5 ຄວາມຈິງທີ່ຕ້ອງພະເຊີນເມື່ອທ່ານກຳລັງເລີ່ມຕົ້ນເຮັດທຸລະກິດ

- 030709 2017 - 5 ຄວາມຈິງທີ່ຕ້ອງພະເຊີນເມື່ອທ່ານກຳລັງເລີ່ມຕົ້ນເຮັດທຸລະກິດ
- kitchen vibe - 5 ຄວາມຈິງທີ່ຕ້ອງພະເຊີນເມື່ອທ່ານກຳລັງເລີ່ມຕົ້ນເຮັດທຸລະກິດ

ເວລາທີ່ເຮາໄດ້ພົບປະກັບຜູ້ປະກອບການ ຫລື ຜູ້ນຳທຸລະກິດເກັ່ງໆ ການທີ່ເຂົາມີໂອກາດໄດ້ແບ່ງປັນປະສົບການຕ່າງໆໃຫ້ເຮົາໄດ້ຟັງນັ້ນຖືໄດ້ວ່າເປັນສິ່ງທີ່ສຳຄັນຫລາຍສຳລັບມືໃໝ່ທີ່ກຳລັງເລີ່ມຕົ້ນທຸລະກິດ. ດັ່ງນັ້ນ, ມື້ນີ້ເຮົາຈຶ່ງໄດ້ລວບລວມປະສົບການພື້ນຖານຕ່າງໆມາໄວ້ໃນ 5 ຄວາມຈິງທີ່ຕ້ອງພະເຊີນ ເມືອທ່ານ “ກຳລັງເລີ່ມຕົ້ນທຸລະກິດ”.

ທ່ານບໍ່ສາມາດເຮັດທຸລະກິດດ້ວຍໂຕຄົນດຽວໄດ້ :  ແນ່ນອນວ່າທ່ານອາດສາມາດເຮັດທຸກຢ່າງໄດ້ດ້ວຍໂຕຄົນດຽວ, ແຕ່ທ່ານບໍ່ສາມາດເຮັດທຸກຢ່າງໃຫ້ອອກມາດີທີ່ສຸດທຸກດ້ານໄດ້. ດັ່ງນັ້ນ, ການຄວບຄຸມຈັດການພາກສ່ວນຕ່າງໆໃຫ້ດີຈຶ່ງເປັນຫົວໃຈສຳຄັນໃນການເຕີບໃຫຍ່ຂອງທຸລະກິດ ບໍ່ວ່າຈະໃຜກໍຕາມທີ່ເຂົ້າມາເຮັດວຽກໃນກິດຈະການຂອງທ່ານ ສຸດທ້າຍແລ້ວທ່ານກໍໍຕ້ອງເພິ່ງພາຄວາມສາມາດຈາກພວກເຂົາທັງໝົດ ເພາະເວລາຄົນເຮົານັ້ນມີຄ່າ ການມີຜູ້ຊ່ວຍທີ່ມີຄວາມສາມາດມາຮັບໜ້າທີ່ດູແລໃນພາກສ່ວນຕ່າງໆ ຈຶ່ງເປັນເລື່ອງທີ່ດີກ່ວາ, ຫລຸດພາລະວຽກລົງ ແລະ ເຮັດໃຫ້ທ່ານມີເວລາຫລາຍຂຶ້ນໃຫ້ກັບເລື່ອງສຳຄັນທາງທຸລະກິດ.

- Visit Laos Visit SALANA BOUTIQUE HOTEL - 5 ຄວາມຈິງທີ່ຕ້ອງພະເຊີນເມື່ອທ່ານກຳລັງເລີ່ມຕົ້ນເຮັດທຸລະກິດ

ທຸກບັນຫາຈະແລ່ນກົງມາຫາທ່ານ : ທ່ານເປັນຜູ້ຮັບຜິດຊອບທຸກສິ່ງທຸກຢ່າງໃນທຸລະກິດຂອງທ່ານ ພຽງແຕ່ການຕຳໜິພະນັກງານ, ກົນໄກການຕະຫລາດ ຫລື ລູກຄ້າ ກໍບໍ່ໄດ້ຊ່ວຍໃຫ້ທ່ານສາມາດຂ້າມຜ່ານໄລຍະຍາກລຳບາກຂອງທຸລະກິດໄປໄດ້ ນີ້ຈຶ່ງເປັນບົດຮຽນທີ່ວ່າ ເປັນຫຍັງຜູ້ນຳຈຶ່ງຕ້ອງຮຽນຮູ້ໃຫ້ໄວໄວ້ Gary Vaynerchuk ນັກຂຽນຂອງ Inc.com ກໍໄດ້ຊີ້ໃຫ້ເຫັນຄືກັນວ່າ ຜູ້ກໍ່ຕັ້ງທຸກຄົນຕ້ອງມີຄວາມຮັບຜິດຊອບຕໍ່ທຸກສິ່ງທຸກຢ່າງທີ່ເກີດຂຶ້ນໃນທຸລະກິດຂອງຕົນເອງຢ່າງເຕັມທີ່.

ບໍ່ມີຫຍັງດີເກີນໄປ ຫລື ບໍ່ດີເກີນໄປ : ການເປັນຜູ້ປະກອບການອາດມີອາລົມຂຶ້ນໆລົງໆໄດ້ສະເໝີ ໃນທຸກທຸລະກິດລ້ວນມີທັງໄຊຊະນະ ແລະ ພ່າຍແພ້ຢູ່ໃນນັ້ນ ກຸນແຈສຳຄັນແມ່ນທ່ານຕ້ອງໃຈເຢັນໄວ້ ແລະ ຕື່ນຕູມກັບເຫດການໃດໆ ແມ່ນແຕ່ໃນຕອນທີ່ບໍລິສັດກຳລັງປະສົບສະຖານະການ 50/50 ວ່າຈະມີກຳໄລ ຫລື ຂາດທຶນກໍຕາມ.

ກະແສເງິນສົດແມ່ນທຸກສິ່ງທຸກຢ່າງ : ທ່ານຕ້ອງຈັດການກະແສເງິນສົດຂອງທ່ານໄດ້ດີ ເງິນສົດລ້ວນເປັນສ່ວນສຳຄັນທີ່ເຮັດໃຫ້ໝັ້ນໃຈໄດ້ວ່າທຸລະກິດຂອງທ່ານນັ້ນມີສະພາບຄ່ອງຫລາຍໜ້ອຍປານໃດ ແລະ ໃນຖານະຜູ້ປະກອບການທ່ານຈຳເປັນຕ້ອງຮູ້ໂຕເລກເງິນທີ່ໄຫລເຂົ້າ ແລະ ອອກໃນບັນຊີ ທັງຄ່າໃຊ້ຈ່າຍໃນການຈັດຫາ – ຈັດຈ້າງຫຍັງຕ່າງໆ ລວມໄປເຖິງຄ່າໃຊ້ຈ່າຍລາຍຊົ່ວໂມງໃນການດຳເນີນທຸລະກິດຂອງທ່ານວ່າມີການໃຊ້ຈ່າຍອອກໄປເທົ່າໃດແດ່.

ໂລກທຸລະກິດບໍ່ໄດ້ມີໄຟຂຽວຕະຫລອດ : ຜູ້ປະກອບການທຸກຄົນຮູ້ດີວ່າໃນໂລກທຸລະກິດເຮົາບໍ່ໄດ້ມີທາງໃຫ້ກ້າວຍ່າງໄປຂ້າງໜ້າໄດ້ຕະຫລອດເວລາ ບາງເທື່ອກໍມີອຸປະສັກ ແລະ ເຫດຜົນຕ່າງໆນາໆທີ່ຈະຍ້ຳເຕືອນວ່າໃນຕອນນີ້ທ່ານຄວນຫລືບໍ່ຄວນເຮັດສິ່ງໃດ ແນ່ນອນວ່າບໍ່ມີພົມແດງປູທາງໃຫ້ເຮົາປະສົບຄວາມສຳເລັດໄດ້ດອກ ເພາະຫົນທາງຂອງຜູ້ປະກອບການນັ້ນລ້ວນມີແຕ່ທາງບວກຂຸມ ແລະ ມີບັນຫາໃຫ້ເຂົ້າມາຮັບມືບໍ່ຂາດສາຍ. ດັ່ງນັ້ນ, ທ່ານຈຶ່ງຕ້ອງຍອມຮັບໃນຄວາມບໍ່ແນ່ນອນທີ່ຈະເກີດຂຶ້ນ ແລະ ເຂົ້າໃຈເຖິງຄວາມສ່ຽງທີ່ມີໃນທຸລະກິດຂອງທ່ານນຳ.

- 5 - 5 ຄວາມຈິງທີ່ຕ້ອງພະເຊີນເມື່ອທ່ານກຳລັງເລີ່ມຕົ້ນເຮັດທຸລະກິດ
- 4 - 5 ຄວາມຈິງທີ່ຕ້ອງພະເຊີນເມື່ອທ່ານກຳລັງເລີ່ມຕົ້ນເຮັດທຸລະກິດ
- 3 - 5 ຄວາມຈິງທີ່ຕ້ອງພະເຊີນເມື່ອທ່ານກຳລັງເລີ່ມຕົ້ນເຮັດທຸລະກິດ