ປີນີ້ຫ້ອງການ ການເງິນ ເມືອງພູວົງ ແຂວງອັດຕະປື ຈະສູ້ຊົນເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ 8 ຕື້ກວ່າກີບ

ປີນີ້ຫ້ອງການ ການເງິນ ເມືອງພູວົງ ແຂວງອັດຕະປື ຈະສູ້ຊົນເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ 8 ຕື້ກວ່າກີບ - IMG 333 - ປີນີ້ຫ້ອງການ ການເງິນ ເມືອງພູວົງ ແຂວງອັດຕະປື ຈະສູ້ຊົນເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ 8 ຕື້ກວ່າກີບ
ປີນີ້ຫ້ອງການ ການເງິນ ເມືອງພູວົງ ແຂວງອັດຕະປື ຈະສູ້ຊົນເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ 8 ຕື້ກວ່າກີບ - kitchen vibe - ປີນີ້ຫ້ອງການ ການເງິນ ເມືອງພູວົງ ແຂວງອັດຕະປື ຈະສູ້ຊົນເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ 8 ຕື້ກວ່າກີບ

ທ່ານ ກໍວິເສດ ພົມມະສານ ຫົວໜ້າຫ້ອງການ ການເງິນ ເມືອງພູວົງ ແຂວງອັດຕະປື ລາຍງານໄດ້ສະຫລຸບວຽກງານ ການເງິນ ປີ 2022 ແລະ ວາງທິດທາງແຜນການປີ 2023 ໃນວັນທີ 16 ມີນານີ້ວ່າ: ໃນປີ 2023 ຫ້ອງການ ການເງິນ ເມືອງພູວົງ ໄດ້ວາງຄາດໜາຍສູ້ຊົນເກັບລາຍຮັບເຂົ້າງົບປະມານ ໃຫ້ໄດ້ທັງໝົດ 8 ຕື້ກວ່າກີບ. ໃນນັ້ນ, ວາງຄາດໝາຍຮັບຈາກພາສີ-ສ່ວຍສາອາກອນ ໃຫ້ໄດ້ທັງໝົດ 6 ຕື້ກວ່າກີບ ແລະ ລາຍຮັບຈາກຊັບສິນແຫ່ງລັດໃຫ້ໄດ້ 2 ຕື້ກວ່າ, ສ່ວນດ້ານລາຍຈ່າຍງົບປະມານ ປີ 2023 ແມ່ນບໍ່ໃຫ້ເກີນ 7 ຕື້ກວ່າກີບ, ຕາມທີ່ສະພາຮັບຮອງ ແລະ ຕາມແຈ້ງການຂອງພະແນກການເງິນແຂວງ ວາງອອກ.

ທ່ານຫົວໜ້າຫ້ອງການ ການເງິນ ໃຫ້ຮູ້ຕື່ມວ່າ: ເພື່ອບັນລຸຕົວເລກຂອງການຈັດເກັບລາຍຮັບດັ່ງກ່າວ ທາງຫ້ອງການການເງິນເມືອງ ໄດ້ກໍານົດມາດຕະການໃນການຈັດຕັ້ງປະຕິບັດຄື: ຕ້ອງເພີ່ມທະວີການສຶກສາອົບການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນໃນຂະແໜງການເງິນຢ່າງເປັນປົກກະຕິເລິກເຊິ່ງ ແລະ ກວ້າງຂວາງ, ປັບປຸງແບບແຜນວິທີການເຮັດວຽກ, ການບໍລິຫານວຽກງານໃຫ້ສະດວກ, ວ່ອງໄວ, ໂປ່ງໃສ ໂດຍເພີ່ມທະວີການຕິດຕາມກວດກາພະນັກງານໃນແຕ່ລະຂັ້ນຢ່າງປົກກະຕິ, ປັບປຸງກົນໄກການມອບພັນທະຄ່າທຳນຽມການໂອນສິດນຳໃຊ້ທີ່ດິນໃຫ້ສະດວກວ່ອງໄວຂຶ້ນກວ່າເກົ່າ,.

ປີນີ້ຫ້ອງການ ການເງິນ ເມືອງພູວົງ ແຂວງອັດຕະປື ຈະສູ້ຊົນເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ 8 ຕື້ກວ່າກີບ - Visit Laos Visit SALANA BOUTIQUE HOTEL - ປີນີ້ຫ້ອງການ ການເງິນ ເມືອງພູວົງ ແຂວງອັດຕະປື ຈະສູ້ຊົນເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ 8 ຕື້ກວ່າກີບ
ປີນີ້ຫ້ອງການ ການເງິນ ເມືອງພູວົງ ແຂວງອັດຕະປື ຈະສູ້ຊົນເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ 8 ຕື້ກວ່າກີບ - Visit Laos Visit SALANA BOUTIQUE HOTEL - ປີນີ້ຫ້ອງການ ການເງິນ ເມືອງພູວົງ ແຂວງອັດຕະປື ຈະສູ້ຊົນເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ 8 ຕື້ກວ່າກີບ

ພ້ອມທັງສົມທົບກັບຂະແໜງການທີ່ກ່ຽວຂ້ອງ ສຳຫລວດ ແລະ ເກັບກຳຂໍ້ມູນ ໃນການປ່ຽນປະເພດການນຳໃຊ້ທີ່ດິນໃຫ້ມີຄວາມຊັດເຈນ ແລະ ຖືກຕ້ອງກັບຄວາມຈິງ, ຄຸ້ມຄອງ, ຊຸກຍູ້ການເກັບລາຍຮັບຄ່າທຳນຽມ ແລະ ຄ່າບໍລິການ, ກອງທຶນທ່ອງທ່ຽວຢູ່ບັນດາພະແນກການອ້ອມຂ້າງແຂວງ ແລະ ເມືອງ ເພື່ອຈັດຕັ້ງປະຕິບັດໃຫ້ສອດຄ່ອງກັບລະບຽບກົດໝາຍ ແລະ ວິໄນການເງິນກຳນົດຢ່າງເຂັ້ມງວດ, ເພີ່ມທະວີວຽກງານກວດສອບຄືນການແຈ້ງພາສີ, ການຕ້ານ ແລະ ສະກັດກັ້ນການລັກລອບສິນຄ້າໜີພາສີໃນທຸກຮູບແບບ, ຕິດຕາມຄຸ້ມຄອງການເຄື່ອນຍ້າຍພາຍໃນຕາມກົດໝາຍ ແລະ ລະບຽບການກຳນົດ, ເພີ່ມທະວີການຕິດຕາມກວດກາການຄຸ້ມຄອງ ແລະ ນຳໃຊ້ຊັບສິນຂອງລັດທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ແລະ ລະບຽບການໄດ້ກຳນົດ, ຫັນເອົາລະບຽບ, ນິຕິກໍາ, ກົດ ໝາຍ, ຂໍ້ກໍານົດຕ່າງໆເປັນເຄື່ອງມືເຂົ້າໃນການຄຸ້ມຄອງໃຫ້ສອດຄ່ອງກັບແຕ່ລະໄລຍະຂອງສະພາບການຢ່າງໜັກແໜ້ນ, ເປັນຕົ້ນແມ່ນການຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານໃຫ້ຖືກຕ້ອງ ແລະ ລວມສູນຢູ່ຄັງເງິນແຫ່ງຊາດ, ຕ້ານ ແລະ ສະກັດກັ້ນການຈ່າຍນອກລະບົບ, ຈ່າຍນອກແຜນອັນຈະກ້າວໄປເຖິງການສ້າງໜີ້ສິນຕ່າງໆຂອງລັດ ແລະ ອື່ນໆ.

 

ປີນີ້ຫ້ອງການ ການເງິນ ເມືອງພູວົງ ແຂວງອັດຕະປື ຈະສູ້ຊົນເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ 8 ຕື້ກວ່າກີບ - 5 - ປີນີ້ຫ້ອງການ ການເງິນ ເມືອງພູວົງ ແຂວງອັດຕະປື ຈະສູ້ຊົນເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ 8 ຕື້ກວ່າກີບ
ປີນີ້ຫ້ອງການ ການເງິນ ເມືອງພູວົງ ແຂວງອັດຕະປື ຈະສູ້ຊົນເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ 8 ຕື້ກວ່າກີບ - 3 - ປີນີ້ຫ້ອງການ ການເງິນ ເມືອງພູວົງ ແຂວງອັດຕະປື ຈະສູ້ຊົນເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ 8 ຕື້ກວ່າກີບ
ປີນີ້ຫ້ອງການ ການເງິນ ເມືອງພູວົງ ແຂວງອັດຕະປື ຈະສູ້ຊົນເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ 8 ຕື້ກວ່າກີບ - 4 - ປີນີ້ຫ້ອງການ ການເງິນ ເມືອງພູວົງ ແຂວງອັດຕະປື ຈະສູ້ຊົນເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ 8 ຕື້ກວ່າກີບ