ເມືອງວັງວຽງ ແຂວງວຽງຈັນ ສຶກສາອົບຮົມປະຊາຊົນ 44 ຄອບຄົວ ທີ່ບຸກລຸກປ່າໄມ້ ແລະ ຈັບຈອງທີ່ດິນປ່າໄມ້ບໍ່ຖືກຕ້ອງ
March 14, 2023 - 2:53 PM

ວັນທີ 9 ມີນາ 2023 ຜ່ານມານີ້ ຫ້ອງການ ກະສິກໍາ ແລະ ປ່າໄມ້ ເມືອງວັງວຽງ ໄດ້ສຶກສາອົບຮົມຕໍ່ປະຊາຊົນຜູ້ທີ່ບຸກລຸກຖາງປ່າເຮັດໄຮ່ ແລະ ຈັບຈອງທີ່ດິນປ່າໄມ້ ຢູ່ເຂດປ່າປ້ອງກັນພູບານຂອງເມືອງ ຂອບເຂດການຄຸ້ມຄອງຂອງບ້ານນາດາວ ຈໍານວນ 44 ຄອບຄົວ
ເພື່ອໃຫ້ປະຊາຊົນທີ່ເຂົ້າຮ່ວມໄດ້ຮູ້ເຖິງກົດໝາຍປ່າໄມ້ ສະບັບເລກທີ 64/ ສພຊ ລົງວັນທີ 13ມິຖຸນາ 2019 ແລະ ບັນດານິຕິກໍາ ທີ່ກ່ຽວຂ້ອງກັບວຽກງານປ່າໄມ້ ເຮັດໃຫ້ພິທີຝຶກອົບຮົມຄັ້ງນີ້ ບັນລຸຕາມ ຄາດໝາຍທີ່ວາງໄວ້ ພ້ອມອະທິບາຍບາງກົດໝາຍທີ່ມີຄວາມຈໍາເປັນເຊັ່ນ: ປະມວນກົດໝາຍອາຍາ,ກົດ ໝາຍແພ່ງ, ກົດໝາຍປ່າໄມ້ ແລະ ນິຕິກໍາລຸ່ມກົດໝາຍ ຈໍານວນຫນື່ງ ຜ່ານການສຶກສາ ອົບຮົມເຮັດໃຫ້ປະຊາຊົນມີຄວາມເຂົ້າໃຈຕໍ່ລະບຽບ, ກົດໝາຍ ແລະໃຫ້ຮ່ວມມື ເປັນຢ່າງດີ ພ້ອມທັງປະຕິຍານຈະຢຸດຕິ ແລະ ສົ່ງດິນຄືນໃຫ້ລັດຄຸ້ມຄອງຢ່າງຖືກຕ້ອງ.