ການນໍາກອງພົນທີ 5 ມອບເຄື່ອງຊ່ວຍເຫລືອປະຊາຊົນທີ່ຖືກອັກຄີໄຟ (ໄຟໄໝ້ເຮືອນ) ບ້ານສະໝິງ ລວມມູນຄ່າ 68 ລ້ານກີບ

ເພື່ອເປັນການຊ່ວຍເຫລືອບັນເທົາທຸກ ໃຫ້ປະຊາຊົນ ທີ່ເກີດອັກຄີໄພ ໄຟໄໝ້ ບ້ານສະໝິງ ເມືອງປະທຸມພອນ ແຂວງຈຳປາສັກ, ໃນວັນທີ 14 ມີນາ 2023 ນີ້, ທ່ານ ພັນເອກ ຂັນທີ ສະໜາມອຸ່ນ ຫົວໜ້າການທະຫານ ກອງພົນທີ 5 ພ້ອມດ້ວຍພັນລະຍາ, ການນໍາອົງການ 5 ຫ້ອງ ແລະ ອົງການຈັດຕັ້ງມະຫາຊົນ ກອງພົນທີ 5 ໄດ້ນໍາເອົາເຄື່ອງອຸປະໂພກ-ບໍລິໂພກ ແລະ ວັດຖຸປັດໄຈລົງມອບໃຫ້ ໂດຍຕ່າງໜ້າກ່າວຮັບຂອງທ່ານ ບຸນຖອງ ສຸພາວົງ ຮອງເຈົ້າເມືອງປະທຸມພອນ ແລະ ທ່ານ ກໍາແກ້ວ ຂຸນພິນີດ ເລຂາພັກບ້ານນາຍບ້ານໆສະໝິງພ້ອມດ້ວຍຜູ້ຖືກອັກຄີໄພເຂົ້າຮ່ວມ.
ສຳລັບເຄື່ອງທີ່ນໍາມາມອບໃຫ້ໃນຄັ້ງນີ້ລວມມີ: ສັງກະສີ, ເຫລັກຕະປູ, ມຸ່ງ, ນໍ້າດື່ມ, ເງິນສົດ ແລະ ເຄື່ອງອຸປະໂພກ-ບໍລິໂພກ ອີກຈໍານວນໜຶ່ງ ລວມມູນຄ່າ 68 ລ້ານກີບ. ກໍເພື່ອເປັນການຊ່ວຍເຫລືອ ແບ່ງເບົາບັນເທົາທຸກ ໃຫ້ແກ່ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບອັກຄີໄພ. ໃນຄັ້ງນີ້ ໂອກາດດັ່ງກ່າວ ທ່ານຫົວໜ້າການທະຫານ ກອງພົນທີ 5 ຍັງໄດ້ພົບປະໂອ້ລົມ ແລະ ໃຫ້ກໍາລັງໃຈພໍ່ແມ່ປະຊາຊົນ ຜູ້ຖືກອັກຄີໄຟ ອີກດ້ວຍ.