ອາຣອນ ແຣມຊີ່ ຖືກແຕ່ງຕັ້ງໃຫ້ເປັນ ຫົວໜ້າທີມຊາດເວລ ຄົນໃໝ່ ແທນ ແກເຣັດ ເບລ
March 17, 2023 - 3:30 PM

ຫລັງຈາກ ແກເຣັດ ເບລ ປະກາດອຳລາບານເຕະເມື່ອເດືອນມັງກອນທີ່ຜ່ານມາ. ເຮັດໃຫ້ຕໍາແໜ່ງຜູ້ນໍາທີມຊາດ ເວລ ຫວ່າງເປົ່າ. ເຊິ່ງ ເບລ ຮັບໜ້າທີ່ມາຕັ້ງແຕ່ປີ 2018 ຕໍ່ຈາກ ແອດລີ ວິນລຽມ ອະດີດກອງຫລັງ ເອຟເວີຕັນ.
ເມື່ອບໍ່ດົນມານີ້, ຫົວໜ້າຄູຝຶກຂອງ ມັງກອນແດງ ຢືນຢັນວ່າ ແຣມຊີ່ ຈະເປັນ ຫົວໜ້າທີມ ຄົນຕໍ່ໄປ ແລະ ມີຮອງກັບຕັນຄື ເບນ ດາວິສ ກອງຫລັງອາຍຸ 29 ປີ ທີ່ຕີດທີມຊາດຊຸດໃຫຍ່ມາຕັ້ງແຕ່ປີ 2012.
ອາຣອນ ແຣມຊີ່ ອາຍຸ 32 ປີ ລົງຫລິ້ນໃຫ້ທີມຊາດ 78 ນັດ ຍິງໄດ້ 20 ປະຕູ ແລະ 9 ແອສຊິສ, ເຊິ່ງນີ້ເປັນຄັ້ງທີ 2 ທີ່ລາວຖືກແຕ່ງຕັ້ງໃຫ້ເປັນຫົວໜ້າທີມຊາດ. ເພາະວ່າລາວໄດ້ໃສ່ປອກແຂນມາແລ້ວໃນປີ 2011.