ຄຳມ່ວນ ສະຫລຸບວຽກຈັດຕັ້ງກໍ່ສ້າງພັກ- ພະນັກງານ ແລະ ວຽກການເມືອງ-ແນວຄິດ

ຄຳມ່ວນ ສະຫລຸບວຽກຈັດຕັ້ງກໍ່ສ້າງພັກ- ພະນັກງານ ແລະ ວຽກການເມືອງ-ແນວຄິດ - 336239841 602785878037779 2060690095535693722 n - ຄຳມ່ວນ ສະຫລຸບວຽກຈັດຕັ້ງກໍ່ສ້າງພັກ- ພະນັກງານ ແລະ ວຽກການເມືອງ-ແນວຄິດ
ຄຳມ່ວນ ສະຫລຸບວຽກຈັດຕັ້ງກໍ່ສ້າງພັກ- ພະນັກງານ ແລະ ວຽກການເມືອງ-ແນວຄິດ - kitchen vibe - ຄຳມ່ວນ ສະຫລຸບວຽກຈັດຕັ້ງກໍ່ສ້າງພັກ- ພະນັກງານ ແລະ ວຽກການເມືອງ-ແນວຄິດ
ໃນວັນທີ 13-14 ມີນາ 2023 ນີ້, ແຂວງຄໍາມ່ວນ ຈັດກອງປະຊຸມສະຫລຸບວຽກງານຈັດຕັ້ງ ກໍ່ສ້າງພັກ-ພະນັກງານ, ປັບປຸງກົງຈັກການຈັດຕັ້ງ, ວຽກງານການເມືອງ-ແນວຄິດ ປະຈໍາປີ 2022 ແລະ ທິດທາງແຜນການປີ 2023 ທົ່ວແຂວງ ແລະ ຜັນຂະຫຍາຍເນື້ອໃນກອງປະຊຸມ ວຽກງານການເມືອງ-ແນວຄິດ ທົ່ວປະເທດ ໂດຍການເຂົ້າຮ່ວມຂອງ ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ປະທານສະພາທິດສະດີສູນກາງ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຄຳມ່ວນ ພ້ອມດ້ວຍພະນັກງານອາວຸດໂສບຳນານ ແລະ ໜ່ວຍພັກຮາກຖານ ເຂົ້າຮ່ວມ.
ສະຫາຍ ວັນໄຊ ພອງສະຫວັນ ໄດ້ກ່າວວ່າ: ວຽກງານກໍ່ສ້າງພັກ-ພະນັກງານ ແລະ ວຽກງານການເມືອງ-ແນວຄິດ ເປັນວຽກງານທີ່ສໍາຄັນຂອງພັກ, ວຽກງານການເມືອງແນວຄິດ ແມ່ນພາກສ່ວນທີ່ສຳຄັນຂອງວຽກງານກໍ່ ສ້າງພັກ-ພະນັກງງານ. ສະນັ້ນ, ວຽກງານດັ່ງກ່າວຈະມີຜົນສໍາເລັດ, ພວກເຮົາຈະແກ້ໄຂບັນຫາດ້ານອ່ອນ ແລະ ຂໍ້ຄົງ ຄ້າງ ໃຫ້ສໍາເລັດຂາດຕົວ ຫລື ດີຂຶ້ນກວ່າເກົ່າ ແລະ ວາງທິດທາງທີ່ແທດເໝາະກັບຄວາມເປັນຈິງແນວໃດນັ້ນ ແມ່ນຂຶ້ນກັບພວກເຮົາ ຕ້ອງໄດ້ພ້ອມກັນປຶກສາຫາລື ຄົ້ນຄວ້າ ຄິດຫງໍ່າ ວ່າມີບັນຫາໃດແດ່ ເປັນຕົ້ນແມ່ນ 4 ດ້ານຄື: ດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນນໍາພາ ທີ່ຢາກໃຫ້ບັນດາສະຫາຍ ພ້ອມກັນລົງເລິກແກ້ໄຂແທ້ໆ ເພື່ອສ້າງຄວາມຮັບຮູ້-ເຂົ້າໃຈ ຕໍ່ບັນຫາຕ່າງໆ ຢ່າງຖືກຕ້ອງ ເລິກເຊິ່ງ ແລະ ມີຄວາມເປັນເອກະພາບສູງ ໃນການນໍາໄປຈັດຕັ້ງປະຕິບັດໃນຕໍ່ໜ້າ.
ພ້ອມນີ້, ສະຫາຍ ສົມໃຈ ພານີຈັນ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຍົກໃຫ້ເຫັນຜົນສຳເລັດທີ່ສຳຄັນໃນຫລາຍດ້ານ ໃນໄລຍະຜ່ານມາ ເປັນຕົ້ນ ວຽກງານກໍ່ສ້າງພັກ, ການກໍ່ສ້າງພັກດ້ານການຈັດ ຕັ້ງ ໄດ້ເອົາໃຈໃສ່ການປັບປຸງການຈັດຕັ້ງຂອງພັກ ຕິດພັນກັບການປັບປຸງກົງຈັກລັດໃຫ້ມີຄວາມສອດຄ່ອງ, ເຄື່ອນໄຫວມີປະສິດທິພາບ ແລະ ປະສິດທິຜົນ. ໃນປີ 2022 ຮັບຮອງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ 732 ໜ່ວຍ, ເທົ່າກັບ 61,60% ຂອງໜ່ວຍພັກທັງໝົດ, ທົ່ວແຂວງມີ 10 ອົງຄະນະພັກເມືອງ, ມີ 2 ອົງຄະນະພັກ ປກຊ-ປກສ, ມີການ ຈັດຕັ້ງຮາກຖານພັກທັງໝົດ 1.291 ຮາກຖານ, ໃນນັ້ນມີຄະນະພັກຮາກຖານ 103 ຮາກຖານ, ມີໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ 1.188 ໜ່ວຍ, ໜ່ວຍພັກເອກະລາດ 688 ໜ່ວຍພັກ, ເພີ່ມຂຶ້ນ 10 ໜ່ວຍ, ປັດຈຸບັນແຂວງຄໍາມ່ວນ ມີພະນັກງານ-ລັດຖະກອນ ທັງໝົດ 9.326 ສະຫາຍ, ຍິງ 4.822 ສະຫາຍ, ໄດ້ປັບປຸງກົງຈັກການຈັດຕັ້ງຂັ້ນແຂວງ ສໍາເລັດ 11 ພະແນກການ, 7 ອົງການທຽບເທົ່າພະແນກການ, ຂັ້ນເມືອງ ສໍາເລັດ 5 ເມືອງ. ໃນນັ້ນ, ຮັບຮອງພາລະບົດບາດຂອງບັນດາຫ້ອງການຂັ້ນເມືອງແລ້ວ 54 ຫ້ອງການ, ປັບປຸງກົງຈັກການຈັດຕັ້ງ ແລະ ການເຄື່ອນໄຫວ, ຄົ້ນຄວ້າກໍານົດຕໍາແໜ່ງງານ, ພາລະບົດບາດຂອງຄະນະຈັດຕັ້ງແຂວງຈາກ 5 ຂະແໜງ ມາເປັນ 4 ຂະແໜງ, ຄະນະຈັດຕັ້ງເມືອງຈາກ 4 ໜ່ວຍງານມາເປັນ 3 ໜ່ວຍງານ. ຄຽງຄູ່ກັບຜົນສໍາເລັດດັ່ງກ່າວຍັງໄດ້ຍົກໃຫ້ເຫັນດ້ານອ່ອນ ຂໍ້ຄົງຄ້າງ ລວມເຖິງວຽກງານຈຸດສຸມທີ່ຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າ.
ກອງປະຊຸມຄັ້ງນີ້, ຍັງໄດ້ຮັບຟັງການເຜີຍແຜ່ເຊື່ອມຊຶມ ມະຕິຂອງກົມການເມືອງສູນກາງພັກ ເລກທີ 21/ກມສພ ວ່າດ້ວຍການຕີລາຄາພະນັກງານ ແລະ ພ້ອມກັນປະກອບຄໍາຄິດ ຄໍາເຫັນຂອງບັນດາຂະແໜງການ ແລະ ເມືອງຈໍານວນໜຶ່ງໃນການຈັດຕັ້ງວຽກງານ.
อาจเป็นรูปภาพของ หนึ่งคนขึ้นไป และ ผู้คนกำลังยืน ຄຳມ່ວນ ສະຫລຸບວຽກຈັດຕັ້ງກໍ່ສ້າງພັກ- ພະນັກງານ ແລະ ວຽກການເມືອງ-ແນວຄິດ - 336360491 942718096755083 7131661811087209691 n - ຄຳມ່ວນ ສະຫລຸບວຽກຈັດຕັ້ງກໍ່ສ້າງພັກ- ພະນັກງານ ແລະ ວຽກການເມືອງ-ແນວຄິດ
ຂ່າວ : ມະນີວັນ
ຄຳມ່ວນ ສະຫລຸບວຽກຈັດຕັ້ງກໍ່ສ້າງພັກ- ພະນັກງານ ແລະ ວຽກການເມືອງ-ແນວຄິດ - 5 - ຄຳມ່ວນ ສະຫລຸບວຽກຈັດຕັ້ງກໍ່ສ້າງພັກ- ພະນັກງານ ແລະ ວຽກການເມືອງ-ແນວຄິດ
ຄຳມ່ວນ ສະຫລຸບວຽກຈັດຕັ້ງກໍ່ສ້າງພັກ- ພະນັກງານ ແລະ ວຽກການເມືອງ-ແນວຄິດ - 4 - ຄຳມ່ວນ ສະຫລຸບວຽກຈັດຕັ້ງກໍ່ສ້າງພັກ- ພະນັກງານ ແລະ ວຽກການເມືອງ-ແນວຄິດ
ຄຳມ່ວນ ສະຫລຸບວຽກຈັດຕັ້ງກໍ່ສ້າງພັກ- ພະນັກງານ ແລະ ວຽກການເມືອງ-ແນວຄິດ - 3 - ຄຳມ່ວນ ສະຫລຸບວຽກຈັດຕັ້ງກໍ່ສ້າງພັກ- ພະນັກງານ ແລະ ວຽກການເມືອງ-ແນວຄິດ