ທ່ານ ເພັດ ພົມ​ພິພັກ ຕ້ອນຮັບ​ຄະນະຜູ້ແທນແຂວງຢຸນນານ

ທ່ານ ເພັດ ພົມ​ພິພັກ ຕ້ອນຮັບ​ຄະນະຜູ້ແທນແຂວງຢຸນນານ - 336654334 165054816392687 412577949905697503 n - ທ່ານ ເພັດ ພົມ​ພິພັກ ຕ້ອນຮັບ​ຄະນະຜູ້ແທນແຂວງຢຸນນານ
ທ່ານ ເພັດ ພົມ​ພິພັກ ຕ້ອນຮັບ​ຄະນະຜູ້ແທນແຂວງຢຸນນານ - kitchen vibe - ທ່ານ ເພັດ ພົມ​ພິພັກ ຕ້ອນຮັບ​ຄະນະຜູ້ແທນແຂວງຢຸນນານ
ວັນ​ທີ 15 ມີ​ນາ 2023 ຜ່ານມາ, ທ່ານ ເພັດ ພົມ​ພິ​ພັກ ລັດ​ຖະ​ມົນ​ຕີກະ​ຊວງ​ກະ​ສິ​ກຳ ແລະ ປ່າ​ໄມ້ ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ລາວ-ຈີນ ຂັ້ນ​ສູນ​ກາງ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ​ຫວາງ ຢູ (Wang Yu) ຮອງ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ກັບ​ຕ່າງ​ປະ​ເທດ​ແຂວງ​ຢຸນ​ນານ ສ​ປ ຈີນ ພ້ອມດ້ວຍຄະນະທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.
ທ່ານ ເພັດ ພົມ​ພິ​ພັກ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ກັບການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນສຳຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີອັນດີງາມ ແລະ ການພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານ ​ຕາມ​ທິດ 4 ດີ ແລະ ​ການ​ສ້າງ​ເປັນຄູ່ຮ່ວມຊາຕາກໍາ ລະຫວ່າງ ລາວ-ຈີນ, ສືບຕໍ່ໄດ້ຮັບການເສີມຂະຫຍາຍ. ບັນດາຂະແໜງການມີການພົວພັນຮ່ວມມືຢ່າງມີປະສິດທິພາບ ແລະ ປະສິດທິຜົນ ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງປະເທດ ລາວ-ຈີນ. ຈາກນັ້ນ, ທ່ານ ເພັດ ພົມ​ພິ​ພັກ ຍັງໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ບັນດາຜົນສຳເລັດ ຂອງ ປະຊາຊົນຈີນ ທີ່ຍາດມາໄດ້ໃນພາລະກິດ​ປົກ​ປັກ​ຮັກ​ສາ ແລະ ສ້າງສາປະເທດຊາດໃນໄລຍະຜ່ານມາ, ພິເສດ ແມ່ນຜົນສໍາເລັດຂອງກອງປະຊຸມຄົບຄະນະ ຄັ້ງທີ I ຂອງສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ສະໄໝທີ XIV ທີ່ຜ່ານມາ, ໄດ້ລົງຄະແນນສຽງເລືອກຕັ້ງເອົາ ສະຫາຍ ສີ ຈິ້ນ ຜິງ ເປັນປະທານປະເທດສະໄໝທີ 3, ທ່ານ ຈ້າວ ເລີ້ຈີ້ ປະທານສະພາຜູ້ແທນປະຊາຊົນແຫ່ງຊາດຈີນ, ທ່ານ ຫຼີ້ ສຽງ ນາຍົກລັດຖະມົນຕີ ແລະ ການນໍາອື່ນໆ.
ທ່ານ ນາງ ​ຫວາງ ຢູ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ແຈ້ງກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະມາຄົມມິດ​ຕະ​ພາບ​ກັບ​ຕ່າງ​ປະ​ເທດ​ແຂວງ​ຢຸນ​ນານ ໃຫ້ຊາບ ແລະ ຢືນຢັນວ່າ ສະ​ມາ​ຄົມ​ມິດ​ຕະ​ພາບ​ກັບ​ຕ່າງ​ປະ​ເທດ​ແຂວງ​ຢຸນ​ນານ ສ​ປ ຈີນ ຈະສືບຕໍ່ຮັດແໜ້ນການຮ່ວມມືກັບສະມາຄົມມິດຕະພາບ ລາວ-ຈີນ ເພື່ອເຮັດບົດບາດເປັນຂົວຕໍ່ທີ່ດີ ຊຸກຍູ້ການພົວພັນຮ່ວມມື ຂອງບັນດາຂະແໜງການທີ່ສອງປະເທດ​ເຄີຍປະ​ຕິ​ບັດ​ຮ່ວມ​ກັນ ເປັນຕົ້ນຊຸກຍູ້ການໄປມາ ຫາສູ່ກັນລະຫວ່າງປະຊາຊົນສອງປະເທດ ລາວ-ຈີນ ໂດຍສະເພາະແມ່ນປະຊາຊົນຢູ່ລຽບຕາມຊາຍແດນຮ່ວມກັນຂອງສອງປະເທດ ໃຫ້ມີການຈັດກິດຈະກໍາຮ່ວມກັນ ເພື່ອສ້າງຄວາມເຂົ້າອົກເຂົ້າໃຈຊຶ່ງກັນ ແລະ ກັນ ແລະ ຮ່ວມມືກັນເພື່ອພັດທະນາຊາຍແດນ ໃຫ້ກາຍເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການ​ຮ່ວມ​ມື​ເພື່ອການພັດທະນາ.
ພ້ອມ​ກັນ​ນັ້ນ, ສອງ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຍັງ​ໄດ້​ຈັດ​ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ສອງ​ຝ່າຍເພື່ອ​ຕີ​ລາ​ຄາ​ການ​ຮ່ວມ​ມື ແລະ ສະ​ໜັບ​ສະ​ໜູນ​ຊ່ວຍ​ເຫຼືອ​ກັນ​ໃນ​ໄລ​ຍະ​ຜ່ານ​ມາ. ພ້ອມ​ທັງ​ກຳ​ນົດ​ທິດ​ທາງ​ການ​ຮ່ວມ​ມື​ໃນ​ຕໍ່​ໜ້າ​ໃຫ້​ມີ​ໝາກ​ຜົນ​ສູງ​ຂຶ້ນ​ໄປ​ເລື່ອຍໆ ​ເພື່ອ​ນຳ​ຜົນ​ປະ​ໂຫຍດ​ຕົວ​ຈິງ​ມາ​ສູ່​ປະ​ຊາ​ຊົນ​ສອງ​ຊາດ ລາວ-ຈີນ.
ພາບຂ່າວ: ກະຊວງກະສິກຳ
ທ່ານ ເພັດ ພົມ​ພິພັກ ຕ້ອນຮັບ​ຄະນະຜູ້ແທນແຂວງຢຸນນານ - 3 - ທ່ານ ເພັດ ພົມ​ພິພັກ ຕ້ອນຮັບ​ຄະນະຜູ້ແທນແຂວງຢຸນນານ
ທ່ານ ເພັດ ພົມ​ພິພັກ ຕ້ອນຮັບ​ຄະນະຜູ້ແທນແຂວງຢຸນນານ - 4 - ທ່ານ ເພັດ ພົມ​ພິພັກ ຕ້ອນຮັບ​ຄະນະຜູ້ແທນແຂວງຢຸນນານ
ທ່ານ ເພັດ ພົມ​ພິພັກ ຕ້ອນຮັບ​ຄະນະຜູ້ແທນແຂວງຢຸນນານ - 5 - ທ່ານ ເພັດ ພົມ​ພິພັກ ຕ້ອນຮັບ​ຄະນະຜູ້ແທນແຂວງຢຸນນານ