ກອງທັບ ລາວ-ຈີນ ຕົກລົງເປັນເອກະພາບກັນກໍ່ສ້າງຫ້ອງທົດລອງກວດພະຍາດຊຶມເຊື້ອພະຍາດເຂດຮ້ອນ ຢູ່ໂຮງໝໍສູນກາງ 103 ກອງທັບ

ຄະນະວິຊາການສອງກອງທັບ ລາວ-ຈີນ ໄດ້ຕົກລົງເປັນເອກະພາບກັນເຊັນບົດບັນທຶກການກໍ່ສ້າງຫ້ອງທົດລອງກວດພະຍາດຊຶມເຊື້ອພະຍາດເຂດຮ້ອນ ໃນວັນທີ 8 ມີນາ 2023, ໂດຍຝ່າຍລາວນຳ ສະຫາຍ ພົນຈັດຕະວາ ດຣ ຄຳແພງ ພູມມາແກ້ວ ຫົວໜ້າກົມເສນາຮັກກົມໃຫຍ່ພະລາທິການກອງທັບ ແລະ ຝ່າຍຈີນນຳໂດຍສະຫາຍ ພັນເອກ ພິເສດ ຫາວ ຫລິນ ຢວນ ຮອງຫົວໜ້າກົມເສນາຮັກ ກົມຮັບປະກັນພະລາທິການກອງ ທັບປົດປ່ອຍປະ ຊາຊົນຈີນ, ມີ ສະຫາຍ ພັນເອກພິເສດ ຫລິປິ່ງ ທີ່ປຶກສາທູດປ້ອງກັນຊາດ ສປ ຈີນ ປະຈຳ ສປປ ລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
ໃນເບື້ອງຕົ້ນທັງສອງຝ່າຍໄດ້ເຫັນດີເປັນເອກະພາບຕົກລົງໄດ້ກຳນົດເອົາຢູ່ໂຮງໝໍສູນກາງ 103 ກອງທັບ ເຊິ່ງເປັນເນື້ອທີ່ດິນທີ່ພຽງພໍເໝາະສົມ, ຕັ້ງຢູ່ພາກຕາເວັນຕົກສ່ຽງໃຕ້ຕິດກັບຕຶກຊຶມເຊື້ອໃນເນື້ອທີ່ປະມານ 3600 ຕາແມັດ, ການຄຸ້ມຄອງ ແລະ ການເຄື່ອນໄຫວວຽກງານຂອງຫ້ອງທົດລອງພາຍຫລັງຫ້ອງທົດລອງສ້າງສຳເລັດແລ້ວສອງຝ່າຍລາວ-ຈີນ ຮ່ວມກັນຄຸ້ມຄອງການ ດຳເນີນວຽກງານ, ຝ່າຍຈີນ ຈະສົ່ງຊ່ຽວຊານປະມານ 4 ຄົນ ມາປະຈຳໂດຍຮັບຜິດຊອບວຽກງານ ສ້າງແຜນການ, ຊີ້ນຳການດຳ ເນີນວຽກງານກວດກາວຽກປະຈຳວັນ ແລະ ຄົ້ນຄວ້າດ້ານວິທະຍາສາດ, ສຳລັບຝ່າຍລາວໃຫ້ປະກອບພະນັກງານວິຊາສະເພາະ, ມີໜ້າທີ່ດຳເນີນວຽກງານ ແລະ ກວດກາປະຈຳວັນຕາມການຊີ້ນຳຂອງຝ່າຍຈີນ, ຝ່າຍຈີນຈະສົ່ງຊ່ຽວຊານມາປະຈຳ 5 ປີ ຄົບກຳນົດແລ້ວຫາກບໍ່ມີສະພາບໃຫ້ສືບຕໍ່ເວລາ, ໃນຊ່ວງໄລຍະຊ່ວຍເຫລືອ, ງົບປະມານທີ່ຮັບໃຊ້ໃນການບໍລິຫານຫ້ອງທົດລອງຕາມແຜນວຽກແມ່ນຝ່າຍຈີນເປັນຜູ້ຮັບຜິດຊອບທັງໝົດ ລາຍລະອຽດກົນໄກການຄຸ້ມຄອງ ແລະ ການດຳເນີນວຽກງານໃຫ້ຝ່າຍລາວ ແລະ ຊ່ຽວຊານປຶກສາຫາລືກັນໃນໄລຍະກໍ່ສ້າງໂຄງການດັ່ງກ່າວ, ໂດຍສະເພາະກ່ຽວກັບຮ່າງຂໍ້ກຳນົດລະບຽບຫລັກການໃນລະບົບການຄຸ້ມຄອງຫ້ອງທົດລອງດັ່ງກ່າວ ແລະ ການທົດລອງຕ່າງໆ ຕ້ອງໄດ້ຮັບການເຫັນດີອະນຸມັດຈາກສອງຝ່າຍ ຈຶ່ງປະຕິບັດຕາມສັນຍາດັ່ງກ່າວນີ້ໄດ້ ໂຄງການກໍ່ສ້າງຫ້ອງທົດລອງທັງສອງຝ່າຍໄດ້ຕົກລົງກັນໃໝ່, ມີສິ່ງປຸກສ້າງເກົ່າໃນເນື້ອທີ່ 600 ຕາແມັດ ເຊິ່ງເປັນຕຶກເປົ່າວ່າງ ແລະ ບໍ່ສາມາດປັບປຸງກັບມານຳໃຊ້ຄືນໄດ້.
ສະນັ້ນ, ຈຶ່ງມີຄວາມຈຳເປັນກໍ່ສ້າງເປັນຫ້ອງທົດລອງຫັລງໃໝ່ ( ຕຶກວິໄຈພະ ຍາດເຂດຮ້ອນ) ໂຄງການດັ່ງກ່າວນີ້ຝ່າຍຈີນ ຈະເປັນຜູ້ສຳຫລວດອອກແບບ, ກໍ່ສ້າງ ແລະ ປະກອບອຸປະກອນ, ສ່ວນຝ່າຍລາວໃຫ້ຮັບຜິດຊອບອຳນວຍຄວາມສະດວກສະຖານທີ່, ໄຟຟ້າ ແລະ ນ້ຳປະປາ ໄລຍະການກໍ່ສ້າງ ເພື່ອເຮັດໃຫ້ໂຄງການດັ່ງກ່າວໄດ້ດຳເນີນການໄປຢ່າງວ່ອງໄວ, ຈະໄດ້ແບ່ງອອກເປັນ 3 ໄລຍະດັ່ງນີ້: ໄລຍະທີ 1. ສອງຝ່າຍຈະເຈລະຈາຕົກລົງແຜນການກໍ່ສ້າງຫ້ອງທົດລອງສະບັບສົມບູນ ເພື່ອຂໍອະນຸມັດໃຫ້ດຳເນີນການກໍ່ສ້າງຕາມຂັ້ນຕອນຕໍ່ໄປ, ໄລຍະທີ 2. ສະເພາະວຽກງານການກໍ່ສ້າງ, ການປະກອບ ແລະ ການປັບປຸງກຳນົດເວລາ 15 ເດືອນ, ໄລຍະທີ 3. ຝ່າຍຈີນສົ່ງຊ່ຽວຊານມາປະຈຳຕາມແຜນການກໍ່ສ້າງໂຄງການດັ່ງກ່າວ, ໂດຍຜູ້ຊີ້ນຳການກໍ່ສ້າງລະບົບກວດພະຍາດຕິດຕໍ່ຈະເຝິກອົບຮົມໃຫ້ນັກວິຊາການຝ່າຍລາວ ເພື່ອຮ່ວມກັນຄົ້ນຄວ້າໃນການປ້ອງກັນ, ສະກັດກັ້ນ ແລະ ຄວບຄຸມການລະບາດພະຍາດຊຶມເຊື້ອເຂດຮ້ອນໄດ້ຢ່າງທັນການ. ພາຍຫລັງສຳເລັດການກໍ່ສ້າງຫ້ອງທົດລອງວິເຄາະ-ວິໄຈພະຍາດຊຶມເຊື້ອພະຍາດເຂດຮ້ອນມີບົດບາດໃນການກວດ-ວິໄຈ ແລະ ບົ່ງມະຕິພະຍາດລະບາດສຸກເສີນທີ່ເກີດຂຶ້ນໃໝ່ໃນຄົນ, ແມງໄມ້, ສັດ ແລະ ອື່ນໆ ຢູ່ເຂດຮ້ອນ ແລະ ເຂດຮ້ອນຊຸ່ມການກໍ່ສ້າງຫ້ອງທົດລອງທີ່ມີຄວາມປອດໄພສູງ. ໃນນີ້, ມີຫ້ອງວິໄຈຊີວະພາບ, ຫ້ອງຈຸລິນຊີ, ຫ້ອງກວດພູມຕ້ານທານ, ພູມຄຸ້ມກັນຫ້ອງເພາະພັນ-ປູກລ້ຽງຈຸລິນຊີ ແລະ ຫ້ອງທົດລອງອື່ນໆ, ເຊິ່ງເປັນອົງປະກອບຮ່ວມກັນຂອງຫ້ອງທົດລອງດັ່ງກ່າວ, ມີໜ້າທີ່ຮັບຜິດຊອບກວດ ແລະ ຕິດຕາມແຫລ່ງກຳເນີດການລະບາດຈາກລະບົບຫາຍໃຈ ແລະ ລະບົບລະລາຍ, ເພື່ອຄົ້ນຄວ້າການປ້ອງກັນພະຍາດລະບາດ ທີ່ອາດຈະເກີດຂຶ້ນໃໝ່ຈາກແຫລ່ງກຳເນີດພະຍາດລະບາດ ແລະ ປັດໄຈກໍ່ໃຫ້ເກີດການລະບາດໄດ້ງ່າຍ, ສາມາດຕິດຕາມໄດ້ເຖິງແຫລ່ງກຳເນີດ, ຂະບວນການພັດທະນາການຂອງເຊື້ອພະຍາດອື່ນໆ ສະຖານທີ່ການສ້າງຫ້ອງທົດລອງ ວິໄຈລະດັບ P2+ ຕາມມາດຕະຖານຂອງ ສປ ຈີນ.