ເຈົ້າໜ້າທີ່ກວດພົບເຫັນການເຄື່ອນຍ້າຍສານເຄມີ ແລະ ຢຶດໃວ້ຢູ່ແຂວງຫລວງນໍ້າທາ 93 ໂຕນ.

ເຈົ້າໜ້າທີ່ກວດພົບເຫັນການເຄື່ອນຍ້າຍສານເຄມີ ແລະ ຢຶດໃວ້ຢູ່ແຂວງຫລວງນໍ້າທາ 93 ໂຕນ. - 335437143 242505978128419 5782679488012230865 n - ເຈົ້າໜ້າທີ່ກວດພົບເຫັນການເຄື່ອນຍ້າຍສານເຄມີ ແລະ ຢຶດໃວ້ຢູ່ແຂວງຫລວງນໍ້າທາ 93 ໂຕນ.
ເຈົ້າໜ້າທີ່ກວດພົບເຫັນການເຄື່ອນຍ້າຍສານເຄມີ ແລະ ຢຶດໃວ້ຢູ່ແຂວງຫລວງນໍ້າທາ 93 ໂຕນ. - kitchen vibe - ເຈົ້າໜ້າທີ່ກວດພົບເຫັນການເຄື່ອນຍ້າຍສານເຄມີ ແລະ ຢຶດໃວ້ຢູ່ແຂວງຫລວງນໍ້າທາ 93 ໂຕນ.

ວັນທີ 16 ມີນາ 2023 ຜ່ານມາ, ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກົມໃຫຍ່ຕໍາຫລວດ ກະຊວງ ປກສ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນກ່ຽວກັບການຄວບຄຸມສານເຄມີ ໂດຍການເປັນປະທານ ຂອງທ່ານ ພົນຕີ ຄໍາກິ່ງ ຜຸຍຫລ້າມະນີວົງ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ຕໍາຫລວດ ກະຊວງປ້ອງກັນຄວາມສະຫງົບ, ມີບັນດາກະຊວງ ແລະ ກົມກອງອ້ອມຂ້າງກົມໃຫຍ່ຕໍາຫລວດ ເຂົ້າຮ່ວມ.

ທ່ານ ພັນເອກ ສາລີ ພຸດທະວົງ ຫົວໜ້າກົມສະກັດກັ້ນ ແລະ ຕ້ານຢາເສບຕິດ ກົມໃຫຍ່ຕຳຫລວດ ກະຊວງ ປກສ ກ່າວວ່າ: ການຈັດກອງປະຊຸມປຶກສາຫາ ລືສ້າງກົນໄກການປະສານງານຮ່ວມມືດ້ານວິຊາການ ເພື່ອແນໃສ່ການກວດກາຄວບຄຸມການນໍາເຂົ້າສານເຄມີໃຫ້ມີຄວາມຮັດກຸມ ແລະ ໄດ້ມືການແລກປ່ຽນດ້ານຂໍ້ມູນນໍາກັນເປັນໄລຍະ. ເຖິງຢ່າງໃດກໍຕາມ, ອີງຕາມການເກັບກຳຂໍ້ມູນນຳເຂົ້າ, ສົ່ງອອກ ແລະ ການນໍາໃຊ້ສານເຄມີ; ເຊິ່ງຕິດພັນກັບຫລາຍຂົງເຂດ ໂດຍສະເພາະແມ່ນຂົງເຂດສາທາລະນະສຸກ; ອຸດສາຫະກຳ ແລະ ການຄ້າ; ຂຸດຄົ້ນບໍ່ແຮ່ ແລະ ອື່ນໆ.

ເຈົ້າໜ້າທີ່ກວດພົບເຫັນການເຄື່ອນຍ້າຍສານເຄມີ ແລະ ຢຶດໃວ້ຢູ່ແຂວງຫລວງນໍ້າທາ 93 ໂຕນ. - Visit Laos Visit SALANA BOUTIQUE HOTEL - ເຈົ້າໜ້າທີ່ກວດພົບເຫັນການເຄື່ອນຍ້າຍສານເຄມີ ແລະ ຢຶດໃວ້ຢູ່ແຂວງຫລວງນໍ້າທາ 93 ໂຕນ.
ເຈົ້າໜ້າທີ່ກວດພົບເຫັນການເຄື່ອນຍ້າຍສານເຄມີ ແລະ ຢຶດໃວ້ຢູ່ແຂວງຫລວງນໍ້າທາ 93 ໂຕນ. - Visit Laos Visit SALANA BOUTIQUE HOTEL - ເຈົ້າໜ້າທີ່ກວດພົບເຫັນການເຄື່ອນຍ້າຍສານເຄມີ ແລະ ຢຶດໃວ້ຢູ່ແຂວງຫລວງນໍ້າທາ 93 ໂຕນ.

ປັດຈຸບັນ, ໄດ້ມີ ຫລາຍບໍລິສັດ ໄດ້ມີການຂໍອະນຸຍາດນຳເຂົ້າສານເຄມີ ເພື່ອມາເກັບມ້ຽນ ແລະ ສົ່ງຂາຍຕາມຄວາມຕ້ອງການຂອງບັນດາບໍລິສັດທີ່ຕ້ອງການຊື້, ເຊິ່ງເຮັດໃຫ້ການນຳເຂົ້າເຄມີນັບມື້ເພີ່ມຂຶ້ນເລື້ອຍໆ ຈຶ່ງເຮັດໃຫ້ການຄວບຄຸມການນຳໃຊ້, ສົ່ງອອກ ແລະ ສົ່ງຜ່ານນັບມື້ນັບມີຄວາມຫຍຸ້ງຍາກ ຂຶ້ນ, ເນື່ອງຈາກວ່າການປະສານສົມທົບ ແລະ ການຄຸ້ມຄອງການອະນຸມັດຍັງບໍ່ທັນເປັນເອກະພາບ. ສະນັ້ນ, ເຈົ້າໜ້າທີ່ຕໍາຫລວດ ຈຶ່ງໄດ້ມີການກວດພົບເຫັນການຂົນສົ່ງເຄື່ອນຍ້າຍສານເຄມີໄປບັນດາເຂດແຂວງພາກເໜືອ ໂດຍມີຈຸດໝາຍປາຍ ທາງເບື້ອງຝັ່ງມຽນມາ ແລະ ຖືກເຈົ້າໜ້າທີ່ຢຶດໄວ້ຢູ່ແຂວງຫຼວງນໍ້າທາ ປະເພດສານໂຊດຽມໄຊຍານາຍ 600 ຖັງ (30ໂຕນ), ສານອາຊິດໄຮໂດຣຄຣໍລິກ 53 ຖັງ (63ໂຕນ) ແລະ ເປັນທີ່ສັງເກດໄດ້ວ່າ ສານເຄມີດັ່ງກ່າວ ສາມາດນໍາໄປເປັນສ່ວນປະສົມເຮັດອັນໃດໜຶ່ງ ຫລື ການຜະລິດຢາເສບຕິດ.

ປັດຈຸບັນ, ພວກເຮົາກໍາລັງດໍາເນີນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດຂອງລັດຖະບານ, ເຊິ່ງມີຄວາມມຸ່ງໝັ້ນຢ່າງໜັກແໜ້ນໃນການແກ້ໄຂບັນຫາຢາເສບຕິດ ໂດຍການມີສ່ວນຮ່ວມຂອງທຸກຊັ້ນຄົນຕ້ອງມີຄວາມຮັບຜິດຊອບ ເພື່ອເຮັດໃຫ້ວາລະດັ່ງ ກ່າວ ສາມາດຈັດຕັ້ງຜັນຂະຫຍາຍຢ່າງເປັນຮູບປະທໍາ ແລະ ມີຜົນສໍາເລັດ.

ໃນໂອກາດດັ່ງກ່າວ, ທ່ານ ພົນຕີ ຄໍາກິ່ງ ຜຸຍຫລ້າາມະນີວົງ ກ່າວວ່າ: ຕໍ່ກັບບັນຫາດັ່ງກ່າວນີ້, ກອງປະຊຸມປຶກສາຫາລືແລກປ່ຽນຄັ້ງນີ້ ຈະເປັນອີກວາລະໜຶ່ງທີ່ຈະສ້າງເງື່ອນໄຂໃນການຕີລາຄາຄືນເຖິງຜົນໄດ້ຮັບ, ດ້ານດີ-ຂໍ້ຄົງຄ້າງ ແລະ ພ້ອມກັນປຶກສາຫາລື ເພື່ອຊອກຫາວິທີການ ແລະ ມາດຕະການທີ່ເໝາະສົມໃນການຮ່ວມມືກັນຢ່າງແໜ້ນແຟ້ນ ເພື່ອສາມາດກຳນົດເປັນ ແຜນການດຳເນີນງານໃນຕໍ່ໜ້າແບບຢັ້ງ ຢືນ ແລະ ຍາວນານ.

อาจเป็นรูปภาพของ 6 คน, ผู้คนกำลังยืน, ผู้คนกำลังนั่ง และ สถานที่ในร่ม ເຈົ້າໜ້າທີ່ກວດພົບເຫັນການເຄື່ອນຍ້າຍສານເຄມີ ແລະ ຢຶດໃວ້ຢູ່ແຂວງຫລວງນໍ້າທາ 93 ໂຕນ. - 336290100 537135811874203 5674899488364258366 n - ເຈົ້າໜ້າທີ່ກວດພົບເຫັນການເຄື່ອນຍ້າຍສານເຄມີ ແລະ ຢຶດໃວ້ຢູ່ແຂວງຫລວງນໍ້າທາ 93 ໂຕນ.

ພາບຂໍ້ມູນຂ່າວ: ຄວາມສະຫງົບ

 

ເຈົ້າໜ້າທີ່ກວດພົບເຫັນການເຄື່ອນຍ້າຍສານເຄມີ ແລະ ຢຶດໃວ້ຢູ່ແຂວງຫລວງນໍ້າທາ 93 ໂຕນ. - 3 - ເຈົ້າໜ້າທີ່ກວດພົບເຫັນການເຄື່ອນຍ້າຍສານເຄມີ ແລະ ຢຶດໃວ້ຢູ່ແຂວງຫລວງນໍ້າທາ 93 ໂຕນ.
ເຈົ້າໜ້າທີ່ກວດພົບເຫັນການເຄື່ອນຍ້າຍສານເຄມີ ແລະ ຢຶດໃວ້ຢູ່ແຂວງຫລວງນໍ້າທາ 93 ໂຕນ. - 5 - ເຈົ້າໜ້າທີ່ກວດພົບເຫັນການເຄື່ອນຍ້າຍສານເຄມີ ແລະ ຢຶດໃວ້ຢູ່ແຂວງຫລວງນໍ້າທາ 93 ໂຕນ.
ເຈົ້າໜ້າທີ່ກວດພົບເຫັນການເຄື່ອນຍ້າຍສານເຄມີ ແລະ ຢຶດໃວ້ຢູ່ແຂວງຫລວງນໍ້າທາ 93 ໂຕນ. - 4 - ເຈົ້າໜ້າທີ່ກວດພົບເຫັນການເຄື່ອນຍ້າຍສານເຄມີ ແລະ ຢຶດໃວ້ຢູ່ແຂວງຫລວງນໍ້າທາ 93 ໂຕນ.