ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມພ້ອມດ້ວຍຄະນະ ຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງລາຍເຈົາ

ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມພ້ອມດ້ວຍຄະນະ ຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງລາຍເຈົາ - 336320346 1453791362031906 5861777221990262119 n - ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມພ້ອມດ້ວຍຄະນະ ຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງລາຍເຈົາ
ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມພ້ອມດ້ວຍຄະນະ ຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງລາຍເຈົາ - kitchen vibe - ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມພ້ອມດ້ວຍຄະນະ ຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງລາຍເຈົາ
ວັນທີ 10 ມີນາ 2023 ຜ່ານມາ, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນ ທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງລາຍເຈົາ, ໃນໂອກາດນີ້, ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ພົບປະ ແລະ ເຮັດວຽກກັບ ສະຫາຍ ເຈີ່ນ ຕ່ຽນ ຢູ່ງ, ຮອງເລຂາພັກແຂວງ, ປະທານຄະນະກໍາມະການ ປະຊາຊົນ ແຂວງລາຍເຈົາ (ເຈົ້າແຂວງ) ຊຶ່ງໃນການພົບປະຄັ້ງນີ້, ການນໍາແຂວງກໍໄດ້ສະແດງຄວາມຍິນດີຕ້ອນຮັບ, ຕີລາຄາສູງ ທີ່ສະຫາຍ ເອກອັກຄະລັດຖະທູດ ພ້ອມພັນລະຍາ ແລະ ຄະນະ ໄດ້ເດີນ ທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງລາຍເຈົາ.
ໂອກາດນີ້ສະຫາຍ ສະຫາຍ ເຈີ່ນ ຕ່ຽນ ຢູ່ງ ກໍໄດ້ລາຍງານກ່ຽວກັບຄວາມເປັນມາ ຂອງແຂວງ ຊຶ່ງແຂວງລາຍເຈົາໄດ້ຮັບການສ້າງຕັ້ງ ແລະ ແຍກຕົວອອກເປັນທາງ ການນັບແຕ່ປີ 2004 ເປັນຕົົ້ນມາ (ກ່ອນໜ້ານີ້ແຂວງລາຍເຈົາ ແລະ ແຂວງດຽນບຽນ ເປັນແຂວງດຽວມີຊື່ວ່າແຂວງລາຍເຈົາທີ່ມີສຳນັກຕັ້ງຢູ່ເມືອງໄລ ທີ່ຂຶ້ນກັບແຂວງດຽນບຽນໃນປັດຈຸບັນ) ລວມທັງແຈ້ງໂດຍຫຍໍ້ກ່ຽວກັບສະພາບລວມຂອງແຂວງນັບທັງສະພາບການພັດທະນາເສດຖະກິດສັງຄົມຂອງແຂວງໃນໄລຍະຜ່ານມາ ກໍຄືໝາກຜົນການພົວພັນ ຮ່ວມ ມືກັບ ສປປ ລາວ, ໂດຍສະເພາະແຂວງລາຍເຈົາໄດ້ແຮກສຽວກັບ 3 ແຂວງພາກເໜືອຄື: ແຂວງອຸດົມໄຊ, ແຂວງຫຼວງພະບາງ ແລະ ແຂວງຜົ້ງສາລີ. ພ້ອມທັງແຈ້ງໃຫ້ຊາບກ່ຽວກັບການສ້າງຊັບພະຍາກອນມະນຸດໃຫ້ແກ່ 3 ແຂວງດັ່ງກ່າວໃນໄລຍະຜ່ານມາ. ແຂວງລາຍເຈົາປະກອບດ້ວຍ 3 ເຜົາໃຫຍ່ຄື: ເຜົ່າໄຕກວມ 38%, ເຜົ່າມົ້ງ 32%, ເຜົ່າກິງ 30 % ສະຫາຍເຈົ້າແຂວງຍັງໃຫ້ຄວາມເຊື່ອໝັ້ນວ່າໃນໄລຍະທີ່ສະຫາຍເອກອັກຄະລັດຖະທູດມາດຳລົງຕຳແໜງຢູ່ ສສ ຫວຽດນາມຈະເປັນຂົວຕໍ່ໃນການປະສານງານລະຫວ່າງສອງປະ ເທດເວົ້າລວມ, ເວົ້າສະເພາະແມ່ນແຂວງລາຍເຈົາ ແລະ ບັນດາແຂວງພາກເໜືອຂອງລາວ.
ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ສະແດງຄວາມຂອບໃຈໃນການຕ້ອນຮັບອັນອົບອຸ່ນ ແລະ ເປັນກັນເອງໃນຖານສະຫາຍອ້າຍນ້ອງ ພ້ອມທັງສະແດງຄວາມຊົມເຊີຍໝາກຜົນການພັດທະນາເສດຖະກິດ-ສັງຄົມໃນ ໄລຍະຜ່ານມາຂອງແຂວງ ຊຶ່ງບັນດາຜົນສຳເລັດດັ່ງກ່າວກໍໄດ້ສະແດງໃຫ້ເຫັນເຖິງການວາງແນວທາງທີ່ຖືກຕ້ອງ, ຄວາມ ສາມາດໃນການຊີ້ນຳ-ນຳພາຂອງອົງຄະນະພັກ, ອຳນາດການປົກຄອງ ແລະ ການເປັນຈິດໜຶ່ງໃຈດຽວ ຂອງ ປະຊາຊົນແຂວງລາຍເຈົາ. ພ້ອມທັງຕີລາຄາສູງການພົວພັນຮ່ວມມືລະຫວ່າງສອງປະເທດ ກໍຄືການຮ່ວມມືລະ ຫວ່າງ ແຂວງລາຍເຈົາ ກັບ ບັນດາແຂວງພາກເໜືອຂອງລາວໂດຍສະເພາະແມ່ນການຊ່ວຍເຫຼືອສ້າງຊັບພະຍາ ກອນມະນຸດໃຫ້ແກ່ ແຂວງອຸດົມໄຊ, ແຂວງຫຼວງພະບາງ ແລະ ແຂວງຜົ້ງສາລີ.
ໃນວັນດຽວກັນ, ສະຫາຍເອກອັກຄະລັດຖະທູດພ້ອມດ້ວຍຄະນະຍັງໄດ້ໄປຢ້ຽມຢາມ ແລະ ພົບປະຄູອາຈານ ແລະ ນັກສຶກສາລາວທີ່ວິທະຍາໄລຊຸມຊົນແຂວງລາຍເຈົາ, ໂດຍການຕ້ອນຮັບ ຂອງ ສະຫາຍນາງ ເລືອງ ຈິຕວ໋ຽນ, ອຳນວຍ ການພ້ອມດ້ວຍຄະນະອຳນວຍການ ຄູ – ອາຈານ ແລະ ນ້ອງນັກ ສຶກສາລາວ.
ສະຫາຍນາງ ເລືອງ ຈິ ຕວ໋ຽນ ກໍໄດ້ລາຍ ງານປະຫວັດຄວາມເປັນມາຂອງໂຮງຮຽນພ້ອມທັງສະພາບການສ້າງຊັບພະຍາກອນມະນຸດໃຫ້ແກ່ 3 ແຂວງພາກເໜືອຂອງລາວ ເລີ່ມແຕ່ປີ 2014 ມາໄດ້ມີນັກສຶກສາລາວມາສຶກສາຢູ່ໂຮງຮຽນແຫ່ງນີ້ທັງໝົດ 90 ຄົນ ໃນນັ້ນຈົບການສຶກສາກັບຄືນປດເທດເປັນຈຳ ນວນຫຼາຍ, ປັດຈຸບັນຍັງມີນັກສຶກສາຈຳນວນ 14ຄົນ ມາຈາກແຂວງອຸດົມໄຊ, ຮຽນສອງຂະແໜງຄື: ອະນຸບານຊັ້ນສູງ 05 ຄົນ ແລະ ການແພດຊັ້ນສູງ 09 ຄົນ, ສະຫາຍຍັງໄດ້ລາຍງານຕື່ມວ່າທາງໂຮງ ຮຽນໄດ້ ສ້າງເງື່ອນໄຂອຳນວຍຄວາມສະດວກທາງດ້ານທີ່ພັກ, ມີໂຮງອາຫານ ແລະ ມີເບ້ຍລ້ຽງໃຫ້, ສິ່ງທີ່ທ້າທາຍແລະ ເປັນບັນຫາອຸປະສັກຂອງນັກສຶກສາສ່ວນໃຫຍ່ແມ່ນພາສາຫວຽດ ນາມເປັນຫຼັກ.
ໂອກາດນີ້, ສະຫາຍ ເອກອັກຄະລັດຖະ ທູດ ແສງເພັດ ຮຸ່ງບຸນຍວງ ໄດ້ສະແດງຄວາມຂອບໃຈ ພ້ອມຕີລາຄາສູງຕໍ່ການຊ່ວຍເຫຼືອຂອງລັດຖະບານຫວຽດນາມກໍຄືການນຳແຂວງລາຍເຈົາທີ່ໄດ້ໃຫ້ທຶນຊ່ວຍເຫຼືອບັນດາແຂວງພາກເໜືອຂອງລາວສະຫາຍໄດ້ຝາກຄວາມເປັນຫວງເປັນໄຍຈາກລັດຖະບານກໍຄືການນຳຂັ້ນສູງຂອງສອງປະເທດຕໍ່ກັບຄຸນນະພາບການສຶກສາຂອງນັກສຶກສາລາວທີ່ ສສ ຫວຽດນາມ, ພ້ອມນັ້ນທ່ານຍັງຮຽກຮ້ອງໃຫ້ຄູ-ອາຈານເອົາໃຈໃສ່ບໍ່ໃຫ້ມີຄະແນນນະໂຍບາຍໃນເວລາສອບເສັ່ງ,ພ້ອມນັ້ນ ທ່ານຍັງໄດ້ປຸກລະ ດົມໃຫ້ກຳລັງໃຈນ້ອງໆນັກສຶກສາໃຫ້ພ້ອມກັນສຶກສາຄົ້ນຄວ້າຮ່ຳຮຽນ ແລະ ພ້ອມກັນຍາດແຍ່ງເອົາຄວາມຮູ້ ເພື່ອນຳ ເມືອພັດທະນາປະເທດຊາດກໍຄືພັດທະນາແຂວງຂອງຕົນ.
ຂ່າວ,ພາບ: ສະຖານທູດລາວທີ່ຮ່າໂນ້ຍ
ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມພ້ອມດ້ວຍຄະນະ ຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງລາຍເຈົາ - 3 - ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມພ້ອມດ້ວຍຄະນະ ຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງລາຍເຈົາ
ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມພ້ອມດ້ວຍຄະນະ ຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງລາຍເຈົາ - 4 - ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມພ້ອມດ້ວຍຄະນະ ຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງລາຍເຈົາ
ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມພ້ອມດ້ວຍຄະນະ ຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງລາຍເຈົາ - 5 - ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມພ້ອມດ້ວຍຄະນະ ຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງລາຍເຈົາ