ເຊລຊີ ຫວັງຊື້ ຂາດ ເຟລິກ ພ້ອມປ່ອຍ ເມນດີ ອອກຈາກທີມ

ເຊລຊີ ຫວັງຊື້ ຂາດ ເຟລິກ ພ້ອມປ່ອຍ ເມນດີ ອອກຈາກທີມ - cc 1 - ເຊລຊີ ຫວັງຊື້ ຂາດ ເຟລິກ ພ້ອມປ່ອຍ ເມນດີ ອອກຈາກທີມ
ເຊລຊີ ຫວັງຊື້ ຂາດ ເຟລິກ ພ້ອມປ່ອຍ ເມນດີ ອອກຈາກທີມ - kitchen vibe - ເຊລຊີ ຫວັງຊື້ ຂາດ ເຟລິກ ພ້ອມປ່ອຍ ເມນດີ ອອກຈາກທີມ

ເຊລຊີ ຫວັງຊື້ ຂາດ ເຟລິກ ພ້ອມປ່ອຍ ເມນດີ ອອກຈາກທີມ - cc 1 - ເຊລຊີ ຫວັງຊື້ ຂາດ ເຟລິກ ພ້ອມປ່ອຍ ເມນດີ ອອກຈາກທີມ

ເຣເວໂວ ສື່ໃນໂປຣຸຕຸເກສ ລາຍງານວ່າ ເຊລຊີ ສະໂມສອນໃນພຣີເມຍລີກ ອັງກິດ ພວມເຮັດວຽກໜັກເພື່ອທີ່ຈະເຮັດການຊື້ຂາດ ເຊົາ ເຟລິກ ກອງໜ້າທີ່ຢືມຕົວມາຈາກແອັດເລຕີໂກ ມາດຣິດ ໃຫ້ຢູ່ກັບທີມຢ່າງຖາວອນ.

ເຟລິກ ຫາກໍຍ້າຍ ແອັດເລຕີໂກ ມາດຣິດ ໃນ ລາ ລີກາ ສະເປນ ມາຢູ່ກັບ ເຊລຊີ ໃນໄລຍະປີໃຫມ່ດ້ວຍສັນຍາຢືມຕົວຈົນຈົບລະດູການນີ້ ແນວໃດກໍຕາມຈາກການທີ່ລາວສ້າງຜົນງານໄດ້ໜ້າປະທັບໃຈ ເຮັດໃຫ້ມີການເປີດເຜີຍວ່າທີມດັງຈາກນະຄອນຫລວງລອນດອນ ຕ້ອງງການທີ່ຈະຊື້ຂາດໃຫ້ນັກເຕະລາຍນີ້ເປັນສະມາຊິກຂອງຖິ່ນສະແຕມຟອດ ບຣິດ ຢ່າງຖາວອນ.

ຂະນະດຽວກັນມີການເປີດເຜີຍວ່າທີມເຊລຊີ ພ້ອມຈະປ່ອຍຕົວ ເອດູອາ ເມນດີ ຜູ້ຮັກປະຕູທີມຊາດເຊເນກັລ ອອກຈາກທີມໃນໄລຍະລະດູການນີ້ເຊ່ັນດຽວກັນ ຫລັງຈາກທີ່ໄລຍະຜ່ານມາພວກເຂົາກັບມາໃຊ້ ເກປາ ອາຣີຊາ ບາລາກາ ຜູ້ຮັກສາປະຕູສະເປນກັບມາເປັນມື 1 ຂອງທີມອີກເທື່ອຫນຶ່ງ.

ເຊລຊີ ຫວັງຊື້ ຂາດ ເຟລິກ ພ້ອມປ່ອຍ ເມນດີ ອອກຈາກທີມ - 3 - ເຊລຊີ ຫວັງຊື້ ຂາດ ເຟລິກ ພ້ອມປ່ອຍ ເມນດີ ອອກຈາກທີມ
ເຊລຊີ ຫວັງຊື້ ຂາດ ເຟລິກ ພ້ອມປ່ອຍ ເມນດີ ອອກຈາກທີມ - 5 - ເຊລຊີ ຫວັງຊື້ ຂາດ ເຟລິກ ພ້ອມປ່ອຍ ເມນດີ ອອກຈາກທີມ
ເຊລຊີ ຫວັງຊື້ ຂາດ ເຟລິກ ພ້ອມປ່ອຍ ເມນດີ ອອກຈາກທີມ - 4 - ເຊລຊີ ຫວັງຊື້ ຂາດ ເຟລິກ ພ້ອມປ່ອຍ ເມນດີ ອອກຈາກທີມ