ວິທີການຕົວຢ່າງເພື່ອຄຸ້ມຄອງ ສື່ສັງຄົມອອນລາຍ
ໂດຍ: ວິເສດ ສະແຫວງສຶກສາ
ມື້ນີ້ຜູ້ຂຽນໄດ້ສັງລວມເອົາບັນຫາທີ່ພົວພັນກັບສື່ສັງຄົມອອນລາຍທີ່ຫລາຍປະເທດໄດ້ອອກມາດຕະການຄວບຄຸມ ເພື່ອບໍ່ໃຫ້ເກີດມີບັນຫາຕາມມາຈາກການນຳໃຊ້ແບບແຕກປອກອອກທາງ ເຊັ່ນຫວ່າງບໍ່ເຫິງມານີ້, ກະຊວງສື່ສານ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານຂອງອິນໂດເນເຊຍ ໄດ້ຕົກລົງກັບບໍລິສັດອິນເຕີເນັດຂອງສະຫະລັດອາເມລິກາ ຄືກູເກິນ ແລະ ທະວິດເຕີ ໃນຄວາມພະຍາຍາມກຳຈັດເນື້ອໃນບໍ່ດີທີ່ລະເມີດລະບຽບກົດໝາຍຂອງອິນໂດເນເຊຍ. ໂຄງການຮ່ວມມືດັ່ງກ່າວເອີ້ນເປັນພາສາອັງກິດວ່າ: “ທຼັດຟະແລກເກີ” ເຊິ່ງຄາດວ່າຈະເລີ່ມປະຕິບັດພາຍໃນໄຕມາດທີ 4 ຂອງປີນີ້. ເປົ້າໝາຍຂອງໂຄງການເນັ້ນການຄຸ້ມຄອງເນື້ອໃນຂອງກູເກິນ ໂດຍຈະມີໜ່ວຍອາສາສະໝັກອິດສະຫຼະເຮັດໜ້າທີ່ກວດເນື້ອໃນໃຫ້ເປັນໄປຕາມກົດລະບຽບຂອງເຄືອຂ່າຍ. ນອກນັ້ນຍັງຈະພິຈາລະນາເພີ່ມຂໍ້ຈຳກັດອາຍຸຂອງຜູ້ເຂົ້າອ່ານ ຫລື ຈະລຶບເນື້ອໃນທີ່ບໍ່ເໝາະສົມອອກ. ໂຄງການ “ທຼັດຟະແລກເກີ” ຈະດຳເນີນໃນຂັ້ນທົດລອງ. ຖ້າບັນລຸໄດ້ຕາມເປົ້າໝາຍກໍຈະເຮັດໃຫ້ອິນໂດເນເຊຍເປັນປະເທດທຳອິດທີ່ມີການຮ່ວມມືກັບສອງເຄືອຂ່າຍອິນເຕີເນັດໃຫຍ່ລະດັບໂລກດັ່ງກ່າວ. ຢູ່ເບື້ອງປະເທດອົດສະຕຼາລີພຸ້ນ, ທາງການກໍໄດ້ຖືສຳຄັນເປັນພິເສດວຽກຮ່ວມມືກັບເຄືອຂ່າຍສື່ສານສັງຄົມ ໂດຍທ່ານນາຍົກລັດຖະມົນຕີ ມານຄອມ ເທີນບູນ ໄດ້ພົບປະກັບບັນດາຜູ້ນຳບໍລິສັດໃຫຍ່ບໍລິການສື່ສານສັງຄົມອອນລາຍ. ໃນການພົບປະ, ທ່ານນາຍົກໄດ້ເວົ້າວ່າ: ພວກເຮົາຈະບໍ່ອະນຸຍາດໃຫ້ພວກກໍ່ການຮ້າຍ, ພວກນິຍົມຄວາມຮຸນແຮງສວຍໃຊ້ເຄືອຂ່າຍອິນເຕີເນັດ ແລະ ສື່ສານສັງຄົມອອນລາຍ ເພື່ອກະຈາຍຂ່າວທີ່ເປັນພິດເປັນໄພຂອງພວກເຂົາອອກສູ່ສັງຄົມ. ທາງການອົດສະຕຼາລີໄດ້ຮ່າງກົດໝາຍພັນທະໃຫ້ເຄືອຂ່າຍອິນເຕີເນັດ ແລະ ສື່ສານສັງຄົມອອນລາຍຮັບຜິດຊອບສົງຂໍ້ມູນຂ່າວສານອັນຈຳເປັນກ່ຽວກັບກຸ່ມກໍ່ການຮ້າຍ ກໍຄືແຜນປະຕິບັດງານຂອງພວກເຂົາໃຫ້ທາງການ. ລັດຖະບານອົດສະຕຼາລີເຊື່ອວ່າ ການເຮັດພັນທະຂອງເຄືອຂ່າຍອິນເຕີເນັດໃນການສະໜອງຂໍ້ມູນກ່ຽວກັບພວກກໍ່ການຮ້າຍນັ້ນຈະຊ່ວຍໃຫ້ທາງການສາມາດຈັດການກັບພວກກໍ່ການຮ້າຍຢ່າງທັນການ. ແຜນກຳຈັດພວກກໍ່ການຮ້າຍບໍ່ໃຫ້ສວຍໃຊ້ເຄືອຂ່າຍສື່ສານສັງຄົມນີ້ໄດ້ຮັບການສະໜັບສະໜູນຢ່າງກວ້າງຂວາງໃນທົ່ວສັງຄົມອົດສະຕຼາລີ. ສ່ວນຢູ່ ສສ ຫວຽດນາມ, ປະເທດບ້ານໃກ້ເຮືອນຄຽງຂອງພວກເຮົານີ້ ເພິ່ນກໍມີແຜນຍຸດທະສາດແຫ່ງຊາດ ເພື່ອກຳຈັດອາຊະຍາກຳທາງອິນເຕີເນັດໃນໄລຍະແຕ່ປີ 2016-2025. ພາຍໃຕ້ແຜນການດັ່ງກ່າວ, ກະຊວງຖະແຫລງຂ່າວ ແລະ ສື່ສານ ຈະເພີ່ມການຮ່ວມມືກັບບັນດາກະຊວງ ກໍຄືຂະແໜງການກ່ຽວຂ້ອງເພື່ອພັດທະນາລະບົບສື່ສານ ແລະ ສື່ມວນຊົນໃນລະດັບໂຮງຮຽນ ແລະ ຄອບຄົວ ເພື່ອຍົກສູງຄວາມຮັບຮູ້ໃນການປ້ອງກັນໄພອັນຕະລາຍຈາກອາຊະຍາກຳທາງອິນເຕີເນັດ, ອອກແຮງສຶກສາອົບຮົມໄວໜຸ່ມໃຫ້ຮູ້ວິທີຄັດຂໍ້ຄວາມ-ເນື້ອໃນທີ່ບໍ່ເໝາະສົມອອກຈາກຈໍສັງຄົມອອນລາຍ. ນອກຈາກນັ້ນ ທາງການກ່ຽວຂ້ອງຍັງຈະພັດທະນາລະບົບປ້ອງກັນຄວບຄຸມການເຂົ້າເຖິງເຄືອຂ່າຍເວບໄຊທີ່ມີເນື້ອໃນແປກປອມບິດເບືອນອີກດ້ວຍ.