ເມືອງຕົ້ນເຜິ້ງ ປະກາດຮັບຮອງບ້ານໃຫຍ່ສີເມືອງງາມ ເປັນຕົວເມືອງນ້ອຍໃນຊົນນະບົດ
March 17, 2023 - 2:48 PM
ວັນທີ 16 ມີນາ2023 ທີ່ເດີ່ນໂຮງຮຽນປະຖົມສົມບູນສີເມືອງງາມ ໄດ້ຈັດພິທີປະກາດຮັບຮອງບ້ານໃຫຍ່ສີເມືອງງາມ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ເປັນຕົວເມືອງນ້ອຍໃນຊົນນະບົດ ໂດຍການເຂົ້າຮ່ວມເປັນປະທານ ຂອງທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ, ມີທ່ານ ຄຳແຍງ ຄອນໄຊຍະກິດ ເຈົ້າເມືອງຕົ້ນເຜິ້ງ, ທ່ານ ສີບຸນເຮືອງ ພັນທຸລັກ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ມີການນຳຂັ້ນແຂວງ-ຂັ້ນເມືອງ 5 ເມືອງ, ເຂດເສດຖະກິດພິເສດສາມຫຼ່ຽມຄຳ, ເລຂາຄະພັກຮາກຖານບ້ານ ຕະຫຼອດຮອດອົງການຈັດຕັ້ງບ້ານທຸກພາກສ່ວນ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ.
ທ່ານ ດາວແສງ ແສນປະເສີດ ເລຂາຄະນະພັກຮາກຖານບ້ານໃຫຍ່ສີເມືອງງາມ ໄດ້ລາຍງານການສ້າງຈຸດສຸມບ້ານໃຫຍ່ສີເມືອງງາມເປັນຕົວເມືອງໃນຊົນນະບົດ ຈຸດສຸມບ້ານໃຫຍ່ສີເມືອງງາມ ມີທີ່ຕັ້ງຢູ່ຫ່າງຈາກເທດສະບານເມືອງຕົ້ນເຜິ້ງ ໄປທາງທິດຕາ ເວັນອອກ ປະມານ 7 ກມ ພູມສັນຖານເປັນເຂດທົ່ງພຽງກວມປະມານ 90% ຂອງເນື້ອທີ່ທັງໝົດຂອງຈຸດສຸມ ພາຍໃນຈຸດສຸມ ປະກອບມີ 499 ຄອບຄົວ, ມີພົນລະເມືອງ 2.402 ຄົນ ຍິງ 1.218 ຄົນ, ມີຄອບຄົວພົ້ນທຸກ 472 ຄອບຄົວ ກວມ 94,59% ແລະ ມີຄອບຄົວພັດທະນາ 466 ຄອບຄົວ ກວມ 93,39% (ຕາມຂໍ້ມູນຂອງດໍາລັດ 348/ລບ ປະຈຳປີ 2022), ຢູ່ໃນຈຸດສູມປະກອບມີ 4 ເຜົ່າຄື: ເຜົ່າລື້, ເຜົ່າໄຕດໍາ, ເຜົ່າອີວມຽນ ແລະ ເຜົ່າລາຫູ ອາຊີບຕົ້ນຕໍຂອງປະຊາຊົນ ແມ່ນເຮັດການຜະລິດກະສິກໍາ, ເຮັດການບໍລິການ ແລະ ການຄ້າຂາຍ. ຜົນສໍາເລັດໃນການສ້າງຈຸດສຸມບ້ານໃໝ່ສີເມືອງງາມ ເປັນຕົວເມືອງໃນຊົນນະບົດ, ຜ່ານການກວດກາ ແລະ ປະເມີນຈຸດສຸມບ້ານໃຫຍ່ສີເມືອງງາມ ຂອງຄະນະຮັບຜິດຊອບ ແລະ ກອງເລຂາ 348 ຂັ້ນເມືອງ ແລະ ແຕ່ລະຂະ ແໜງການທີ່ກ່ຽວຂ້ອງໄດ້ຢັ້ງຢືນວ່າ: ຈຸດສຸມບ້ານໃຫຍ່ສີເມືອງງາມ ໄດ້ມີເງື່ອນໄຂຄົບຕາມ 16 ຕົວຊີ້ບອກຂອງການສ້າງບ້ານໃຫຍ່ເປັນຕົວເມືອງໃນຊົນນະບົດ ທີ່ໄດ້ກຳນົດໄວ້ໃນມາດຕາ 9 ຂອງດໍາລັດເລກທີ 348/ລບ ເຊັ່ນ: ເປັນບ້ານພັດທະນາຊົນນະບົດ, ເປັນບ້ານທີ່ມີຫົວໜ່ວຍຜະລິດ ແລະ ປຸງແຕ່ງເປັນສິນຄ້າ, ເປັນໃຈກາງໃຫ້ແກ່ງານບ້ານ, ເປັນບ້ານທີ່ມີການຄົມມະນາຄົມສະດວກດີ, ມີພື້ນຖານການຜະລິດໝັ້ນຄົງ, ມີຕະຫຼາດຖາວອນ, ມີສູນບໍລິການໄປສະນີ, ຄົມມະນາຄົມ, ມີສະຖານີບໍລິການເຕັກນິກກະສິກຳ ແລະ ປ່າໄມ້, ມີການບໍລິການການເງິນຈຸລະພາກໃດໜຶ່ງ, ມີສຸກສາລາ ຫຼື ໂຮງໝໍນ້ອຍ, ມີນໍ້າປະປາໃນຊຸມຊົນ, ມີຕາຂ່າຍໄຟຟ້າໃນລະບົບ, ມີໂຮງຮຽນປະຖົມສົມບູນ ແລະ ມັດທະຍົມຕົ້ນ, ມີການຄຸ້ມຄອງ, ປົກປັກຮັກສາ ແລະ ນໍາໃຊ້ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຢ່າງມີປະສິດທິຜົນ ແລະ ຍືນຍົງ, ມີລາຍໄດ້ທີ່ໝັ້ນຄົງ ແລະ ມີພົນລະເມືອງໃນຈຳນວນທີ່ແນ່ນອນ.
ທ່ານ ອິ່ນຄຳ ແກ້ວນາລີ ຫົວໜ້າຄະນະຈັດຕັ້ງເມືອງ ຜ່ານຂໍ້ຕົກລົງຂອງເຈົ້າແຂວງບໍ່ແກ້ວ ວ່າດ້ວຍການຢັ້ງຢືນຮັບຮອງບ້ານໃຫຍ່ສີເມືອງງາມເປັນຕົວເມືອງນ້ອຍໃນຊົນນະບົດ ໃຫ້ກຽດຂຶ້ນມອບໃບຢັ້ງຢືນໂດຍທ່ານ ບົວຄົງ ນາມມະວົງ ແລະ ທັງເປີດປ້າຍ ຢ່າງເປັນທາງການ ໃນພິທີຍັງໄດ້ມອບໃບຍ້ອງຍໍ ໃຫ້ແກ່ບຸກຄົນ, ກົມກອງທີ່ໄດ້ໃຫ້ການຊຸກຍູ້ເຂົ້າໃນການປະກາດຮັບຮອງບ້ານໃຫຍ່ສີເມືອງງາມເປັນຕົວເມືອງນ້ອຍໃນຊົນນະບົດ.