ຄຸນປະໂຫຍດຂອງນຳ້ເຜິງທີ່ຫລາຍຄົນອາດຍັງບໍ່ຮູ້.

ຄຸນປະໂຫຍດຂອງນຳ້ເຜິງທີ່ຫລາຍຄົນອາດຍັງບໍ່ຮູ້. - 141104074409 honey jar stock e1678778736508 - ຄຸນປະໂຫຍດຂອງນຳ້ເຜິງທີ່ຫລາຍຄົນອາດຍັງບໍ່ຮູ້.
ຄຸນປະໂຫຍດຂອງນຳ້ເຜິງທີ່ຫລາຍຄົນອາດຍັງບໍ່ຮູ້. - kitchen vibe - ຄຸນປະໂຫຍດຂອງນຳ້ເຜິງທີ່ຫລາຍຄົນອາດຍັງບໍ່ຮູ້.

ນຳ້ເຜິ້ງ ຄວາມຫວານຈາກທຳມະຊາດ ເປັນສານທີ່ໃຫ້ຄວາມຫວານຊະນິດໜຶ່ງ ເຊິ່ງເຮົານິຍົມເອົາມາໃຊ້ແທນນຳ້ຕານ ໂດຍຕື່ມໃສ່ໃນອາຫານ, ເຄື່ອງດື່ມ ຫລື ເຂົ້າໜົມ ຫລາຍຄົນອາດຈະຍັງບໍ່ຮູ້ວ່າປະໂຫຍດຂອງນຳ້ເຜິ້ງນັ້ນມີຫລາຍຢ່າງ ນອກຈາກໃນເລື່ອງຂອງອາຫານແລ້ວ ຍັງສາມາດຊ່ວຍບຳລຸງຮ່າງກາຍໄດ້ນຳ.

  1. ແກ້ອາການໄອ : ນຳ້ເຜິ້ງຈະຊ່ວຍກຳຈັດເຊື້ອໄວຣັສທີ່ເຮັດໃຫ້ເກີດອາການໄອໄດ້ ໂດຍສະເພາະຄົນທີ່ໄອຊຳ້ເຮື້ອ ລອງກິນນຳ້ເຜິ້ງ 2 ບ່ວງຊາ ແລ້ວດື່ມນຳ້ອຸ່ນຕາມທັນທີ ອາການໄອຈະຄ່ອຍໆຫລຸດຜ່ອນລົງ.
  2. ປິ່ນປົວບາດແຜໄຟໄໝ້ – ນຳ້ຮ້ອນລວກ ແລະ ຫລຸດການອັກເສບ ທັງຍັງຊ່ວຍສະໝານເນື້ອເຍື່ອ ແລະ ບຳລຸງຜິວນຳອີກ.
  3. ປິ່ນປົວເຊື້ອລາ : ໃນນຳ້ເຜິ້ງມີເອັນໄຊ ມີລິດຄ້າຍຮີໂດຣແຊນເປີອັອກໄຊ ທີ່ສາມາດປິ່່ນປົວເຊື້ອລາ ຫລື ອາການຕິດເຊື້ອແບັກທີເຣຍຊະນິດຕ່າງໆໄດ້.
  4. ແກ້ອາການນອນບໍ່ຫລັບ : ແນະນຳວ່າໃຫ້ກິນນຳ້ເຜິ້ງ 1 ບ່ວງຊາກ່ອນເຂົ້ານອນ 30 ນາທີ ເພາະຄວາມຫວານຂອງນຳ້ເຜິ້ງ ຈະໄປກະຕຸ້ນໃຫ້ຮ່າງກາຍຜະລິດອິນຊູລິນ ແລະ ຫລັ່ງເຊໂຣໂທນິນ ຮໍໂມນແຫ່ງຄວາມສຸກອອກມາ ຈາກນັ້ນເຊໂຣໂທນິນຈະປ່ຽນຕົວເອງເປັນເມລາໂທນິນ ຮໍໂມນທີ່ເຮັດໃຫ້ຮູ້ສຶກງ່ວງນອນນັ້ນເອງ.
  5. ຊ່ວຍເສີມສ້າງລະບົບພູມຕ້ານທານ, ເສີມສ້າງກະດູກ ແລະ ຍັງມີທາດເຫລັກທີ່ເປັນປະໂຫຍດຕໍ່ລະບົບໄຫລວຽນເລືອດ.
  6. ຫລຸດຜ່ອນອາການຍື່ງທ້ອງ, ແໜ້ນທ້ອງ ຫລື ຖອກທ້ອງຢ່າງຮຸນແຮງໄດ້.
  7. ຊ່ວຍບຳລຸງເສັ້ນຜົມ : ໂດຍນຳ້ເຜິ້ງຈະຊ່ວຍເຮັດໃຫ້ເສັ້ນຜົມແຂງແຮງຫລາຍຂຶ້ນ ທັງຍັງຊ່ວຍຂ້າເຊື້ອແບັກທີເຣຍທີ່ອາດຈະສະສົມຢູ່ເທິງໜັງຫົວໂດຍທີ່ບໍ່ຮູ້ຕົວ. ຫລັງຈາກສະຜົມແລ້ວ ໃຫ້ໃຊ້ນຳ້ເຜິ້ງປະສົມນຳ້ມັນໝາກກອກ ເອົາມາຊະໂລມເທິງໜັງຫົວໃຫ້ທົ່ວ ປະໄວ້ປະມານ 10 ນາທີ ຈຶ່ງລ້າງອອກ ຈະຊ່ວຍບຳລຸງເສັ້ນຜົມໃຫ້ເຫລື້ອມງາມ ແລະ ມີສຸຂະພາບດີໄດ້.
ຄຸນປະໂຫຍດຂອງນຳ້ເຜິງທີ່ຫລາຍຄົນອາດຍັງບໍ່ຮູ້. - 3 - ຄຸນປະໂຫຍດຂອງນຳ້ເຜິງທີ່ຫລາຍຄົນອາດຍັງບໍ່ຮູ້.
ຄຸນປະໂຫຍດຂອງນຳ້ເຜິງທີ່ຫລາຍຄົນອາດຍັງບໍ່ຮູ້. - 4 - ຄຸນປະໂຫຍດຂອງນຳ້ເຜິງທີ່ຫລາຍຄົນອາດຍັງບໍ່ຮູ້.
ຄຸນປະໂຫຍດຂອງນຳ້ເຜິງທີ່ຫລາຍຄົນອາດຍັງບໍ່ຮູ້. - 5 - ຄຸນປະໂຫຍດຂອງນຳ້ເຜິງທີ່ຫລາຍຄົນອາດຍັງບໍ່ຮູ້.
ຄຸນປະໂຫຍດຂອງນຳ້ເຜິງທີ່ຫລາຍຄົນອາດຍັງບໍ່ຮູ້. - Visit Laos Visit SALANA BOUTIQUE HOTEL - ຄຸນປະໂຫຍດຂອງນຳ້ເຜິງທີ່ຫລາຍຄົນອາດຍັງບໍ່ຮູ້.
ຄຸນປະໂຫຍດຂອງນຳ້ເຜິງທີ່ຫລາຍຄົນອາດຍັງບໍ່ຮູ້. - Visit Laos Visit SALANA BOUTIQUE HOTEL - ຄຸນປະໂຫຍດຂອງນຳ້ເຜິງທີ່ຫລາຍຄົນອາດຍັງບໍ່ຮູ້.