ອີຣານຈັບກຸມຜູ້ຖືກສົງໄສ 100 ກວ່າຄົນ ຄາດວ່າກ່ຽວຂ້ອງວາງຢານັກຮຽນຍິງນັບພັນທົ່ວປະເທດ

ສໍານັກຂ່າວ IRNA ລາຍງານວ່າ: ທາງການອີຣານໄດ້ຈັບຜູ້ຕ້ອງສົງໄສ 100 ກວ່າຄົນ ທີ່ຄາດວ່າມີສ່ວນກ່ຽວຂ້ອງຕໍ່ເຫດການວາງຢາພິດນັກຮຽນຫລາຍພັນຄົນທົ່ວປະເທດ ນັບແຕ່ເດືອນພະຈິກ 2022 ຈົນຮອດປັດຈຸບັນ.
ກະຊວງປ້ອງກັນປະເທດຂອງອີຣານເປີດເຜີຍວ່າ: ທາງການໄດ້ລະບຸຕົວ, ຈັບກຸມ ແລະ ສືບສວນຜູ້ຕ້ອງສົງໄສກຸ່ມດັ່ງກ່າວໃນຫລາຍເມືອງ ລວມທັງເມືອງຫລວງຄືນະຄອນຫລວງເຕຫະຣານ ໂດຍເບື້ອງຕົ້ນລະບຸວ່າຄົນເຫລົ່ານີ້ໄດ້ໃຊ້ສານພິດທີ່ບໍ່ໄດ້ເປັນອັນຕະລາຍສູງ, ແຕ່ມີກິ່ນຂິວ ເພື່ອພະຍາຍາມກໍ່ກວນໃຫ້ໂຮງຮຽນຕ່າງໆປິດ. ຂະນະທີ່ບາງຄົນໄດ້ອິດທິພົນຈາກບັນຍາກາດທີ່ເກີດຂຶ້ນໃນປະເທດຈົນໄປກໍ່ເຫດຄວາມວຸ້ນວາຍ.
ການເຄື່ອນໄຫວດັ່ງກ່າວມີຂຶ້ນຫລັງບໍ່ເທົ່າໃດເດືອນຜ່ານມາ ເກີດເຫດນັກຮຽນຍິງຂອງອີຣານໄດ້ກິ່ນຂິວຂອງສານພິດໃນບໍລິເວນໂຮງຮຽນ ກ່ອນພວກນາງຈະມີອາການຄືກັນ ຄືວິນຫົວ, ຫາຍໃຈບໍ່ອອກ, ປວດຮາກ ແລະ ອ່ອນເພຍ ຈົນຕ້ອງນໍາສົ່ງໂຮງໝໍ. ເຫດການດັ່ງກ່າວເກີດຂຶ້ນຕໍ່ນັກຮຽນຍິງ 5.000 ກວ່າຄົນໃນໂຮງຮຽນປະມານ 230 ແຫ່ງໃນ 25 ແຂວງຂອງອີຣານ ຈົນເຮັດໃຫ້ຜູ້ປົກຄອງເກີດຄວາມກັງວົນ ແລະ ບໍ່ຍອມໃຫ້ລູກຫລານໄປໂຮງຮຽນຕາມປົກກະຕິ.
ສໍາລັບຜູ້ທີ່ຖືກຈັບກຸມນັ້ນ ທາງກະຊວງປ້ອງກັນປະເທດກ່າວວ່າ: ແຮງຈູງໃຈຂອງພວກເຂົາຄືການພະຍາຍາມສ້າງຄວາມຢ້ານກົວໃນບັນດາປະຊາຊົນ ແລະ ເດັກນ້ອຍ ເພື່ອຕ້ອງການໃຫ້ມີການປິດໂຮງຮຽນ ແລະ ຫວັງສ້າງບັນຍາກາດບໍ່ດີໃຫ້ເກີດຂຶ້ນໃນສັງຄົມ. ພ້ອມກ່າວວ່າ: ຄະດີການວາງຢາເດັກຍິງໃນປະເທດນັ້ນຫລຸດລົງຫລາຍໃນໄລຍະຫລາຍວັນຜ່ານມາ.
ວັນທີ 6 ມີນາ, ທ່ານ ຢາຕໍເລາະ ອາລີ ຄາເມເນອີ ຜູ້ນໍາສູງສຸດຂອງອີຣານ ກ່າວວ່າ: ເຫດການວາງຢາພິດເດັກນັກຮຽນຍິງໃນປະເທດຖືເປັນອາດຊະຍາກໍາທີ່ “ບໍ່ອາດໃຫ້ອະໄພໄດ້” ແລະ ຖ້າມີການຕັ້ງໃຈກະທໍາຄວາມຜິດແທ້ ຄົນຜູ້ນັ້ນຄວນຮັບໂທດເຖິງຕາຍ.
ອ້າງອີງ: