ທ່ານ ສີຈິ້ນຜິງ ກຽມຢ້ຽມຢາມຣັດເຊຍ ພ້ອມເຂົ້າພົບທ່ານ ປູຕິນ ວັນທີ 20-22 ມີນານີ້

ທໍານຽມເກຼມລິນຢືນຢັນໃນວັນທີ 17 ມີນານີ້ວ່າ: ປະທານປະເທດ ສີຈິ້ນຜິງ ຂອງຈີນ ຈະເດີນທາງຢ້ຽມຢາມຣັດເຊຍເພື່ອພົບກັບປະທານາທິບໍດີ ວະລາດິເມຍ ປູຕິນ ໃນລະຫວ່າງວັນທີ 20-22 ມີນານີ້.
ແຜນເດີນທາງຢ້ຽມຢາມຣັດເຊຍມີຂຶ້ນຫລັງຈີນໄດ້ສະເໜີເປັນກາວໃຈເພື່ອໄກ່ເກ່ຍບັນຫາສົງຄາມອູແກຣນ ໂດຍກ່ອນໜ້ານີ້ຈີນໄດ້ອອກແຜນສັນຕິພາບ 12 ປະການຂຶ້ນ ເພື່ອຫລຸດຜ່ອນວິກິດທີ່ເກີດຂຶ້ນ. ເຖິງຢ່າງໃດກໍຕາມ, ປະເທດຕາເວັນຕົກເບິ່ງວ່າ: ຄວາມພະຍາຍາມທັງໝົດຂອງຈີນຈະເປັນການສະໜັບສະໜູນທາງການທູດຕໍ່ຣັດເຊຍຫລາຍກວ່າ.
ລາຍງານຈາກທໍານຽມເກຼມລິນລະບຸວ່າ: ຜູ້ນໍາຂອງທັງສອງປະເທດຈະມາຮ່ວມເຈລະຈາກັນໃນຫລາຍບັນຫາສໍາຄັນ ເພື່ອພັດທະນາການພົວພັນ ແລະ ການຮ່ວມມືທາງກົນລະຍຸດລະຫວ່າງກັນ ລວມທັງຈະມີການລົງນາມໃນເອກະສານການຮ່ວມມືລະດັບທະວີພາຄີຈໍານວນໜຶ່ງ.
ກະຊວງການຕ່າງປະເທດຈີນເປີດເຜີຍວ່າ: ການເດີນທາງຢ້ຽມຢາມຣັດເຊຍຄັ້ງນີ້, ທ່ານ ສີຈິ້ນຜິງ ຈະແລກປ່ຽນຄວາມຄິດເຫັນກ່ຽວກັບບັນຫາສໍາຄັນລະດັບສາກົນ ແລະ ພາກພື້ນກັບທ່ານ ປູຕິນ ໂດຍມີຈຸດປະສົງສໍາຄັນຄືການຍົກລະດັບຄວາມໄວ້ວາງໃຈລະຫວ່າງກັນ.
ອ້າງອີງ: