ຈອດລົດລືມໃສ່ເບັກມືລົດໄຫລສູ່ທາງເກີດອຸບັດຕິເຫດເສຍຊີວິດ 1 ຄົນ

ຈອດລົດລືມໃສ່ເບັກມືລົດໄຫລສູ່ທາງເກີດອຸບັດຕິເຫດເສຍຊີວິດ 1 ຄົນ - 335665350 615238680618222 9039665907851753389 n 1 - ຈອດລົດລືມໃສ່ເບັກມືລົດໄຫລສູ່ທາງເກີດອຸບັດຕິເຫດເສຍຊີວິດ 1 ຄົນ
ຈອດລົດລືມໃສ່ເບັກມືລົດໄຫລສູ່ທາງເກີດອຸບັດຕິເຫດເສຍຊີວິດ 1 ຄົນ - kitchen vibe - ຈອດລົດລືມໃສ່ເບັກມືລົດໄຫລສູ່ທາງເກີດອຸບັດຕິເຫດເສຍຊີວິດ 1 ຄົນ
ວັນທີ 16 ມີນາ 2023 ນີ້, ເຈົ້າໜ້າທີ່ ກອງຄະດີອຸບັດຕິເຫດ ພະແນກຕໍາຫລວດ ຈະລາຈອນ ປກສ ນະຄອນຫລວງວຽງຈັນ ໃຫ້ຮູວ່າ: ຜູ້ເຄາະຮ້າຍ ຊື່ ທ້າວ ເຈີນດຶກກວ້າງ ອາຍຸ 26 ປີ ສັນຊາດຫວຽດນາມ ອາຊີບຄ້າຂາຍ ພັກເຊົາຢູ່ບ້ານນາໄຊ ເມືອງໄຊເຊດຖາ ນະຄອນຫລວງວຽງຈັນ ກ່ອນເກີດເຫດໄດ້ຂັບຂີ່ລົດເກັງ ປ້າຍທະບຽນ 1700 ກໍາແພງນະຄອນ ໄປເຮືອນເອື້ອຍຢູ່ບ້ານດົງປ່າແລບ ຈຸດເກີດອຸບັດຕິເຫດ.
ຕາມການເກັບກຳຂໍ້ມູນຂອງເຈົ້າໜ້າທີ່ໃຫ້ຮູ້ວ່າ: ໃນເວລາປະມານ 10:30 ໂມງ ຂອງວັນທີ 15 ມີນາ 2023  ທ້າວ ເຈີນດຶກກວ້າງ ໄດ້ຂັບຂີ່ລົດຄັນດັ່ງກ່າວໄປເຮືອນເອື້ອຍ ຢູ່ບ້ານ ດົງປາແລບ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ພໍຂັບຂີ່ຮອດທາງເຂົ້າເຮືອນເຊິ່ງເປັນທາງຄ້ອຍຊັນ ຜູ້ກ່ຽວໄດ້ລົງຈາກລົດເພື່ອຈະໄປໄຂປະຕູໜ້າເຮືອນ ແຕ່ວ່າລືມໃສ່ເບກມືລົດ ເຮັດໃຫ້ລົດໄຫລຖອຍຫລັງ ຈາກນັ້ນຜູ້ກ່ຽວໄດ້ແລ່ນມາດ້ານຫລັງລົດໃຊ້ມືຍູ້ ເພື່ອຈະຢຸດລົດ ບໍ່ໃຫ້ໄຫລອອກນອກທາງ ແຕ່ໃນຂະນະນັ້ນ ໄດ້ມີລົດບັນທຸກ 6 ລົດ ປະເພດລົດ ເຊອາ ( ຊຶ່ງເປັນລົດເຈາະນໍ້າບາດານ ) ປ້າຍທະບຽນ ບກ 1221 ກໍາແພງນະຄອນ ຂັບຂີ່ໂດຍ ທ້າວ ໄຊພອນ ອາຍຸ 37 ປີ ສັນຊາດລາວ ອາຊີບກໍາມະກອນ ຢູ່ບ້ານນາທົ່ມ ເມືອງໄຊທານີ ນະຄອນຫລວງວຽງຈັນ ແລ່ນມາຕໍາເອົາຜູ້ກ່ຽວຢ່າງແຮງ ເຮັດໃຫ້ຜູ້ກ່ຽວກະທົບໃສ່ທ້າຍລົດເກັງ ແລ້ວເສຍຊີວິດຄາທີ.
ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ເສຍຊີວິດໃນອຸບັດຕິເຫດຄັ້ງນີ້ດ້ວຍ.
ຈອດລົດລືມໃສ່ເບັກມືລົດໄຫລສູ່ທາງເກີດອຸບັດຕິເຫດເສຍຊີວິດ 1 ຄົນ - 3 - ຈອດລົດລືມໃສ່ເບັກມືລົດໄຫລສູ່ທາງເກີດອຸບັດຕິເຫດເສຍຊີວິດ 1 ຄົນ
ຈອດລົດລືມໃສ່ເບັກມືລົດໄຫລສູ່ທາງເກີດອຸບັດຕິເຫດເສຍຊີວິດ 1 ຄົນ - 4 - ຈອດລົດລືມໃສ່ເບັກມືລົດໄຫລສູ່ທາງເກີດອຸບັດຕິເຫດເສຍຊີວິດ 1 ຄົນ
ຈອດລົດລືມໃສ່ເບັກມືລົດໄຫລສູ່ທາງເກີດອຸບັດຕິເຫດເສຍຊີວິດ 1 ຄົນ - 5 - ຈອດລົດລືມໃສ່ເບັກມືລົດໄຫລສູ່ທາງເກີດອຸບັດຕິເຫດເສຍຊີວິດ 1 ຄົນ