ສປ ຈີນ ສົ່ງມອບກຳປັ່ນບັນທຸກຕູ້ເກັບສິນຄ້າ ໃຫຍ່ທີ່ສຸດໃນໂລກ

ສປ ຈີນ ສົ່ງມອບກຳປັ່ນບັນທຸກຕູ້ເກັບສິນຄ້າ ໃຫຍ່ທີ່ສຸດໃນໂລກ - 335301327 229470156278958 7324107642103214258 n e1678783488237 - ສປ ຈີນ ສົ່ງມອບກຳປັ່ນບັນທຸກຕູ້ເກັບສິນຄ້າ ໃຫຍ່ທີ່ສຸດໃນໂລກ
ສປ ຈີນ ສົ່ງມອບກຳປັ່ນບັນທຸກຕູ້ເກັບສິນຄ້າ ໃຫຍ່ທີ່ສຸດໃນໂລກ - kitchen vibe - ສປ ຈີນ ສົ່ງມອບກຳປັ່ນບັນທຸກຕູ້ເກັບສິນຄ້າ ໃຫຍ່ທີ່ສຸດໃນໂລກ
ຕາມ​ຂ່າວ​ຈາກ China Media Group(CMG),ສປ ຈີນ ສົ່ງ​ມອບ​ ກຳ​ປັ່ນ ບັນທຸກ​ ຕູ້​ເກັບ ​ສິນຄ້າ ​ໃຫຍ່​ທີ່​ສຸດ ​ໃນ​ໂລກ ​ໃຫ້​ລູກ​ຄ້າ​ແລ້ວ ​ໂດຍ​ມີ​ ການ​ຕິດຕັ້ງ ອຸປະ ກອນ​ ທັນ​ສະ​ໄໝ​ຕ່າງໆ ທີ່​ຊ່ວຍ ​ໃຫ້​ບັນທຸກ​ ສິນຄ້າ ​ໄດ້​ຫລາຍ​ຂຶ້ນ ​ແຕ່​ຫລຸດ​ ການ​ໃຊ້​​ ເຊື້ອ​ເພີງ ​ແລະ ​ພະລັງງານ ຄາບ​ອນ ​ໂດຍ​ສາມາດ​ ຫລຸດ​ການ​ປ່ອຍ ​ອາຍ​ແກັສ ຄາ ບ​ອນ​ໄດ້ 3-4% ຫລື​ ປະມານ 6.000​ໂຕນ​ຕໍ່​ປີ. “Mediterranean Tessa” ​ແມ່ນ​ກຳ​ປັນ ​ບັນທຸກ​ ຕູ້​ເກັບ ​ສິນຄ້າ ຂະໜາດ ​ໃຫຍ່​ທີ່​ສຸດ ມີ​ຄວາມ​ຈຸ 24.116 TEUs​ໄດ້​ຮັບ​ການ​ສົ່ງ​ມອບ​ແລ້ວ ທີ່​ນະຄອນ​ຊຽງ​ໄຮ້ ມີ​ຄວາມ​ຍາວ ​ເກືອບ 400 ​ແມັດ ມີ​ພື້ນ​ທີ່​ ເທິງດາດ​ຟ້າ ​ເທົ່າ​ກັບ​ 4 ສະໜາມ​ ກິລາ ​ບານ​ເຕະ ມາດຕະຖານ ສາມາດ​ ບັນຈຸ​ ສິນຄ້າ ​ໄດ້​ເຖິງ 240.000​ໂຕນ.ກຳ​ປັ່ນ​ລຳ​ນີ້ ສາມາດ​ ບັນ​ທຸກ ​ສິນຄ້າ ຕັ້ງ​ແຕ່​ ສິນຄ້າ ​ອຸດສາຫະກຳ​ໜັກ ຈົນ​ເຖິງ ​ສິນຄ້າ​ ທົ່ວ​​ໄປ ຖືກ​ສົ່ງ​ມອບ​ ໃຫ້​ກັບ​ ບໍລິສັດ Mediterranean Shipping ຈຳກັດ ທີ່​ເຈ​ນີວາ ປະ​ເທດ​ ສະ​ວິດ ຊຶ່ງ​ເປັນ ​ບໍລິສັດ​ ຂົນ​ສົ່ງ ​​ແຫ່ງ​ໃຫຍ່​ສຸດ ​ໃນ​ໂລກ ​ເພື່ອ​ນຳ​ໃຊ້ ​ການ​ຂົນ​ສົ່ງ​ ສິນຄ້າ ລະຫວ່າງ ອາຊີ ​ແລະ ​ເອີຣົບ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ
ສປ ຈີນ ສົ່ງມອບກຳປັ່ນບັນທຸກຕູ້ເກັບສິນຄ້າ ໃຫຍ່ທີ່ສຸດໃນໂລກ - 4 - ສປ ຈີນ ສົ່ງມອບກຳປັ່ນບັນທຸກຕູ້ເກັບສິນຄ້າ ໃຫຍ່ທີ່ສຸດໃນໂລກ
ສປ ຈີນ ສົ່ງມອບກຳປັ່ນບັນທຸກຕູ້ເກັບສິນຄ້າ ໃຫຍ່ທີ່ສຸດໃນໂລກ - 3 - ສປ ຈີນ ສົ່ງມອບກຳປັ່ນບັນທຸກຕູ້ເກັບສິນຄ້າ ໃຫຍ່ທີ່ສຸດໃນໂລກ
ສປ ຈີນ ສົ່ງມອບກຳປັ່ນບັນທຸກຕູ້ເກັບສິນຄ້າ ໃຫຍ່ທີ່ສຸດໃນໂລກ - 5 - ສປ ຈີນ ສົ່ງມອບກຳປັ່ນບັນທຸກຕູ້ເກັບສິນຄ້າ ໃຫຍ່ທີ່ສຸດໃນໂລກ