ວິທີຈັດການກັບອາລົມຮ້າຍ ເມື່ອຕົກຢູ່ໃນສະຖານະການທີ່ເຮັດໃຫ້ໃຈຮ້າຍ

ວິທີຈັດການກັບອາລົມຮ້າຍ ເມື່ອຕົກຢູ່ໃນສະຖານະການທີ່ເຮັດໃຫ້ໃຈຮ້າຍ - 3286008 e1678765729224 - ວິທີຈັດການກັບອາລົມຮ້າຍ ເມື່ອຕົກຢູ່ໃນສະຖານະການທີ່ເຮັດໃຫ້ໃຈຮ້າຍ
ວິທີຈັດການກັບອາລົມຮ້າຍ ເມື່ອຕົກຢູ່ໃນສະຖານະການທີ່ເຮັດໃຫ້ໃຈຮ້າຍ - kitchen vibe - ວິທີຈັດການກັບອາລົມຮ້າຍ ເມື່ອຕົກຢູ່ໃນສະຖານະການທີ່ເຮັດໃຫ້ໃຈຮ້າຍ

1 ຄິດກ່ອນເວົ້າ

ໃນຊ່ວງທີ່ເຮົາໃຈຮ້າຍຢູ່ນັ້ນ ເຮົາອາດຈະຫລົງເວົ້າສິ່ງທີ່ບໍ່ຄວນເວົ້າອອກໄປໄດ້ງ່າຍ ເຊິ່ງອາດຈະເຮັດໃຫ້ເຮົາກັບມາເສຍໃຈພາຍຫລັງ

ວິທີຈັດການກັບອາລົມຮ້າຍ ເມື່ອຕົກຢູ່ໃນສະຖານະການທີ່ເຮັດໃຫ້ໃຈຮ້າຍ - Visit Laos Visit SALANA BOUTIQUE HOTEL - ວິທີຈັດການກັບອາລົມຮ້າຍ ເມື່ອຕົກຢູ່ໃນສະຖານະການທີ່ເຮັດໃຫ້ໃຈຮ້າຍ
ວິທີຈັດການກັບອາລົມຮ້າຍ ເມື່ອຕົກຢູ່ໃນສະຖານະການທີ່ເຮັດໃຫ້ໃຈຮ້າຍ - Visit Laos Visit SALANA BOUTIQUE HOTEL - ວິທີຈັດການກັບອາລົມຮ້າຍ ເມື່ອຕົກຢູ່ໃນສະຖານະການທີ່ເຮັດໃຫ້ໃຈຮ້າຍ

.

2 ເມື່ອຮູ້ສຶກສະຫງົບ ຈຶ່ງສະແດງອາການ

ທັນທີທີ່ຄິດໄດ້ ຈຶ່ງສະແດງຄວາມຂັດຂ້ອງໃຈອອກໄປຢ່າງຈິງຈັງ, ລະບຸຄວາມກັງວົນ ແລະ ຄວາມຕ້ອງການອອກໄປຢ່າງຊັດເຈນ ໂດຍທີ່ບໍ່ເຮັດໃຫ້ອີກຝ່າຍຮູ້ສຶກເຄືອງໃຈ

.

3 ອອກກໍາລັງກາຍ

ກິດຈະກໍາທີ່ໄດ້ໃຊ້ຮ່າງກາຍນັ້ນສາມາດຊ່ວຍຫລຸດຄວາມເຄັ່ງຄຽດ ທີ່ອາດກໍ່ໃຫ້ເກີດຄວາມຮຸນແຮງຫລາຍຂຶ້ນ ຫລື ອາດຈະເປັນການຫາຫຍັງເຮັດໃນຊ່ວງທີ່ເຮົາກໍາລັງໃຈຮ້າຍຢູ່ນັ້ນ ເພື່ອສະຫງົບສະຕິອາລົມ

.

4 ຂໍເວລາສະຫງົບສະຕິ

ການຂໍເວລາສະຫງົບສະຕິອາລົມບໍ່ພຽງແຕ່ໄວ້ໃຊ້ກັບເດັກນ້ອຍທີ່ມັກໂວຍວາຍເທົ່ານັ້ນ, ແຕ່ຍັງຊ່ວຍໃຫ້ຜູ້ໃຫຍ່ເຊັ່ນເຮົາສາມາດຄວບຄຸມອາລົມຕົວເອງໄດ້ ໂດຍການຂໍຢູ່ຄົນດຽວຈັກໜ້ອຍ ຈະຊ່ວຍໃຫ້ເຮົາຮູ້ສຶກພ້ອມທີ່ຈະຮັບມືກັບສິ່ງຕ່າງໆທີ່ຈະເກີດຂຶ້ນ

.

5 ຫາວິທີແກ້ໄຂທີ່ເປັນໄປໄດ້

ແທນທີ່ຈະສຸມໃສ່ສິ່ງທີ່ເຮັດໃຫເຮົາຮູ້ສຶກໃຈຮ້າຍ ຄວນຫາວິທີແກ້ໄຂບັນຫາໃນເລື່ອງນັ້ນຈະດີກວ່າ

.

6 ໃຊ້ຄໍາວ່າ “ຂ້ອຍ” ໃນການອະທິບາຍ

ຫລີກລ່ຽງການວິພາກວິຈານ ຫລື ການຕໍານິ ເຊິ່ງຈະເປັນການເຮັດໃຫ້ສະຖານະການເຕັມໄປດ້ວຍຄວາມຮຸນແຮງຫລາຍຂຶ້ນ

.

7 ຢ່າເກັບຄວາມຄຽດແຄ້ນເອົາໄວ້

ການໃຫ້ອະໄພແມ່ນອາວຸດທີ່ຊົງພະລັງ ຖ້າເຮົາປ່ອຍໃຫ້ຄວາມຄຽດແຄ້ນ ຫລື ຄວາມຮູ້ສຶກດ້ານລົບ ມາມີອະນຸພາບເໜືອຄວາມຮູ້ສຶກທາງດ້ານບວກ ອາດຈະພົບວ່າໂຕເຮົາເອງທີ່ຕ້ອງມານັ່ງທຸກລະທົມຢູ່ກັບຄວາມຮູ້ສຶກວ່າບໍ່ຍຸດຕິທໍາ, ແຕ່ຖ້າເຮົາໃຫ້ອະໄພຄົນທີ່ເຮັດໃຫ້ເຮົາໃຈຮ້າຍໄດ້ ສິ່ງນັ້ນຈະກາຍເປັນບົດຮຽນ ແລະ ຍັງຊ່ວຍກະຊັບມິດໃຫ້ແໜ້ນຂຶ້ນອີກດ້ວຍ

.

8 ໃຊ້ອາລົມລະບາຍຄວາມຄຽດ

ຄວາມຍິ້ມແຍ້ມແຈ່ມໃສອາດຊ່ວຍຫລຸດຄວາມເຄັ່ງຄຽດລົງໄດ້, ການມີອາລົມຂັນໃນການຊ່ວຍໃຫ້ເຮົາປະເຊີນໜ້າກັບສິ່ງທີ່ເຮັດໃຫ້ຮູ້ສຶກໃຈຮ້າຍໄດ້ ແລະ ຫລີກລ່ຽງການໃຊ້ຄໍາເວົ້າສຽດສີ ເຊິ່ງຈະເປັນການທໍາລາຍຄວາມຮູ້ສຶກ ທີ່ຈະເຮັດໃຫ້ສະຖານະການເຄັ່ງຕຶງຂຶ້ນ

.

9 ເຝິກທັກສະການຜ່ອນຄາຍ

ເມື່ອຄວາມຮູ້ສຶກໃຈຮ້າຍເກີດຂຶ້ນ ກໍໃຊ້ທັກສະຜ່ອນຄາຍອາລົມຊ່ວຍ ໂດຍການເຝິກຫາຍໃຈເຂົ້າ-ອອກເລິກໆ ຫລື ຈິນຕະນາການເຖິງສະຖານທີ່ທີ່ເຮັດໃຫ້ເຮົາຮູ້ສຶກຜ່ອນຄາຍ

.

ທັງໝົດນີ້ແມ່ນວິທີຊ່ວຍໃຫ້ທ່ານສາມາດຄວບຄຸມອາລົມຕົນເອງໄດ້ໃນລະດັບໜຶ່ງແລ້ວ ພຽງແຕ່ເຝິກເຮັດເປັນປະຈໍາຈະຊ່ວຍໃຫ້ເຮົາເປັນຄົນທີ່ໃຈເຢັນຂຶ້ນໄດ້

ວິທີຈັດການກັບອາລົມຮ້າຍ ເມື່ອຕົກຢູ່ໃນສະຖານະການທີ່ເຮັດໃຫ້ໃຈຮ້າຍ - 3 - ວິທີຈັດການກັບອາລົມຮ້າຍ ເມື່ອຕົກຢູ່ໃນສະຖານະການທີ່ເຮັດໃຫ້ໃຈຮ້າຍ
ວິທີຈັດການກັບອາລົມຮ້າຍ ເມື່ອຕົກຢູ່ໃນສະຖານະການທີ່ເຮັດໃຫ້ໃຈຮ້າຍ - 4 - ວິທີຈັດການກັບອາລົມຮ້າຍ ເມື່ອຕົກຢູ່ໃນສະຖານະການທີ່ເຮັດໃຫ້ໃຈຮ້າຍ
ວິທີຈັດການກັບອາລົມຮ້າຍ ເມື່ອຕົກຢູ່ໃນສະຖານະການທີ່ເຮັດໃຫ້ໃຈຮ້າຍ - 5 - ວິທີຈັດການກັບອາລົມຮ້າຍ ເມື່ອຕົກຢູ່ໃນສະຖານະການທີ່ເຮັດໃຫ້ໃຈຮ້າຍ