ຄາດຄະເນ GDP ໃນປີ 2023 ຈະໃຫ້ຂະຫຍາຍຕົວຢູ່ໃນລະດັບ 4,5% ແລະ ອັດຕາເງິນເຟີ້ສະເລ່ຍໝົດປີບໍ່ເກີນ 9%

ວັນທີ 13 ມີນາ 2023, ນາງ ໂຊໂນມິ ທານາກະ (Ms. Sonomi Tanaka) ຫົວໜ້າຫ້ອງການທະນາຄານພັດທະນາອາຊີ (ADB) ປະຈຳ ສປປ ລາວ ໄດ້ເຂົ້າຢ້ຽມຂໍ່ານັບ, ເພື່ອສະແດງຄວາມຍິນດີ ແລະ ຊົມເຊີຍໃນໂອກາດທີ່ທ່ານ ສັນຕິພາບ ພົມວິຫານ ໄດ້ຮັບໜ້າທີ່ເປັນລັດຖະມົນຕີກະຊວງການເງິນຄົນໃໝ່. ພ້ອມທັງຂໍທິດຊີ້ນໍາບາງວຽກງານເປັນຕົ້ນ: ສະພາບການພັດທະນາເສດຖະກິດຂອງສປປ ລາວ; ແຜນການຮ່ວມມືລະຫວ່າງສປປ ລາວ ແລະ ADB (ແຜນການຊ່ວຍເຫລືອ ປີ 2023-2024, ແຜນການສະໜັບສະໜູນໂຄງການການຫັນເປັນທັນສະໄໝການຄຸ້ມຄອງການເງິນພາກລັດ ໃຫ້ແກ່ກະຊວງການເງິນ, ການຊ່ວຍເຫລືອດ້ານວິຊາການ, ການຈັດກອງປະຊຸມແລກປ່ຽນການຄຸ້ມຄອງໜີ້ສິນສາທາລະນະໃນປີ 2023, ການກະກຽມສໍາລັບຍຸດທະສາດການຮ່ວມມືລະຫວ່າງ ສປປ ລາວ ກັບ ADB (Country Partnership Strategy) 2024-2028, ການລາຍງານການສໍາເລັດແຜນການສ້າງຄວາມເຂັ້ມແຂງໃຫ້ແກ່ການຄຸ້ມຄອງການເງິນພາກລັດ.
ໂອກາດນີ້, ທ່ານ ລັດຖະມົນຕີກະຊວງການເງິນ ໄດ້ຕ້ອນຮັບຢ່າງອົບອຸ່ນ ແລະ ສະແດງຄວາມຂອບໃຈ ADB ທີ່ໄດ້ຊ່ວຍແກ້ໄຂບັນຫາຄົງຄ້າງ ແລະ ຊ່ວຍໃຫ້ການຮ່ວມມືລະຫວ່າງ ສປປ ລາວ ກັບ ADB, ສໍາລັບສະພາບການພັດທະນາເສດຖະກິດຂອງ ສປປ ລາວ ໂດຍລວມປີ 2022, ລວມຍອດມູນຄ່າຜະລິດຕະພັນພາຍໃນ (GDP) ຂະຫຍາຍຕົວຢູ່ໃນລະດັບ 4,4%. ໃນນັ້ນ, ຂະແໜງກະສິກໍາຂະຫຍາຍຕົວເພີ່ມ 3,4%, ອຸດສາຫະກໍາ 4,4% ແລະ ການບໍລິການ 5%, ອັດຕາເງິນເຟີ້ເພີ່ມຂຶ້ນສະເລ່ຍສູງເຖິງ 23% ຍ້ອນການເພີ່ມຂຶ້ນຂອງລາຄານໍ້າມັນຕະຫລາດໂລກ, ລາຄາສິນຄ້ານໍາເຂົ້າສູງຂຶ້ນຍ້ອນການຜັນຜວນຂອງຄ່າເງິນ ແລະ ກະທົບໃຫ້ທຸກໝວດສິນຄ້າທີ່ບໍລິໂພກ, ອຸປະໂພກ ແລະ ຕົ້ນທຶນການຜະລິດເພີ່ມຂຶ້ນຢ່າງຫລີກລ່ຽງບໍ່ໄດ້.
ປັດຈຸບັນລັດຖະບານ ໄດ້ມີມາດຕະການຈຸດສຸມໃນການຈັດຕັ້ງປະຕິບັດວາລະແຫ່ງຊາດໃນການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ (2021-2023) ໂດຍສຸມໃສ່ການຜະລິດເປັນທ່າແຮງເພື່ອທົດແທນການນໍາເຂົ້າ, ສົ່ງເສີມການຜະລິດສິນຄ້າກະສິກໍາ, ເພື່ອສົ່ງອອກຜ່ານທາງລົດໄຟລາວ-ຈີນ, ເປີດການທ່ອງທ່ຽວລົດໄຟລາວ-ຈີນ ສົ່ງເສີມການຂົນສົ່ງໂດຍສານ ແລະ ສິນຄ້າ; ສຸມໃສ່ສ້າງສະຖຽນລະພາບດ້ານເງິນຕາໂດຍປັບປຸງກົນໄກການສະໜອງເງິນຕາຕ່າງປະເທດຂອງລະບົບທະນາຄານ ແລະ ນະໂຍບາຍອື່ນໆ.
ນອກນັ້ນ, ຍັງມີບັນດາແຜນງານຈຸດສຸມສ້າງໂຄງລ່າງພື້ນຖານອື່ນໆ ເພື່ອສົ່ງເສີມການຜະລິດອຸດສາຫະກໍາສົ່ງອອກ ແລະ ສົ່ງເສີມໃຫ້ພາກເອກະຊົນມີສ່ວນຮ່ວມໃນການດໍາເນີນທຸລະກິດກະສິກໍາຫລາຍຂຶ້ນ (agribusiness) ແລະ ຄາດຄະເນ GDP ໃນປີ 2023 ຈະໃຫ້ຂະຫຍາຍຕົວຢູ່ໃນລະດັບ 4,5%; ອັດຕາເງິນເຟີ້ສະເລ່ຍໝົດປີບໍ່ເກີນ 9%; ຄາດຄະເນລາຍຮັບງົບປະມານ 16,42% ຂອງ GDP ແລະ ລາຍຈ່າຍ 18,58% ຂອງ GDP.
ປັດຈຸບັນກະຊວງການເງິນ ກໍາລັງສຸມໃສ່ການຫັນເປັນທັນສະໄໝໃຫ້ມີລະບົບຖານຂໍ້ມູນທີ່ລວມສູນ; ປັບປຸງລະບົບພື້ນຖານໂຄງລ່າງເຄືອຂ່າຍ ແລະ ຄວາມປອດໄພ, ເພື່ອສາມາດເພີ່ມການຈັດເກັບລາຍຮັບ ແລະ ຫລຸດຜ່ອນລາຍຈ່າຍ; ຈຶ່ງເຫັນວ່າໂຄງການການຫັນເປັນທັນສະໄໝການຄຸ້ມຄອງການເງິນພາກລັດ (Public Financial Management Modernisation Project) ທີ່ ADB ສະເໜີເຂົ້າແຜນການຮ່ວມມືແມ່ນສອດຄ່ອງກັບຄວາມຕ້ອງການຫັນທັນສະໄໝຂອງກະຊວງການເງິນ.