ຜູ້ນຳກຸ່ມ AUKUS ເຫັນພ້ອມຂໍ້ຕົກລົງ ເດີນໜ້າໂຄງການເຮືອດໍານໍ້ານິວເຄຼຍ


ຜູ້ນໍາກຸ່ມ AUKUS ໄດ້ແກ່ ທ່ານ ແອນໂທນີ ອັລບາເນຊີ ນາຍົກລັດຖະມົນຕີອົດສະຕຣາລີ, ທ່ານ ຣິຊີ ຊູນັກ ນາຍົກລັດຖະມົນຕີອັງກິດ ແລະ ທ່ານ ໂຈ ໄບເດນ ປະທານາທິບໍດີອາເມລິກາ ເຫັນພ້ອມໃນຂໍ້ຕົກລົງ ເດີນໜ້າໂຄງການສ້າງກອງເຮືອດໍານໍ້າພະລັງງານນິວເຄຼຍຂຶ້ນໃນວັນທີ 13 ມີນາ ໂດຍພັນທະມິດດັ່ງກ່າວຈະເຮັດວຽກຮ່ວມກັນ ເພື່ອສ້າງ ແລະ ພັດທະນາກອງເຮືອດໍານໍ້າໃໝ່ໂດຍໃຊ້ເຕັກໂນໂລຊີທີ່ທັນສະໄໝ.
ຫລັງຈາກຜູ້ນໍາທັງ 3 ປະເທດຮ່ວມຕົກລົງຫາລືກັນຢູ່ເມືອງຊານຕິເອໂກ ລັດແຄລິຟໍເນຍ, ທ່ານ ໄບເດນ ໄດ້ເນັ້ນວ່າ: ເຮືອດໍານໍ້າດັ່ງກ່າວທີ່ອົດສະຕຣາລີຈະໄດ້ຮັບຈະບໍ່ມີການຕິດອາວຸດນິວເຄຼຍແຕ່ຢ່າງໃດ ເພື່ອບໍ່ໃຫ້ກະທົບຕໍ່ຄວາມມຸ່ງໝັ້ນຂອງອົດສະຕຣາລີທີ່ຕ້ອງການຈະເປັນປະເທດປົດອາວຸດນິວເຄຼຍ.
ໂດຍສະມາຊິກຂອງກອງທັບອົດສະຕຣາລີຈະໄດ້ຮັບການສົ່ງໄປຝຶກອົບຮົມກ່ຽວກັບເຮືອດໍານໍ້າຢູ່ຖານທັບເຮືອຂອງອາເມລິກາ ແລະ ອັງກິດພາຍໃນປີນີ້.
ຫລັງຈາກນັ້ນຈະເປັນການອອກແບບ ແລະ ເດີນໜ້າໂຄງການສ້າງເຮືອດໍານໍ້າພະລັງງານນິວເຄຼຍລຸ້ນໃໝ່ ສໍາລັບກອງທັບເຮືອອັງກິດ ແລະ ອົດສະຕຣາລີທີ່ມີຊື່ວ່າ: SSN-AUKUS ເຊິ່ງຈະສ້າງຢູ່ອັງກິດ ແລະ ອົດສະຕຣາລີ ໂດຍອັງກິດເປັນຜູ້ອອກແບບ ແຕ່ໃຊ້ເຕັກໂນໂລຊີຈາກທັງ 3 ປະເທດ.
ຂໍ້ຕົກລົງດັ່ງກ່າວນີ້ຈະຊ່ວຍໃຫ້ອົດສະຕຣາລີມີເຮືອດໍານໍ້າທີ່ສາມາດເດີນທາງໄດ້ໄກຂຶ້ນ ແລະ ໄວກວ່າກອງເຮືອທີ່ມີຢູ່ໃນປັດຈຸບັນ. ພ້ອມຕິດຕັ້ງລູກສອນໄຟທີ່ສາມາດໂຈມຕີເປົ້າໝາຍທັງເທິງບົກ ແລະ ໃນທະເລໄດ້ ໂດຍຈະເພີ່ມຄ່າໃຊ້ຈ່າຍໃຫ້ອົດສະຕຣາລີສູງເຖິງ 3,68 ແສນລ້ານໂດລາອົດສະຕຣາລີ ໃນໄລຍະ 30 ປີຕໍ່ຈາກນີ້.
ອ້າງອີງ:
https://www.bbc.com/news/world-australia-64945819