ປະຊາຊົນເຫັນທາງອອກທີ່ດີຂຶ້ນ ຍ້ອນປູກ ມັນຕົ້ນຂາຍ ມີລາຍໄດ້ເປັນກອບເປັນກໍາ ແຕ່ຈະນຳມາເຊິ່ງຜົນກະທົບບາງຢ່າງ


ໂດຍ: ທິດກໍ່າ
ໃນອາທິດຜ່ານມາ, ທິດກໍ່າໄດ້ມີໂອກາດໄປເຫັນຫລາຍບ້ານແຖວເມືອງຄູນຄໍາ ແຂວງຄໍາມ່ວນ ສິ່ງທີ່ປະທັບໃຈ ແລະ ໜ້າຊື່ນຊົມຍິນດີນໍາຍາດພີ່ນ້ອງ, ພໍ່ແມ່ປະຊາຊົນໃນເຂດນັ້ນ ກໍຄືເຫັນສວນມັນຕົ້ນທີ່ພວມປົ່ງຍອດຂຽວສະອຸ່ມເດຍລະດາດສຸດສາຍຕາຕາມສວນແຄມທາງໃນແຕ່ລະບ້ານ. ບາງບ້ານກໍເຫັນສາງມັນຕົ້ນແຫ້ງກອງເຕັມສາງ.
ເມື່ອໄດ້ພົບປະໂອ້ລົມກັນ ໃຜກໍຈົ່ມອອກປາກໂຈເຈກັນ ທັງມີຄວາມຫວັງຕໍ່ລາຍໄດ້ທີ່ຈະເຮັດໃຫ້ຖົງຕຶ່ງ ໃນໄລຍະບໍ່ພໍເທົ່າໃດເດືອນຕໍ່ໜ້າ. ມີສວນບາງເຈົ້າກໍກໍາລັງເກັບກູ້ ແລະ ພວມຕາກໃຫ້ມັນແຫ້ງ. ຜູ້ມີເນື້ອທີ່ຫລາຍກໍປູກຫລາຍ, ມີຜູ້ໜ້ອຍກໍປູກໜ້ອຍ ເພາະໃນໄລຍະນີ້ຕະຫລາດມັນຕົ້ນພວມມາແຮງແຊງພືດພັນຊະນິດອື່ນໆຢ່າງລໍ້າໜ້າ. ອັນທີ່ມີຂໍ້ສະດວກກວ່າໝູ່ໃນການປູກມັນຕົ້ນກໍແມ່ນປູກງ່າຍ, ຮັກສາສະບາຍ ພຽງແຕ່ຕັດລໍາຕົ້ນເປັນທ່ອນແລ້ວສຽບໃສ່ດິນທີ່ກະກຽມໄວ້ ແລະ ບໍ່ຈໍາເປັນຕ້ອງຫົດນໍ້າໃສ່ຝຸ່ນ ພຽງແຕ່ຄອຍບົວລະບັດ, ຕິດຕາມການເຕີບໃຫຍ່ ເມື່ອຄົບກໍານົດກໍເກັບກູ້ຕາມລະດູການ.
ເວົ້າເຖິງຕະຫລາດການສົ່ງອອກມັນຕົ້ນຂອງລາວເຮົາໃນປັດຈຸບັນກໍຕິດອັນດັບໜຶ່ງໃນ 10 ລາຍການສິນຄ້າທີ່ມີລາຍຮັບສູງເຖິງ 89 ລ້ານໂດລາສະຫະລັດ ໃນເດືອນກຸມພາ 2023 ທີ່ຜ່ານມາ ແລະ ມີຕະຫລາດຮອງຮັບຢ່າງບໍ່ອັນຄື ສປ ຈີນ, ໄທ ແລະ ຫວຽດນາມ. ສ່ວນລາຄາມັນຕົ້ນແຫ້ງໂດຍສະເລ່ຍກໍຢູ່ໃນລະດັບ 3.000 ຫາ 3.500 ອີງຕາມຄຸນນະພາບຂອງມັນຕົ້ນ ແລະ ການເໜັງຕີງຂອງຕະຫລາດໃນແຕ່ລະໄລຍະ. ຖ້າຕ້ອງການຂາຍເປັນມັນດິບລາຄາກໍຈະຫລຸດລົງ, ແຕ່ຊາວສວນມັນຕົ້ນສ່ວນຫລາຍໃຜກໍຂາຍເປັນມັນແຫ້ງ ເພາະລາຄາມັນສູງກວ່າ ເຊິ່ງສະເລ່ຍໃນແຕ່ລະຄອບຄົວບໍ່ຕໍ່າກວ່າ 50 ລ້ານ, 100 ລ້ານ ແລະ ມີບາງຄອບຄົວທີ່ມີເນື້ອທີ່ປູກຫລາຍກໍມີລາຍຮັບເຖິງສອງສາມຮ້ອຍລ້ານຕໍ່ປີ.
ນີ້ຄືປັດໄຈໃໝ່ທີ່ພວມມາແຮງແຊງການປູກເຂົ້າ ແລະ ສາລີ ຫລື ພືດພັນຊະນິດອື່ນໆໃນການສ້າງລາຍໄດ້ຂອງປະຊາຊົນບັນດາເຜົ່າ. ຄາດວ່າຖ້າຊາວກະສິກອນຫາກໄດ້ຮັບນະໂຍບາຍຕ່າງໆຈາກພາກລັດທີ່ກະຕຸກຊຸກຍູ້ສົ່ງເສີມເອື້ອອໍານວຍໃນການຜະລິດ, ການຄ້າຂາຍ, ສົ່ງອອກຂອງປະເທດເຮົາຕ້ອງເກີນດູນຕະຫລອດໄປ ແລະ ປະຊາຊົນຜູ້ຜະລິດກໍຈະມີລາຍໄດ້ເປັນກອບເປັນກໍາມາພັດທະນາຄອບຄົວສາມາດລົບລ້າງຄວາມທຸກຍາກໄດ້ຢ່າງແນ່ນອນ.
ຢ່າງໃດກໍດີ ການປູກມັນຕົ້ນຂາຍນັ້ນພາໃຫ້ຄອບຄົວມີລາຍໄດ້ເປັນກອບເປັນກໍາ ໄດ້ຈັບເງິນແສນເງິນກໍຈິງ ແຕ່ຍັງພົບບັນຫາບໍ່ໜ້ອຍການປູກມັນຕົ້ນຂາຍ ຍ້ອນວ່າປະຊາຊົນຈໍານວນບໍ່ໜ້ອຍຍັງຂາດທີ່ດິນ ເພື່ອທໍາການຜະລິດ, ບາງຄອບຄົວ ຈົນໄດ້ພາກັນໄປລັກຖາງປ່າຫວງຫ້າມຈົນໄດ້ຖືກຕັກເຕືອນປັບໃໝໃສ່ໂທດ ເພື່ອແລກກັບເປົ້າໝາຍລາຍຮັບ ເຊິ່ງເຮັດໃຫ້ບາງຄອບຄົວບໍ່ກຸ້ມທຶນ ແລະ ກາຍເປັນບັນຫາ ແທນທີ່ຈະໄດ້ເງິນ.
ບັນຫານີ້ ມັນໄດ້ຮຽກຮ້ອງເຖິງລະບຽບການຄຸ້ມຄອງ, ການຈັດສັນ ແລະ ສ້າງຄວາມເຂົ້າໃຈແກ່ປະຊາຊົນ ເລື່ອງການອະນຸລັກຮັກສາປ່າໄມ້, ບໍ່ທຳລາຍ ແລະ ບໍ່ສ້າງບັນຫາເພີ່ມ, ເພື່ອຄວາມຍືນຍົງທາງດ້ານລາຍໄດ້ ແລະ ເສດຖະກິດລວມຂອງຊາດ.