ພາຍຸໄຊໂຄນ ເຟຣດດີ ຖະຫລົ່ມພາກໃຕ້ຂອງອາຟຣິກາ ມີຜູ້ເສຍຊີວິດຫລາຍກວ່າ 90 ຄົນ

ສຳນັກຂ່າວຕ່າງປະເທດລາຍງານ: ວັນທີ 13 ມີນາ 2023 ຜ່ານມາ, ອິດທິພົນຈາກພາຍຸໄຊໂຄນ ເຟຣດດີ ທີ່ພັດເຂົ້າຖະຫລົ່ມທາງພາກໃຕ້ຂອງທະວີບອາຟຣິກາ ເຮັດໃຫ້ເກີດນ້ຳຖ້ວມ ແລະ ດິນເຈື່ອນ ບໍລິເວນພື້ນທີ່ປະເທດມາລາວີ ແລະ ໂມຊຳບິກ ທາງການທັງສອງປະເທດກຳລັງເລັ່ງລະດົມໃຫ້ຄວາມຊ່ວຍເຫລືອໄປຍັງປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດໃນຄັ້ງນີ້.
ທາງດ້ານຄະນະກຳມະການຈັດການໄພພິບັດຂອງມາລາວີເປີດເຜີຍວ່າ: ມາຮອດປັດຈຸບັນມີຜູ້ເສຍຊີວິດທີ່ໄດ້ຮັບການຢືນຢັນແລ້ວຢ່າງໜ້ອຍ 99 ຄົນ, ໃນ 7 ເມືອງ ພື້ນທີ່ ທີ່ໄດ້ຮັບຜົນກະທົບໜັກສຸດຄື ເມືອງບັນໄທ ເຊິ່ງເປັນສູນກາງທາງການຄ້າທີ່ສຳຄັນຂອງປະເທດ ແລະ ມີຜູ້ບາດເຈັບເຂົ້າໂຮງໝໍ 134 ຄົນ.
ທາງການມາລາວີ ໄດ້ປະກາດສະຖານນະການສຸກເສີນດ້ານໄພພິບັດໃນຫລາຍພື້ນທີ່ ພ້ອມສະແດງຄວາມວິຕົກກັງວົນວ່າ ຕົວເລກຜູ້ເສຍຊີວິດ ແລະ ບາດເຈັບ ຕະຫລອດຈົນຮອດປະຊາຊົນທີ່ໄດ້ຮັບຜົນກະທົບຈະເພີ່ມຂຶ້ນຫລາຍກວ່ານີ້, ຂະນະທີ່ທາງການສັ່ງປິດການຮຽນ-ການສອນຂອງໂຮງຮຽນໃນ 10 ເມືອງ ທີ່ໄດ້ຮັບຄວາມເສຍຫາຍຈາກພາຍຸ.