ສື່ອາເຈນຕິນາ ເຜີຍວ່າ ອະເລຮານໂດ ການາໂຊ ອາດພາດຫລິ້ນໃຫ້ທີມຊາດອາເຈນຕິນາ ເນື່ອງຈາກການບາດເຈັບຮຸນແຮງກວ່າທີ່ຄາດໄວ້

ກາສຕອນ ເອດຸສ ນັກຂ່າວຈາກສື່ກິລາອາເຈນຕິນາ TYC Sports, ລະບຸວ່າການບາດເຈັບຂອງ ອະເລຮານໂດ ການາໂຊ ແມ່ນຮ້າຍແຮງກວ່າທີ່ຄາດໄວ້. ໂດຍເຖິງຂັ້ນອາດຈະເຮັດໃຫ້ລາວພາດການລົງຫລິ້ນໃຫ້ກັບ ອາເຈນຕິນາ, ແຕ່ຍັງບໍ່ທັນມີການຢືນຢັນຊັດເຈນວ່າລາວຈະຕ້ອງປິ່ນປົວດົນປານໃດ.
ການາໂຊ ໄດ້ຮັບໂອກາດລົງຫລິ້ນໃຫ້ ແມນເຊັສເຕີ ຢູໄນເຕັດ ຫລາຍຄັ້ງໃນລະດູການນີ້ ແລະ ສ້າງຜົນງານໄດ້ໜ້າປະທັບໃຈຫລາຍ. ເຊິ່ງເຮັດໃຫ້ລາວໄດ້ຮັບການເອີ້ນຊື່ຕິດທີມຊາດອາເຈນຕິນາ ຊຸດໃຫຍ່ສໍາລັບການແຂ່ງຂັນນັດມິດຕະພາບກັບປານາມາ ແລະ ກືລາເຊົາ ໃນວັນທີ 23 ແລະ 28 ມີນາຕາມລໍາດັບ.
ຢ່າງໃດກໍຕາມ, ການາໂຊ ໄດ້ຮັບບາດເຈັບໃນເກມລີກນັດຫລ້າສຸດທີ່ຕົ້ນສັງກັດຂອງລາວສະເໝີກັບ ເຊົາແຮັມຕັນ 0-0 ໃນວັນອາທິດທີ 12 ມີນານີ້, ເຊິ່ງກ່ອນໜ້ານີ້ ເອຣິກ ເທນຮາກ ຜູ້ຈັດການທີມ ແມນເຊັສເຕີ ຢູໄນເຕັດ ກ່າວວ່າ: ການບາດເຈັບຂອງນັກເຕະໄວ 18 ປີ ບໍ່ມີຄວາມໜ້າເປັນຫ່ວງຫລາຍປານໃດ.
ຢ່າງໃດກໍຕາມ, ເອດຸສ ບອກວ່າການບາດເຈັບຂອງ ການາໂຊ ແມ່ນຮ້າຍແຮງກວ່າທີ່ຄາດໄວ້. ແລະ ສ່ຽງທີ່ຈະອົດຫລິ້ນໃຫ້ກັບອາເຈນຕິນາດ້ວຍ.