ແຂວງບໍ່ແກ້ວ ຈັດພິທີສະເຫລີມສະຫລອງວັນສ້າງຕັ້ງແຂວງ ຄົບຮອບ 40 ປີ

ແຂວງບໍ່ແກ້ວ ຈັດພິທີສະເຫລີມສະຫລອງວັນສ້າງຕັ້ງແຂວງ ຄົບຮອບ 40 ປີ - 337872677 105055985871278 8323036106167078902 n - ແຂວງບໍ່ແກ້ວ ຈັດພິທີສະເຫລີມສະຫລອງວັນສ້າງຕັ້ງແຂວງ ຄົບຮອບ 40 ປີ
ແຂວງບໍ່ແກ້ວ ຈັດພິທີສະເຫລີມສະຫລອງວັນສ້າງຕັ້ງແຂວງ ຄົບຮອບ 40 ປີ - kitchen vibe - ແຂວງບໍ່ແກ້ວ ຈັດພິທີສະເຫລີມສະຫລອງວັນສ້າງຕັ້ງແຂວງ ຄົບຮອບ 40 ປີ
ວັນທີ 26 ມີນາ 2023 ນີ້, ທີ່ເດີນກິລາປ່າອ້ອຍ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ຈັດພິທີໂຮມຊຸມນຸມໃຫຍ່ ສະເຫລີມສະຫລອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ (26 ມີນາ 1983-26 ມີນາ 2023) ໂດຍການເຂົ້າຮ່ວມ ຂອງ ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ ແຫ່ງ ສປປ ລາວ, ທ່ານ ບົວຄົງ ນາມມິວົງ ເຈົ້າແຂວງບໍ່ແກ້ວ, ມີການນຳພັກ-ລັດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
40 ປີ ແຫ່ງການສ້າງຕັ້ງແຂວງບໍ່ແກ້ວ ພາຍໃຕ້ການນໍາພາຂອງພັກ, ຄະນະພັກ-ຄະນະນຳແຂວງ ໄດ້ເອົາໃຈໃສ່ນຳພາ-ຊີ້ນຳທຸກອົງການຈັດຕັ້ງ, ຂະແໜງການ ຕະຫຼອດຮອດປະຊາຊົນຊາວແຂວງບໍ່ແກ້ວ ມີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ ກາຍເປັນກ້ອນກໍາລັງຢ່າງແຂງແຮງ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາແຂວງບໍ່ແກ້ວ ເຮັດໃຫ້ແຂວງບັນລຸໄດ້ຜົນສໍາເລັດທີ່ສໍາຄັນໜ້າພາກພູມໃຈໃນຫຼາຍດ້ານ: ເປັນຕົ້ນແມ່ນແຂວງບໍ່ແກ້ວ ມີສະຖຽນລະພາບທາງດ້ານການເມືອງ, ສາມາດແກ້ໄຂຄວາມບໍ່ສະຫງົບທີ່ແກ່ຍາວມາຫຼາຍປີ ກາຍເປັນແຂວງທີ່ມີຄວາມສະຫງົບນັບມື້ນັບໜັກແໜ້ນ, ເສດຖະກິດ-ສັງຄົມມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ພື້ນຖານໂຄງລ່າງ ໄດ້ຮັບການກໍ່ສ້າງຂຶ້ນເປັນຈໍານວນຫຼວງຫລາຍ ນັບທັງຢູ່ຕົວເມືອງ ແລະ ຊົນນະບົດ, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ດີຂຶ້ນ, ທຸກການຈັດຕັ້ງ ທັງພັກ-ລັດ, ກໍາລັງປະກອບອາວຸດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ອົງການຈັດຕັ້ງມະຫາຊົນໄດ້ເຕີບໃຫຍ່ເຂັ້ມແຂງ.
อาจเป็นรูปภาพของ 6 คน, ผู้คนกำลังยืน และ กลางแจ้ง ແຂວງບໍ່ແກ້ວ ຈັດພິທີສະເຫລີມສະຫລອງວັນສ້າງຕັ້ງແຂວງ ຄົບຮອບ 40 ປີ - 338017757 204855475491886 3082112099386249882 n - ແຂວງບໍ່ແກ້ວ ຈັດພິທີສະເຫລີມສະຫລອງວັນສ້າງຕັ້ງແຂວງ ຄົບຮອບ 40 ປີ
ປັດຈຸບັນ ບ້ານທີ່ມີເສັ້ນທາງເຂົ້າເຖິງຈໍານວນ 246 ບ້ານ ກວມ 99,19% ຂອງຈໍານວນບ້ານທົ່ວແຂວງ, ບ້ານທີ່ໄດ້ຊົມໃຊ້ໄຟຟ້າມີ 241 ບ້ານ ກວມ 97,18%, ບ້ານທີ່ໄດ້ໃຊ້ນໍ້າປະປາ ແລະ ໃຊ້ນໍ້າລິນສະອາດ ມີຈໍານວນ 246 ບ້ານ, ກວມ 99,19%, ສັນຍານໂທລະສັບເຂົ້າເຖິງ 246 ບ້ານ ກວມ 99,19%, ການລົງທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດນັບມື້ຫຼາຍຂຶ້ນ ທົ່ວແຂວງມີຫົວໜ່ວຍວິສະຫະກິດທັງໝົດ 5.945 ຫົວໜ່ວຍ, ມູນຄ່າຈົດທະບຽນທັງໝົດ 3.780,99 ຕື້ກີບ, ມີເຂດເສດຖະກິດພິເສດສາມຫຼ່ຽມຄໍາ ເປັນການລົງທຶນຂະໜາດໃຫຍ່ຂອງຕ່າງປະເທດ, ວຽກງານກໍ່ສ້າງຮາກຖານການເມືອງຕິດພັນກັບການພັດທະນາຊົນນະບົດແກ້ໄຂຄວາມທຸກຍາກຂອງປະຊາຊົນຕາມ 4 ເນື້ອໃນ, 4 ຄາດໝາຍ ແລະ ວຽກງານ 3 ສ້າງ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ, ການຊຸກຍູ້, ຂະບວນການຜະລິດກະສິກໍາເປັນສິນຄ້າ ຂອງປະຊາຊົນໄດ້ຂະຫຍາຍຕົວຢ່າງກວ້າງຂວາງ, ສາມາດລົບລ້າງຄອບຄົວທຸກຍາກໄດ້ 27.242 ຄອບຄົວ ກວມເອົາ 79,54%; ລົບລ້າງບ້ານທຸກຍາກໄດ້ 188 ບ້ານ ກວມ 75,81%; ສ້າງບ້ານພັດທະນາຮອບດ້ານໄດ້ 124 ບ້ານກວມເອົາ 50% ຂອງຈຳນວນບ້ານທັງໝົດ; ສ້າງໄດ້ເມືອງພົ້ນທຸກ 2 ເມືອງ ແລະ ສ້າງບ້ານໃຫຍ່ເປັນຕົວເມືອງໃນຊົນນະບົດໄດ້ 3 ບ້ານຈຸດສຸມຄື: ຈຸດສຸມບ້ານໃຫຍ່ນໍ້າເກິ່ງ, ຈຸດສຸມບ້ານດ່ານຖິ່ນ ແລະ ຈຸດສຸມບ້ານໃຫຍ່ສີເມືອງງາມ ແລະ ວຽກງານອື່ນໆ ກໍຂະຫຍາຍຕົວເປັນກ້າວໆ.
อาจเป็นรูปภาพของ 5 คน และ ผู้คนกำลังยืน ແຂວງບໍ່ແກ້ວ ຈັດພິທີສະເຫລີມສະຫລອງວັນສ້າງຕັ້ງແຂວງ ຄົບຮອບ 40 ປີ - 338013276 743275480616785 7447651052690570626 n - ແຂວງບໍ່ແກ້ວ ຈັດພິທີສະເຫລີມສະຫລອງວັນສ້າງຕັ້ງແຂວງ ຄົບຮອບ 40 ປີ
ໃນພິທີດັ່ງກ່າວ ຍັງໄດ້ປະດັບຫລຽນໄຊອິດສະຫຼະຊັ້ນ III ໃຫ້ແກ່ແຂວງບໍ່ແກ້ວທີ່ມີຜົນງານດີເດັ່ນປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາແຂວງບໍ່ແກ້ວຕະຫລອດໄລຍະຜ່ານມາ, ໂດຍໃຫ້ກຽດປະດັບຫລຽນ ຂອງ ທ່ານ ບຸນທອງ ຈິດມະນີ.
ແຂວງບໍ່ແກ້ວ ຈັດພິທີສະເຫລີມສະຫລອງວັນສ້າງຕັ້ງແຂວງ ຄົບຮອບ 40 ປີ - 3 - ແຂວງບໍ່ແກ້ວ ຈັດພິທີສະເຫລີມສະຫລອງວັນສ້າງຕັ້ງແຂວງ ຄົບຮອບ 40 ປີ
ແຂວງບໍ່ແກ້ວ ຈັດພິທີສະເຫລີມສະຫລອງວັນສ້າງຕັ້ງແຂວງ ຄົບຮອບ 40 ປີ - 4 - ແຂວງບໍ່ແກ້ວ ຈັດພິທີສະເຫລີມສະຫລອງວັນສ້າງຕັ້ງແຂວງ ຄົບຮອບ 40 ປີ
ແຂວງບໍ່ແກ້ວ ຈັດພິທີສະເຫລີມສະຫລອງວັນສ້າງຕັ້ງແຂວງ ຄົບຮອບ 40 ປີ - 5 - ແຂວງບໍ່ແກ້ວ ຈັດພິທີສະເຫລີມສະຫລອງວັນສ້າງຕັ້ງແຂວງ ຄົບຮອບ 40 ປີ