ເດືອນກຸມພາຜ່ານມາ ອັດຕາການວ່າງງານ ສ ເກົາຫລີ ເພີ່ມຂຶ້ນ 14%

ເດືອນກຸມພາຜ່ານມາ ອັດຕາການວ່າງງານ ສ ເກົາຫລີ ເພີ່ມຂຶ້ນ 14% - 336253123 744435427374543 2198710706514270550 n - ເດືອນກຸມພາຜ່ານມາ ອັດຕາການວ່າງງານ ສ ເກົາຫລີ ເພີ່ມຂຶ້ນ 14%
ເດືອນກຸມພາຜ່ານມາ ອັດຕາການວ່າງງານ ສ ເກົາຫລີ ເພີ່ມຂຶ້ນ 14% - kitchen vibe - ເດືອນກຸມພາຜ່ານມາ ອັດຕາການວ່າງງານ ສ ເກົາຫລີ ເພີ່ມຂຶ້ນ 14%

ຂ່າວຕ່າງປະເທດລາຍງານ: ກະຊວງແຮງງານ ແລະ ການຈ້າງງານຂອງ ສ ເກົາຫລີ ໄດ້ເປີດເຜີຍບົດລາຍງານຈຳນວນຜູ້ທີ່ຍື່ນຂໍຮັບສະຫວັດດີການ ການວ່າງງານ (Jobless claims) ຂອງ ສ ເກົາຫລີ ທ່າມກາງຄວາມກັງວົນທີ່ເພີ່ມຂຶ້ນກ່ຽວກັບພາວະເສດຖະກິດທີ່ຕົກຕ່ຳ.

ກະຊວງແຮງງານ ແລະ ການຈ້າງງານຂອງ ສ ເກົາຫລີ ໄດ້ເປີດເຜີຍວ່າ: ຈຳນວນຜູ້ແຈ້ງເຈດຕະນາ ເພື່ອຂໍຮັບສິດທິປະໂຫຍດທົດແທນການວ່າງງານຢູ່ທີ່ 108.000 ຄົນໃນເດືອນກຸມພາ ເພີ່ມຂຶ້ນ 14% ຈາກປີຜ່ານມາ ໂດຍແຈ້ງເຈດຕະນາຂໍຮັບສິດທິປະໂຫຍດສ່ວນໃຫຍ່ເພີ່ມຂຶ້ນໃນອຸດສາຫະກຳການຜະລິດ, ການກໍ່ສ້າງ, ການຂາຍສົ່ງ ແລະ ຂາຍຍ່ອຍ. ໂຕເລກດັ່ງກ່າວປັບຕົວເພີ່ມຂຶ້ນໃນປີນີ້ຈາກຄວາມກັງວົນທີ່ເພີ່ມຂຶ້ນກ່ຽວກັບການຫົດຕົວຂອງເສດຖະກິດໃນປະເທດ ເຊິ່ງໄດ້ຮັບແຮງໜູນຈາກການສົ່ງອອກທີ່ຫລຸດລົງຢ່າງຕໍ່ເນື່ອງ ແລະ ການປັບຂຶ້ນອັດຕາດອກເບ້ຍ. ລັດຖະບານ ສ ເກົາຫລີ ເປັນຜູ້ສະເໜີຂໍສິດທິປະໂຫຍດທົດແທນການວ່າງງານດັ່ງກ່າວ ເພື່ອຊ່ວຍເຫລືອຜູ້ວ່າງງານໃນການຫາວຽກເຮັດງານທຳ ແລະ ຮັບສິດທິປະໂຫຍດຈາກການວ່າງງານ ໂດຍໄດ້ຮັບການສະໜັບສະໜູນເງິນຈາກກອງທຶນປະກັນການຈ້າງງານຂອງລັດ.

ຈຳນວນຜູ້ທີ່ໄດ້ຮັບສິດທິປະໂຫຍດມີຈຳນວນທັງໝົດ 618.000 ຄົນ ໃນເດືອນກຸມພາຜ່ານມາ ເພີ່ມຂຶ້ນ 1,8% ຈາກປີ 2022. ທັງນີ້, ການຈ່າຍເງິນຄ່າສິດທິປະໂຫຍດທົດແທນການວ່າງງານທັງໝົດ ເພີ່ມຂຶ້ນ 0,9% ຢູ່ທີ່ 8,86 ແສນລ້ານວອນ ໃນເດືອນຜ່ານມາ ຂະນະທີ່ການຈ່າຍເງິນຕໍ່ຫົວຄົນຫລຸດລົງ 0,9% ເຫລືອຢູ່ປະມານ 1,43 ລ້ານວອນ.

ເດືອນກຸມພາຜ່ານມາ ອັດຕາການວ່າງງານ ສ ເກົາຫລີ ເພີ່ມຂຶ້ນ 14% - 3 - ເດືອນກຸມພາຜ່ານມາ ອັດຕາການວ່າງງານ ສ ເກົາຫລີ ເພີ່ມຂຶ້ນ 14%
ເດືອນກຸມພາຜ່ານມາ ອັດຕາການວ່າງງານ ສ ເກົາຫລີ ເພີ່ມຂຶ້ນ 14% - 5 - ເດືອນກຸມພາຜ່ານມາ ອັດຕາການວ່າງງານ ສ ເກົາຫລີ ເພີ່ມຂຶ້ນ 14%
ເດືອນກຸມພາຜ່ານມາ ອັດຕາການວ່າງງານ ສ ເກົາຫລີ ເພີ່ມຂຶ້ນ 14% - 4 - ເດືອນກຸມພາຜ່ານມາ ອັດຕາການວ່າງງານ ສ ເກົາຫລີ ເພີ່ມຂຶ້ນ 14%