ເຜີຍແຜ່-ເຊື່ອມຊຶມ ກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາ ໃຫ້ຜູ້ປະກອບການເຮັດທຸລະກໍາດ້ານເງິນຕາທົ່ວແຂວງສະຫວັນນະເຂດ

ວັນທີ 14 ມີນາ 2023 ທີ່ສາຂາທະນາຄານແຫ່ງ ສປປ ລາວ ພາກກາງ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຂຶ້ນ. ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ທ່ານ ວົງພະຈັນ ແສງສຸວັນ ຫົວໜ້າສາຂາທະນາຄານແຫ່ງ ສປປ ລາວ ພາກກາງ ແຂວງສະຫວັນນະເຂດ ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ວົງພະຈັນ ແສງສຸວັນ ກ່າວວ່າ: ເພື່ອແນໃສ່ໃຫ້ບັນດາທ່ານທີ່ໄດ້ເຂົ້າຮ່ວມກອງປະຊຸມໄດ້ເຂົ້າໃຈໂດຍພື້ນຖານກ່ຽວກັບສະພາບບັນຫາການນໍາໃຊ້ເງິນຕາຕ່າງປະເທດ ໃນໄລຍະຜ່ານມາ, ຮູ້ພາບລວມກ່ຽວກັບການເຄື່ອນໄຫວທຸລະກຳ ແລະ ການໃຫ້ບໍລິການເງິນຕາຕ່າງປະເທດ ໂດຍຈະລົງເລິກ ແລະ ເນັ້ນເນື້ອໃນກ່ຽວກັບສິດ ແລະ ໜ້າທີ່ຄວາມຮັບຜິດຊອບຂອງ ແຕ່ລະພາກສ່ວນ (ສາຂາ ທຫລ ບັນດາພະແນກການຂອງແຂວງ, ສາຂາທະນາຄານທຸລະກິດ, ສະຖາບັນການເງິນທີ່ບໍ່ແມ່ນທະນາຄານ ແລະ ບັນດາບໍລິສັດທີ່ຕິດພັນກັບການນໍາໃຊ້ເງິນຕາຕ່າງປະເທດທີ່ມີສຳນັກງານຢູ່ທ້ອງຖິ່ນ) ໃນການຈັດຕັ້ງປະຕິບັດວຽກງານ ການຄຸ້ມຄອງເງິນຕາຕ່າງປະເທດ ແລະ ຄວາມເປັນເຈົ້າການໃນການເຄື່ອນໄຫວທຸລະກຳເງິນຕາ ຕ່າງປະເທດຂອງບຸກຄົນ, ນິຕິບຸກ ຄົນ ແລະການຈັດຕັ້ງຕ່າງໆໃນ
ການຈັດຕັ້ງປະຕິບັດວຽກງານ ການຄຸ້ມຄອງເງິນຕາຕ່າງປະເທດ ຕາມທີ່ກຳນົດໄວ້ໃນກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ (ສະບັບປັບປຸງ) ເລກທີ 15/ສພຊ, ລົງວັນທີ 7 ກໍລະກົດ 2022 ແລະ ຂໍ້ຕົກລົງວ່າດ້ວຍການບໍລິການແລກປ່ຽນເງິນຕາ ເລກທີ 1026/ທຫລ, ລົງ ວັນທີ 28 ທັນວາ 2022 ເພື່ອໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງ ແລະ ເປັນເອກະພາບ. ພ້ອມນັ້ນ ຍັງໄດ້ເປີດໂອກາດໃຫ້ບັນດາທ່ານຜູ້ເຂົ້າຮ່ວມປະກອບຄຳຄິດເຫັນ ເພື່ອເຮັດໃຫ້ການຄຸ້ມຄອງເງິນຕາເປັນໜ້າທີ່ຂອງທຸກຄົນ.