ກຽມຈັດວາງສະແດງ ຈັບຄູ່ຮ່ວມມືດ້ານ ເຕັກໂນໂລຊີ ນະວັດຕະກຳ ລາວ-ຫວຽດນາມ
March 22, 2023 - 1:58 PM


ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ແລະ ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ ຈະຈັດງານວາງສະແດງ, ຈັບຄູ່ຮ່ວມມືດ້ານເຕັກໂນໂລຊີ ນະວັດຕະກຳ ລາວ-ຫວຽດນາມ (Tech-Innovation Vietnam-Laos) ປະຈໍາປີ 2023 ໃນວັນທີ 4-5 ເມສາ 2023 ນີ້.
ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງ ເຕັກໂນໂລຊີ ແລະ ການສື່ສານໄດ້ຖະແຫລງຂ່າວກ່ຽວກັບການຈັດງານ ດັ່ງກ່າວໃນວັນທີ 21 ມີນາ 2023 ນີ້ວ່າ: ຈຸດປະສົງຕົ້ນຕໍຂອງການຈັດງານວາງສະແດງ ເພື່ອຊຸກຍູ້ການຮ່ວມມືດ້ານການນຳໃຊ້, ຖ່າຍທອດເຕັກໂນໂລຊີ ນະວັດຕະກຳ ແລະ ຊອກ ຄູ່ຮ່ວມມື ລະຫວ່າງ ໜ່ວຍງານຄົ້ນຄວ້າວິໄຈ ແລະ ບັນດາວິສາຫະກິດຂອງສອງປະເທດ, ເພີ່ມທະວີການພົວພັນຮ່ວມມື, ຮອບດ້ານບົນພື້ນຖານນ້ຳໃຈມິດຕະພາບອັນຍິ່ງໃຫຍ່ ແລະ ຄວາມສາມັກຄີພິເສດ ທີ່ເປັນມູນເຊື້ອອັນຍາວນານລະຫວ່າງ ລາວ-ຫວຽດນາມ, ເພື່ອເຊື່ອມໂຍງບັນດານັກຄົ້ນຄວ້າວິໄຈ ແລະ ນັກພັດທະນາເຕັກໂນໂລຊີ ນະວັດຕະກຳ ຂອງຫວຽດນາມ ກັບບັນດາອົງການຂອງລັດ ແລະ ບັນດາຫົວໜ່ວຍທຸລະກິດລາວ ເພື່ອຊຸກຍູ້ສົ່ງເສີມດ້ານການຄ້າ ແລະ ການລົງທຶນດ້ານເຕັກໂນໂລຊີ ນະວັດຕະກຳ ໃນຂົງເຂດທີ່ສຳຄັນຂອງລາວ, ເພື່ອສົ່ງເສີມການຖ່າຍທອດເຕັກໂນໂລຊີ, ການນຳໃຊ້ນະວັດຕະກຳ ສ້າງ ແລະ ຊອກກາລະໂອກາດໃນການຮ່ວມມື, ການລົງທຶນ ແລະ ການຖ່າຍທອດເຕັກໂນໂລຊີ ລະຫວ່າງບັນດາອົງການຈັດຕັ້ງ, ບັນດາວິສະຫະກິດ ລາວ-ຫວຽດນາມ.
ງານວາງສະແດງຄັ້ງນີ້, ເປັນການຮ່ວມມື ລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ແລະ ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ ຊຶ່ງໄດ້ມີການເຊື້ອເຊີນບັນດາສະຖາບັນການຄົ້ນຄວ້າ, ສະຖາບັນການສຶກສາ, ພາກສ່ວນທຸກິດ ແລະ ຜູ້ປະກອບກິດຈະການທຸລະກິດ Startup ທີ່ມີຊື່ສຽງ ຈາກ 2 ປະເທດເຂົ້າຮ່ວມ, ຊຶ່ງຈະໄດ້ຈັດຫລາຍກິດຈະກໍາ ເຊັ່ນ: ງານວາງສະແດງ ກ່ຽວກັບເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ເຕັກໂນໂລຊີດີຈິຕອນ, ພະລັງງານທົດແທນ, ການບຳບັດສິ່ງແວດລ້ອມ, ການເກັບຮັກສາອາຫານ-ເຕັກໂນໂລຊີປຸງແຕ່ງ, ຂົງເຂດການທ່ອງ ທ່ຽວ, ການຄ້າເອເລັກໂຕນິກ(E-commerce), ເຕັກໂນໂລຊີ ນະວັດຕະກຳໃໝ່, ຜົນງານການຄົ້ນ ຄວ້າ ແລະ ຜະລິດຕະພັນຈາກຫົວຄິດປະດິດສ້າງ ຂອງທຸລະກິດ Startup ຈາກ ສປປ ລາວ ແລະ ສສ ຫວຽດນາມ ຈຳນວນ 60 ກວ່າຮ້ານວາງສະແດງ (booth) ໃນນັ້ນ, ຄາດຄະເນ ມີຮ້ານວາງສະແດງ ຂອງຫວຽດນາມ 30 ຮ້ານ ແລະ ຮ້ານວາງສະແດງຂອງຄູ່ຮ່ວມມືລາວ 30 ຮ້ານ, ການຈັດສຳມະນາກ່ຽວກັບວິຊາການ ຫົວຂໍ້: ເປີດກ້ວາງການຮ່ວມມື ແລະ ກຳນົດແຜນພັດທະນາ ລະບົບນິເວດນະວັດ ຕະກຳ ແລະ ຜູ້ປະກອບການທຸລະກິດ Startup, ເວທີເສວະນາ ການເຊື່ອມໂຍງດ້ານເຕັກໂນໂລຊີ ແລະ ຜູ້ປະກອບການທຸລະກິດ Startup ເຊິ່ງເນື້ອໃນຕົ້ນຕໍ ເພື່ອຂຸດຄົ້ນຊອກຮູ້, ຖ່າຍທອດເຕັກໂນໂລຊີ ແລະ ນະວັດຕະກຳ ຢູ່ ສສ ຫວຽດນາມ; ຊຸກຍູ້ສົ່ງເສີມຖ່າຍທອດເຕັກໂນໂລຊີ ແລະ ນະວັດຕະກໍາ ຂອງ ສປປ ລາວ; ກໍານົດແຜນຮ່ວມມື ເພື່ອພັດທະນາລະບົບນິເວດນະວັດຕະກຳໃໝ່ ລະຫວ່າງ ສອງປະເທດ ສປປ ລາວ ແລະ ສສ ຫວຽດນາມ; ພັດທະນາລະບົບນິເວດນະວັດຕະກຳ ໃໝ່ ສສ ຫວຽດນາມ ແລະ ເປີດກວ້າງຮ່ວມກັບ ສປປ ລາວ.
ພາບຂ່າວ: ຂປລ