ລະວັງ ! ມັດຈຸລາດອາດມາພ້ອມກັບສະພາບອາກາດຮ້ອນອົບເອົ້າ

ລະວັງ ! ມັດຈຸລາດອາດມາພ້ອມກັບສະພາບອາກາດຮ້ອນອົບເອົ້າ - 337521637 1176615146377376 4350351874468049969 n - ລະວັງ ! ມັດຈຸລາດອາດມາພ້ອມກັບສະພາບອາກາດຮ້ອນອົບເອົ້າ
ລະວັງ ! ມັດຈຸລາດອາດມາພ້ອມກັບສະພາບອາກາດຮ້ອນອົບເອົ້າ - kitchen vibe - ລະວັງ ! ມັດຈຸລາດອາດມາພ້ອມກັບສະພາບອາກາດຮ້ອນອົບເອົ້າ

ໂດຍ: ທິດກໍ່າ

ພໍຮອດເດືອນມີນາ ຫາ ເມສາ ແລະ ພຶດສະພາ ອາກາດໃນພາກພື້ນ ແລະ ລາວເຮົາມັກຈະຮ້ອນອົບເອົ້າ ແດດໄໝ້ແດດເຜົາ ເຊິ່ງປີນີ້ອາດແກ່ຍາວໄປຮອດມິຖຸນາ ໃນຂະນະດຽວກັນກໍມັກມີລົມພາຍຸພັດຖະຫລົ່ມ ມີທັງລົມຫົວກຸດ, ຝົນຕົກໜັກ, ຟ້າຜ່າ, ໝາກເຫັບຕົກ ອັນຈະກໍ່ໃຫ້ເກີດໄພອັນຕະລາຍແກ່ຊີວິດ, ຊັບສິນຂອງປະຊາຊົນບັນດາເຜົ່າຢ່າງກະທັນຫັນ ແລະ ບໍ່ຄາດຄິດ.

ລະວັງ ! ມັດຈຸລາດອາດມາພ້ອມກັບສະພາບອາກາດຮ້ອນອົບເອົ້າ - Visit Laos Visit SALANA BOUTIQUE HOTEL - ລະວັງ ! ມັດຈຸລາດອາດມາພ້ອມກັບສະພາບອາກາດຮ້ອນອົບເອົ້າ
ລະວັງ ! ມັດຈຸລາດອາດມາພ້ອມກັບສະພາບອາກາດຮ້ອນອົບເອົ້າ - Visit Laos Visit SALANA BOUTIQUE HOTEL - ລະວັງ ! ມັດຈຸລາດອາດມາພ້ອມກັບສະພາບອາກາດຮ້ອນອົບເອົ້າ

ສະເພາະປີນີ້ເທົ່າທີ່ໄດ້ຕິດຕາມແຫລ່ງຂ່າວມັນໄດ້ເກີດຂຶ້ນແລ້ວຢູ່ແຂວງຜົ້ງສາລີ ພາກເໜືອສຸດຂອງປະເທດເຮົາ ເມື່ອສອງອາທິດທີ່ຜ່ານມາ. ນອກນັ້ນ ໃນອາທິດແລ້ວນີ້ ກໍເກີດຢູ່ປະເທດເພື່ອນບ້ານແຖວຈັງຫວັດຊຽງໃໝ່ປະເທດໄທ ໄດ້ເກີດມີລົມພາຍຸຝົນຕົກໜັກ, ມີໝາກເຫັບນ້ອຍໃຫຍ່ຕົກລົງມາພ້ອມກັບຮ່າຝົນລົ້ນແຜ່ນດິນ. ຍິ່ງໄປກວ່ານັ້ນ ໃນຄືນວັນທີ 18 ມີນາ 2023 ຜ່ານມາ ຢູ່ບ້ານນໍ້າໂມ້ ເມືອງອານຸວົງ ແຂວງໄຊສົມບູນ ໄດ້ເກີດມີຝົນຕົກໜັກ, ພາຍຸພັດຖະຫລົ່ມ ເຮັດໃຫ້ຫລັງຄາຫໍພັກຄູອາຈານເພພັງຊະຊາຍ, ຖືກຝົນຕົກຮໍາຈົນບໍ່ໄດ້ຫລັບບໍ່ໄດ້ນອນ ຍັງໄຄແດ່ແຕ່ວ່າບໍ່ມີຜູ້ໃດຖືກບາດເຈັບ ແລະ ເສຍຊີວິດຍ້ອນ. ນີ້ຄືໄພອັນຕະລາຍຢ່າງໜຶ່ງທີ່ມາພ້ອມກັບຄວາມຮ້ອນອົບເອົ້າໃນລະດູແລ້ງ ແລະ ອາດເວົ້າໄດ້ວ່າ ລັກສະນະຂອງພາຍຸກໍນັບມື້ຮຸນແຮງຜິດປົກກະຕິຂຶ້ນເລື້ອຍໆ.

ຫາກຕັ້ງໂຈດກັນວ່າ, ເປັນຫຍັງຈຶ່ງເກີດສະພາບແບບນີ້. ສາເຫດຂອງມັນກໍມາຈາກຫລາຍປັດໄຈຄື: ອັນທີໜຶ່ງ ໜ່ວຍໂລກທີ່ຄົນເຮົາອາໄສຢູ່ທຸກວັນນີ້ມັນກໍນັບມື້ມີການປ່ຽນແປງໄປຕາມວັດຕະຈັກຈາກຍຸກນີ້ສູ່ຍຸກໃໝ່, ຍຸກຕໍ່ໆໄປເປັນໄລຍະຮ້ອຍປີພັນປີໝື່ນປີ, ມະນຸດເຮົາທີ່ອາໄສຢູ່ກໍຕ້ອງໄດ້ປັບຕົວ ແລະ ພັດທະນາໄປຕາມກົດເກນການປ່ຽນແປງຂອງໂລກ. ສ່ວນປັດໄຈອັນທີສອງກໍແມ່ນຍ້ອນມະນຸດເຮົານັບມື້ທໍາລາຍທໍາມະຊຸດ ແລະ ສິ່ງແວດລ້ອມອ້ອມຕົວ ມີການຖາງປ່າ ບຸກເບີກທີ່ດິນ, ອັດຄັນຕັນນໍ້າເພື່ອການສ້າງສາພັດທະນາໄປເລື້ອຍໆ. ອີກປະການໜຶ່ງ ພົນລະເມືອງຂອງໂລກໂດຍລວມ ເວົ້າສະເພາະແມ່ນຂອງແຕ່ລະປະເທດກໍມີສະຖິຕິເພີ່ມຂຶ້ນ. ຈາກປັດໄຈພື້ນຖານທີ່ກ່າວມານີ້ຈຶ່ງເຮັດໃຫ້ສະພາບຂອງດິນຟ້າອາກາດມີການປ່ຽນແປງ ແລະ ມີຜົນກະທົບບໍ່ໜ້ອຍຕໍ່ມວນມະນຸດທີ່ອາໄສຢູ່ໃນບົນໂລກນີ້. ສະເພາະຢູ່ນະຄອນຫລວງວຽງຈັນໃນວັນທີ 25 ມີນາ 2023 ທີ່ຜ່ານມາ ໄດ້ປາກົດມີມວນສານ PM2,5 ມືດຟ້າມົວດິນ ຄັນວ່າແມ່່ນນໍ້າໝອກພັດມີດວງຕາເວັນສາດສ່ອງອົບເອົ້າ. ນີ້ລະຄືອາການຜິດປົກກະຕິຂອງດິນຟ້າອາກາດໃນຍຸກປັດຈຸບັນ.

ເຖິງຢ່າງໃດກໍດີ, ອີງໃສ່ສະພາບການປ່ຽນແປງຂອງດິນຟ້າອາກາດທີ່ມີລັກສະນະທະວີຄູນຮຸນແຮງຂຶ້ນຄືດັ່ງວ່າ ພວກເຮົາກໍຕ້ອງຫາວິທີທາງອອກເຕັມທີ່ເພື່ອຄວາມຢູ່ລອດຄື: ຫ້າມທໍາລາຍທໍາມະຊາດ ແລະ ສິ່ງແວດລ້ອມຕາມລໍາພັງ ຍັງບໍ່ພຽງແຕ່ເທົ່ານັ້ນ ພວກເຮົາຍັງຕ້ອງສ້າງທຸກເງື່ອນໄຂເພື່ອໃຫ້ທໍາມະຊຸດ ແລະ ສິ່ງແວດລ້ອມມີຄວາມຍືນຍົງຢູ່ຄຽງຄູ່ກັບຄົນເຮົາຫລາຍຂຶ້ນ, ຖ້າບໍ່ດັ່ງນັ້ນ ໄພທໍາມະຊາດອາດມາທໍາລາຍເຮົາໃນພິບຕາດຽວກໍເປັນໄດ້. ສ່ວນທາງອອກອີກຢ່າງໜຶ່ງກໍຄືເພື່ອຫລີກເວັ້ນມັດຈຸລາດທີ່ຈະມາເຖິງຕົວຕ້ອງເຝົ້າລະວັງຢ່າງໃກ້ຊິດຕໍ່ສະພາບການປ່ຽນແປງຂອງດິນຟ້າອາກາດຈາກົມອຸຕຸນິຍົມອຸທົກກະສາດ ຕະຫລອດເຖິງການປຸກສ້າງທີ່ຢູ່ອາໄສ, ສະຖານທີ່ການທໍາມາຫາກິນຕ້ອງຮັບປະກັນຕໍ່ຜົນກະທົບໄພພິບັດທີ່ຈະມາທໍາລາຍຊີວິດ ແລະ ຊັບສິນທີ່ເຮົາຄິດບໍ່ເຖິງ.

ລະວັງ ! ມັດຈຸລາດອາດມາພ້ອມກັບສະພາບອາກາດຮ້ອນອົບເອົ້າ - 4 - ລະວັງ ! ມັດຈຸລາດອາດມາພ້ອມກັບສະພາບອາກາດຮ້ອນອົບເອົ້າ
ລະວັງ ! ມັດຈຸລາດອາດມາພ້ອມກັບສະພາບອາກາດຮ້ອນອົບເອົ້າ - 3 - ລະວັງ ! ມັດຈຸລາດອາດມາພ້ອມກັບສະພາບອາກາດຮ້ອນອົບເອົ້າ
ລະວັງ ! ມັດຈຸລາດອາດມາພ້ອມກັບສະພາບອາກາດຮ້ອນອົບເອົ້າ - 5 - ລະວັງ ! ມັດຈຸລາດອາດມາພ້ອມກັບສະພາບອາກາດຮ້ອນອົບເອົ້າ