ຫວຽດນາມກຽມຫລຸດຜ່ອນຂໍ້ກໍານົດດ້ານວີຊາ ຫວັງດຶງດູດນັກທ່ອງທ່ຽວເຂົ້າປະເທດ

ສໍານັກຂ່າວຕ່າງປະເທດລາຍງານວ່າ: ທ່ານ ຟາມ ມິນ ຊິນ ນາຍົກລັດຖະມົນຕີຫວຽດນາມ ສັ່ງໃຫ້ເຈົ້າໜ້າທີ່ຫລຸດຜ່ອນຂໍ້ກໍານົດດ້ານວີຊາບາງປະການ ເພື່ອດຶງດູດນັກທ່ອງທ່ຽວຕ່າງປະເທດຫລາຍຂຶ້ນ.
ສື່ທ້ອງຖິ່ນຂອງຫວຽດນາມລາຍງານວ່າ: ຄວາມຍາກລໍາບາກໃນການຂໍວີຊາທ່ອງທ່ຽວຫວຽດນາມເປັນສາເຫດຫລັກທີ່ເຮັດໃຫ້ຫວຽດນາມປະສົບບັນຫາໃນການດຶງດູດນັກທ່ອງທ່ຽວຕ່າງປະເທດໃຫ້ເດີນທາງມາຫວຽດນາມຫລັງການແພ່ລະບາດຂອງພະຍາດໂຄວິດ-19 ໂດຍໃນປີຜ່ານມາ ຫວຽດນາມມີນັກທ່ອງທ່ຽວຕ່າງປະເທດໜ້ອຍກວ່າ 3,7 ລ້ານຄົນ. ນອກຈາກນີ້, ນັກທ່ອງທ່ຽວຍັງໄດ້ຮ້ອງຮຽນກ່ຽວກັບບັນຫາດ້ານໂຄງລ່າງພື້ນຖານ.
ໃນວັນທີ 15 ມີນາຜ່ານມາ, ທ່ານ ຟາມ ມິນ ຊິນ ສັ່ງໃຫ້ຄະນະລັດຖະບານຫວຽດນາມແກ້ໄຂນະໂຍບາຍກ່ຽວກັບຂະບວນການກວດຄົນເຂົ້າເມືອງເຊັ່ນ: ສະເໜີໃຫ້ມີການຍົກເວັ້ນວີຊາເພີ່ມຂຶ້ນ, ເພີ່ມໄລຍະເວລາອາໄສສໍາລັບນັກທ່ອງທ່ຽວຕ່າງປະເທດດ້ວຍຄ່າທໍານຽມທີ່ສົມເຫດສົມຜົນ ແລະ ຂະຫຍາຍໂຄງການວີຊາເອເລັກໂຕຣນິກຂອງປະເທດ.
ລາຍງານລະບຸວ່າ: ຫວຽດນາມໄດ້ຍົກເວັ້ນວີຊາໃຫ້ນັກທ່ອງທ່ຽວຈາກ 13 ປະເທດ ໂດຍແບ່ງເປັນ 11 ປະເທດໃນເອີຣົບ ແລະ 2 ປະເທດໃນອາຊີ ເຊິ່ງສາມາດອາໄສຢູ່ຫວຽດນາມໄດ້ເຖິງ 15 ວັນ. ຂະນະທີ່ນັກທ່ອງທ່ຽວຈາກ 9 ປະເທດໃນອາຊີສາມາດອາໄສຢູ່ຫວຽດນາມໂດຍບໍ່ຕ້ອງມີວີຊາສູງເຖິງ 30 ວັນ.
ກົມກວດຄົນເຂົ້າເມືອງຫວຽດນາມລະບຸວ່າ: ປັດຈຸບັນຫວຽດນາມໃຫ້ບໍລິການວີຊາເອເລັກໂຕຣນິກແກ່ 80 ປະເທດ.
ທັງນີ້, ກະຊວງການທ່ອງທ່ຽວຂອງຫວຽດນາມລະບຸວ່າ: ນະໂຍບາຍດ້ານວີຊາທີ່ຫລຸດຜ່ອນເພີ່ມຂຶ້ນຈະເປັນປັດໄຈສໍາຄັນໃນການດຶງດູດນັກທ່ອງທ່ຽວຕ່າງປະເທດເພີ່ມຂຶ້ນ.