ປກສ ກຸ່ມບ້ານໂດນ ສຶກສາອົບຮົມເປົ້າໝາຍ ມົ້ວສຸມຢາເສບຕິດ 12 ຄົນ

ປກສ ກຸ່ມບ້ານໂດນ ສຶກສາອົບຮົມເປົ້າໝາຍ ມົ້ວສຸມຢາເສບຕິດ 12 ຄົນ - kitchen vibe - ປກສ ກຸ່ມບ້ານໂດນ ສຶກສາອົບຮົມເປົ້າໝາຍ ມົ້ວສຸມຢາເສບຕິດ 12 ຄົນ

ວັນທີ 14 ມີນາ 2023, ປກສ ກຸ່ມບ້ານໂດນ ສົມທົບກັບການຈັດຕັ້ງບ້ານທ່າກອກ ແລະ ບ້ານທຸ່ນລົວ ສຶກສາອົບຮົມເປົ້າໝາຍມົ້ວສຸມຢາເສບຕິດ ( ຢາບ້າ ) ຈໍານວນ 12 ຄົນ. ທີ່ວັດບ້ານທ່າກອກ ເມືອງປາກງື່ມ ນະຄອນຫລວງວຽງຈັນ

ທ່ານ ພັຕ ສຸລິວົງ ແດນເຊກອງ ກ່າວວ່າ: ການສຶກສາອົບຮົມເປົ້າໝາຍຄັ້ງນີ້ ແມ່ນເປົ້າໝາຍປະເພດ I ເປັນເປົ້າໝາຍມົ້ວສຸມຢາເສບຕິດ, ເຊິ່ງປະຕິບັດຕາມວຽກງານວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໂດຍສົມທົບກັບການຈັດຕັ້ງບ້ານທັງ 2 ບ້ານ, ໃນການສຶກສາອົບຮົມ ແມ່ນໄດ້ຍົກໃຫ້ເຫັນຜົນຮ້າຍ ແລະໄພອັນຕະລາຍຂອງຢາເສບຕິດ ທີ່ມີຜົນກະທົບຮ້າຍແຮງຕໍ່ຊີວິດ, ຊັບສິນ, ສັງຄົມ ແລະ ເປັນການກະທໍາທີ່ຜິດລະເມີດລະບຽບກົດໝາຍ ເຮັດໃຫ້ເຂົາເຈົ້າເຂົ້າໃຈ ແລະ ຮູ້ສຶກກິນແໜງແຄງໃຈ ຕໍ່ການກະທໍາທີ່ບໍ່ຖືກຕ້ອງ ແລະໃຫ້ຢຸດເຊົາ, ບໍ່ໄປພົວພັນ ຫຼື ກັບຄືນມາເສບໃໝ່.

ປກສ ກຸ່ມບ້ານໂດນ ສຶກສາອົບຮົມເປົ້າໝາຍ ມົ້ວສຸມຢາເສບຕິດ 12 ຄົນ - Visit Laos Visit SALANA BOUTIQUE HOTEL - ປກສ ກຸ່ມບ້ານໂດນ ສຶກສາອົບຮົມເປົ້າໝາຍ ມົ້ວສຸມຢາເສບຕິດ 12 ຄົນ
ປກສ ກຸ່ມບ້ານໂດນ ສຶກສາອົບຮົມເປົ້າໝາຍ ມົ້ວສຸມຢາເສບຕິດ 12 ຄົນ - Visit Laos Visit SALANA BOUTIQUE HOTEL - ປກສ ກຸ່ມບ້ານໂດນ ສຶກສາອົບຮົມເປົ້າໝາຍ ມົ້ວສຸມຢາເສບຕິດ 12 ຄົນ

ນອກນັ້ນທ່ານ ຍັງໄດ້ຮຽກຮ້ອງມາຍັງຜູ້ປົກຄອງ ແລະ ບັນດາເປົ້າໝາຍ ທີ່ຍັງບໍ່ທັນໄດ້ເຂົ້່າຮ່ວມການສຶກສາອົບຮົມ ໃຫ້ມີຄວາມຕື່ນຕົວສະໝັກໃຈ ເຂົ້າມາຮັບຟັງການບັນຍາຍຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດ; ເຊິ່ງມີຜົນກະທົບຕໍ່ຜູ້ເສບ ແລະບຸກຄົນອ້ອມຂ້າງຢ່າງຊັດເຈນ ເພື່ອເຮັດໃຫ້ເປົ້າໝາຍຢຸດເຊົາ, ບໍ່ກັບໄປພົວພັນກັບສິ່ງເສບຕິດ ແລະ ກາຍເປັນຄົນດີຂອງສັງຄົມ.

ປກສ ກຸ່ມບ້ານໂດນ ສຶກສາອົບຮົມເປົ້າໝາຍ ມົ້ວສຸມຢາເສບຕິດ 12 ຄົນ - 3 - ປກສ ກຸ່ມບ້ານໂດນ ສຶກສາອົບຮົມເປົ້າໝາຍ ມົ້ວສຸມຢາເສບຕິດ 12 ຄົນ
ປກສ ກຸ່ມບ້ານໂດນ ສຶກສາອົບຮົມເປົ້າໝາຍ ມົ້ວສຸມຢາເສບຕິດ 12 ຄົນ - 4 - ປກສ ກຸ່ມບ້ານໂດນ ສຶກສາອົບຮົມເປົ້າໝາຍ ມົ້ວສຸມຢາເສບຕິດ 12 ຄົນ
ປກສ ກຸ່ມບ້ານໂດນ ສຶກສາອົບຮົມເປົ້າໝາຍ ມົ້ວສຸມຢາເສບຕິດ 12 ຄົນ - 5 - ປກສ ກຸ່ມບ້ານໂດນ ສຶກສາອົບຮົມເປົ້າໝາຍ ມົ້ວສຸມຢາເສບຕິດ 12 ຄົນ