ອົງການໄອຍະການປະຊາຊົນສູງສຸດ ປາຖະກະຖາເຊື່ອມຊືມວັນສຳຄັນຂອງຊາດ

ອົງການໄອຍະການປະຊາຊົນສູງສຸດ ປາຖະກະຖາເຊື່ອມຊືມວັນສຳຄັນຂອງຊາດ - 335394474 610638910939282 2043295625931830189 n - ອົງການໄອຍະການປະຊາຊົນສູງສຸດ ປາຖະກະຖາເຊື່ອມຊືມວັນສຳຄັນຂອງຊາດ
ອົງການໄອຍະການປະຊາຊົນສູງສຸດ ປາຖະກະຖາເຊື່ອມຊືມວັນສຳຄັນຂອງຊາດ - kitchen vibe - ອົງການໄອຍະການປະຊາຊົນສູງສຸດ ປາຖະກະຖາເຊື່ອມຊືມວັນສຳຄັນຂອງຊາດ
ອົງການໄອຍະການປະຊາຊົນສູງສຸດ ຈັດປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ (22 ມີນາ 1955-22 ມີນາ 2023) ແລະ ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 41 ປີ (16 ກຸມພາ 1982- 16 ກຸມພາ 2023) ໃນວັນທີ 14 ມີນາ 2023 ໂດຍການປາຖະກະຖາຂອງ ສະຫາຍ ບຸນທັນ ບຸນທະວິໄລ ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີບັນດາສະຫາຍກຳມະການຄະນະບໍລິຫານງານ, ຄະນະໜ່ວຍພັກ, ຄະນະຫ້ອງການ, ຄະນະກົມ, ຄະນະສະຖາບັນ ແລະ ຄະນະພະແນກ ພາຍໃນອົງການໄອຍະການປະຊາຊົນສູງສຸດ ເຂົ້າຮ່ວມ. ທັງນີ້, ກໍເພື່ອເສີມຂະຫຍາຍມູນເຊື້ອແຫ່ງການນໍາພາ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ ຂອງພັກ ໃຫ້ປະກົດຜົນເປັນຈິງ, ເພື່ອເປັນການທົບທວນຫວນຄືນມູນເຊື້ອ ແລະ ໄຊຊະນະປະຫວັດສາດຂອງພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ແລະ ຜົນສຳເລັດໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຂອງພັກປະຊາຊົນປະຕິວັດລາວ.
ສະຫາຍ ບຸນທັນ ບຸນທະວິໄລ ໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງວັນດັ່ງກ່າວວ່າ: ພັກປະຊາ ຊົນປະຕິວັດລາວ ແມ່ນອົງການຈັດຕັ້ງເສນາທິການທາງການເມືອງ, ເປັນກອງນໍາໜ້າ ແລະ ເປັນຕົວແທນແຫ່ງສິດຜົນປະໂຫຍດຂອງຊົນຊັ້ນກໍາມະກອນ, ຊາວຜູ້ອອກແຮງງານລາວບັນດາເຜົ່າ; ພັກປະຊາຊົນປະຕິວັດລາວ ໄດ້ນໍາພາປະຊາຊົນລາວບັນດາເຜົ່າ ເຮັດສໍາເລັດພາລະກິດປະຕິວັດປົດປ່ອຍຊາດ, ລົບລ້າງລະບອບລ່າເມືອງຂຶ້ນ, ສ້າງສັງ ກາດໃໝ່ໃຫ້ແກ່ປະເທດຊາດ. ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ, ພັກ ກໍໄດ້ສືບຕໍ່ນໍາພາປະຊາ ຊົນລາວບັນດາເຜົ່າ ປົກປັກຮັກສາເອກະລາດ ແລະ ກໍ່ສ້າງຊີວິດໃໝ່; ນໍາພາປວງຊົນລາວທັງຊາດ ດໍາເນີນພາລະກິດປ່ຽນແປງໃໝ່, ກໍ່ສ້າງ ແລະ ຂະຫຍາຍລະບອບປະຊາທິປະໄຕປະຊາຊົນ, ສ້າງປະຖົມປັດໄຈໃຫ້ແກ່ການກ້າວຂຶ້ນສັງຄົມນິຍົມເທື່ອລະກ້າວ; ພັກປະຊາຊົນປະຕິວັດລາວ ຖືເອົາຫລັກມູນພື້ນຖານ ຂອງລັດທິມາກ-ເລນິນ ເປັນພື້ນຖານແຫ່ງແນວຄິດທິດສະດີຂອງພັກ, ຖືເອົາຫລັກການລວມສູນປະຊາທິປະໄຕ ຂອງພັກ, ນໍາພາເປັນໝູ່ຄະນະ ບຸກຄົນຮັບຜິດຊອບເປັນຫລັກການ ຂອງພັກ, ຖືເອົາຄວາມສາມັກຄີອັນໜຶ່ງອັນດຽວເປັນຫລັກ, ເອົາການຕໍານິຕິຊົມເຊິ່ງກັນ ແລະ ກັນ ເປັນກົດເກນ ຂອງການເຄື່ອນໄຫວ ແລະ ຖືເອົາມະຫາຊົນເປັນກໍາລັງແຮງໃນການນໍາພາ ຂອງພັກ. ພ້ອມກັນນີ້, ຜູ້ເຂົ້າຮ່ວມຍັງໄດ້ ຮັບຟັງການເຜີຍແຜ່ເອກະສານ ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 41 ປີ ເຊິ່ງວຽກງານກວດກາພັກ-ລັດ ແມ່ນມີຄວາມສຳຄັນທີ່ສຸດ ຕໍ່ການນຳພາຂອງພັກເຮົາ, ພັກໃຫ້ທັດສະນະວ່າ ບ່ອນໃດບໍ່ມີການກວດກາ ກໍບໍ່ມີການນຳພາ.
ພ້ອມກັນນີ້, ສະຫາຍ ບຸນທັນ ບຸນທະວິໄລ ກໍໄດ້ສະເໜີໃຫ້ບັນດາໜ່ວຍພັກ ທີ່ຂຶ້ນກັບອົງຄະນະພັກອົງ ການໄອຍະການປະຊາຊົນສູງສຸດ ສືບຕໍ່ນຳພາ-ຊີ້ນຳ, ເອົາໃຈໃສ່ເຊື່ອມຊຶມ, ສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈ, ກຳແໜ້ນເນື້ອໃນ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກອົງການໄອຍະການປະຊາຊົນສູງສຸດ, ແຜນພັດທະນາວຽກງານໄອຍະການປະຊາຊົນສູງສຸດ 5 ປີ (2021-2025) ໃຫ້ຈະແຈ້ງ ແລະ ມະຕິຂອງບັນດາໜ່ວຍພັກ ນຳມາຜັນຂະຫຍາຍເປັນແຜນງານ-ແຜນການລະອຽດຂອງຕົນ; ສືບຕໍ່ປັບປຸງຄືນແບບແຜນວິທີນຳພາ ແບບແຜນວິທີເຮັດວຽກ ໃຫ້ມີຄວາມຖືກຕ້ອງ ເພື່ອແກ້ໄຂຈຸດອ່ອນ ຂໍ້ຄົງຄ້າງ ໃນໄລຍະຜ່ານມາ, ການປະຕິບັດໜ້າທີ່, ສິດ, ພາລະບົດບາດ ຕ້ອງອີງໃສ່ກົດລະບຽບພັກເປັນຫລັກ; ຍົກສູງຄວາມເປັນແບບຢ່າງຮອບດ້ານຂອງຄະນະພັກ, ຄະນະກົມ, ສະມາຊິກພັກ ປະຕິບັດລະບຽບວິໄນໃຫ້ມີຄວາມເຂັ້ມງວດ, ຕ້ອງເຄົາລົບສິດ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນ, ຕ້ອງເດັດດ່ຽວແກ້ໄຂບັນດາຂໍ້ຄົງຄ້າງທີ່ເກີດຂຶ້ນໃນໄລ ຍະຜ່ານມາ ຂອງບັນດາໜ່ວຍພັກ ທີ່ຂຶ້ນກັບອົງຄະນະພັກ ອົງການໄອຍະການປະຊາຊົນສູງສຸດ ເພື່ອຜົນສຳເລັດພາລະກິດອັນໃໝ່ໃຫຍ່ຫລວງກວ່າເກົ່າ.
อาจเป็นรูปภาพของ 1 คน และ กำลังยืน ອົງການໄອຍະການປະຊາຊົນສູງສຸດ ປາຖະກະຖາເຊື່ອມຊືມວັນສຳຄັນຂອງຊາດ - 335259409 940926310251395 8369064250188539521 n - ອົງການໄອຍະການປະຊາຊົນສູງສຸດ ປາຖະກະຖາເຊື່ອມຊືມວັນສຳຄັນຂອງຊາດ
ອົງການໄອຍະການປະຊາຊົນສູງສຸດ ປາຖະກະຖາເຊື່ອມຊືມວັນສຳຄັນຂອງຊາດ - 3 - ອົງການໄອຍະການປະຊາຊົນສູງສຸດ ປາຖະກະຖາເຊື່ອມຊືມວັນສຳຄັນຂອງຊາດ
ອົງການໄອຍະການປະຊາຊົນສູງສຸດ ປາຖະກະຖາເຊື່ອມຊືມວັນສຳຄັນຂອງຊາດ - 5 - ອົງການໄອຍະການປະຊາຊົນສູງສຸດ ປາຖະກະຖາເຊື່ອມຊືມວັນສຳຄັນຂອງຊາດ
ອົງການໄອຍະການປະຊາຊົນສູງສຸດ ປາຖະກະຖາເຊື່ອມຊືມວັນສຳຄັນຂອງຊາດ - 4 - ອົງການໄອຍະການປະຊາຊົນສູງສຸດ ປາຖະກະຖາເຊື່ອມຊືມວັນສຳຄັນຂອງຊາດ