ຄະນະຜູ້ແທນກະຊວງພາຍໃນ ກຳປູເຈຍ ວາງພວງມາລາ ຢູ່ອະນຸສາວະລີນັກຮົບນິລະນາມ
March 19, 2023 - 11:41 AM
ສົມເດັດ ກຣໍລາໂຮມ ຊໍ ເຄັງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ພາຍໃນ ແຫ່ງຣາຊະອານາຈັກກຳປູເຈຍ ພ້ອມດ້ວຍຄະນະ ໄດ້ເຂົ້າວາງພວງມາລາ ຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ) ນະຄອນຫລວງວຽງຈັນ ໃນຕອນເຊົ້າວັນທີ 19 ມີນາ 2023 ໃນໂອກາດ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມຮ່ວມມືສອງຝ່າຍ ລະຫວ່າງ ກະຊວງ ປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ກະຊວງພາຍໃນ ແຫ່ງຣາຊະອານາຈັກກຳປູເຈຍ, ຊຶ່ງຈັດຂຶ້ນຢ່າງເປັນທາງການ ໃນລະຫວ່າງວັນທີ 17-20 ມີນາ 2023 ນີ້.
ການວາງພວງມະລາໃນຄັ້ງນີ້, ຝ່າຍ ສປປ ລາວ ເຂົ້າຮ່ວມໂດຍ ທ່ານ ພົນໂທ ກົງທອງ ພົງວິຈິດ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ. ທັງນີ້ກໍ ເພື່ອສະແດງເຖິງຄວາມເຄົາລົບ ຕໍ່ນໍ້າໃຈຕໍ່ສູ້ຢ່າງພິລະອາດຫານລະ ບໍ່ຍອມຈໍານົນຂອງບັນພະບູລຸດລາວ ກໍຄື ບັນດານັກຮົບປະຕິວັດຂອງລາວ ທີ່ເສຍສະລະຊີວິດ, ເລືອດເນື້ອເພື່ອພາລະກິດປະຕິວັດ ຢ່າງອົງອາດກ້າຫານ ພາຍໃຕ້ການຊີ້ນຳ-ນຳພາ ຂອງພັກປະຊາຊົນ ປະຕິວັດລາວ ຈົນສາມາດຍາດໄດ້ໄຊຊະນະ ແລະ ປະກາດເອກະລາດ, ສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ແລະ ສືບຕໍ່ປະຕິບັດ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ມາຈົນເຖິງປັດຈຸບັນ.
ພາບຂ່າວ: ຂປລ