກງານຈຸດສຸມຂອງປີ 2023.