ໜ່ວຍພັກ ຄຸ້ມຄອງບໍລິຫານ, ພິທີການ ແລະ ການເງິນ ແຂວງຄຳມ່ວນ ຈັດກອງປະຊຸມປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ,ໜັກແໜ້ນ ປະຈຳປີ 2022
March 17, 2023 - 3:11 PM

ວັນທີ 16 ມີນາ 2023 ຢູ່ຫ້ອງວ່າການແຂວງຄຳມ່ວນ ໄດ້ຈັດກອງປະຊຸມປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022 ຂອງໜ່ວຍພັກ ຄຸ້ມຄອງບໍລິຫານ, ພິທີການ ແລະ ການເງິນ ໂດຍການເປັນປະທານຂອງສະຫາຍ ພາກອນ ແກ້ວມະນີ ຄະນະພັກຮາກຖານຫ້ອງວ່າການແຂວງ, ເລຂາໜ່ວຍພັກຂະແໜງຄຸ້ມຄອງບໍລິຫານພິທີການ ແລະການເງິນ ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ໜັ້ນຍືນ ຄີນສະໝອນ ກໍາມະການພັກແຂວງ, ເລຂາຄະນະພັກຮາກຖານ ມີ ຕາງໜ້າອົງການກວດກາພັກ-ລັດແຂວງ,ຕ່າງໜ້າຈາກຄະນະຈັດຕັ້ງແຂວງ ແລະ ບັນດາສະມາຊິກພັກພາຍໃນໜ່ວຍພັກເຂົ້າຮ່ວມ 21 ສະຫາຍ, ຍິງ 12 ສະຫາຍ.
ສະຫາຍ ພາກອນ ແກ້ວມະນີ ກໍ່ໄດ້ໃຫ້ກຽດກ່າວເປີດກອງປະຊຸມ ຢ່າງເປັນທາງການ ແລະ ຄະນະຮັບຜິດຊອບປະເມີນການກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງ, ໜັກແໜ້ນ ຂັ້ນແຂວງໄດ້ມີຄໍາເຫັນແນະນໍາຂັ້ນຕອນການຈັດຕັ້ງປະຕິບັດ ຫຼັງຈາກນັ້ນ ຄະນະພັກ ແລະ ສະມາຊິກໜ່ວຍພັກຄຸ້ມຄອງບໍລິຫານ, ພິທີການ ແລະ ການເງິນກໍ່ໄດ້ຜ່ານບົດສໍາຫຼວດຂອງຕົນ ຈຸດປະສົງໃນການເປີດກອງປະຊຸມໃນຄັ້ງນີ້ ກໍ່ເພື່ອເປັນການຍົກສູງຄຸນນະພາບຂອງໜ່ວຍພັກຄຸ້ມຄອງບໍລິຫານ, ພິທີການ ແລະ ການເງິນ, ຕ້ອງໄດ້ເພີ່ມທະວີບົດບາດ ຄວາມສາມາດໃນການນໍາພາ – ຊີ້ນໍາຕໍ່ກັບວຽກງານ ທີ່ຕົນຮັບຜິດຊອບໃຫ້ມີບາດກ້າວອັນໃໝ່ ແລະ ມີຄວາມເຊື້ອໝັ້ນຕໍ່ການນຳພາຂອງພັກ – ລັດ ໂດຍປະຕິບັດຕາມຫຼັກການ ລວມສູນປະຊາທິປະໄຕ ນຳພາເປັນໜູ່ຄະນະມີການຄົ້ນຄ້ວາປືກສາຫາລື ແລະ ແບ່ງຄວາມຮັບຜິດຊອບຢ່າງຈະແຈ້ງ ມີການກວດກາປະເມີນຜົນໃນແຕ່ລະໄລຍະຢ່າງເປັນປົກກະຕິ ຍົກສູງຄຸນທາດທາງດ້ານການເມືອງ ຄຸນສົມບັດສິນທຳປະຕິວັດ ຄວາມຮູ້ຄວາມສາມາດ ແບບແຜນວິທີນຳພາ – ວິທີເຮັດວຽກໃຫ້ມີປະສິດທິຜົນສູງ ເພື່ອຊອກຫາ ສາເຫດທີ່ພາໃຫ້ມີຈຸດດີ-ຈຸດອ່ອນ.
ໃນຕອນທ້າຍ ສະຫາຍ ໜັ້ນຍືນ ຄີນສະໝອນ ກໍ່ໄດ້ມີຄຳເຫັນຊີ້ນຳຕໍ່ບັນດາສະມາຊິກໜ່ວຍພັກ ໃຫ້ເອົາໃຈໃສ່ໃນວຽກງານ, ແກ້ໄຂຈຸດອ່ອນຂອງຕົນເອງ ແລະ ໝູ່ຄະນະສ່ອງແສງ ເພື່ອສົ່ງເສີມ ແລະ ແກ້ໄຂໃຫ້ມີບາດກ້າວໃໝ່ໃຫ້ດີ ກວ່າເກົ່າ, ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານ, ຜັນຂະຫຍາຍມະຕິຕ່າງໆ ເພື່ອຫັນແນວທາງ, ແຜນນະໂຍບາຍຂອງພັກ ແລະ ມະຕິຂອງຄະນະພັກຂັ້ນເທິງ ມາເປັນແຜນການຂອງໜ່ວຍພັກ ໃຫ້ສອດຄ່ອງກັບຄວາມຮັບຜິດຊອບ ແລະ ໜ້າທີ່ການເມືອງຂອງຕົນ, ສ້າງສະມາຊິກພັກ ໃຫ້ມີຄຸນທາດການເມືອງ ທີ່ໜັກແໜ້ນ, ມີຄຸນສົມບັດ ສິນທຳປະຕິວັດທີ່ຖືກຕ້ອງ.

ພາບຂ່າວ: ແຂວງຄຳມ່ວນ