ປກສ ແຂວງບໍລິຄຳໄຊ ມອບຕົວຜູ້ຖືກຫາເຂົ້າ-ອອກເມືອງແບບຜິດກົດໝາຍ 8 ຄົນ ໃຫ້ເຈົ້າໜ້າທີ່ ຕ.ມ ດ່ານສາກົນບຶງການ ປະເທດໄທ

ວັນທີ 27 ມີນາ 2023 ຜ່ານມາ ເຈົ້າໜ້າທີ່ ປກສ ເມືອງປາກກະດິງ ໄດ້ນໍາຕົວຜູ້ຖືກຫາເຂົ້າເມືອງຜິດກົດໝາຍເຊື້ອຊາດ-ສັນຊາດໄທ ຈໍານວນ 8 ຄົນ ມາມອບໃຫ້ເຈົ້າໜ້າທີ່ຕໍາຫລວດກວດ ຄົນເຂົ້າ-ອອກເມືອງ ປກສ ແຂວງ ບໍລິຄໍາໄຊ ປະຈຳດ່ານຊາຍແດນສາກົນປາກຊັນ, ເພື່ອນໍາສົ່ງໃຫ້ເຈົ້າໜ້າທີ່ຕຳຫລວດກວດຄົນເຂົ້າ-ອອກເມືອງ ປະຈຳດ່ານສາກົນບຶງການ ປະເທດໄທ ນໍາກັບຄືນປະເທດ.
ທ່ານ ພັຕ ໃຈເພັດ ອິນທິສານ ຮອງຫົວໜ້າພະແນກຕຳຫລວດກວດຄົນເຂົ້າ-ອອກເມືອງ ໃຫ້ຮູ້ວ່າ: ເວລາປະມານ 7:20 ນາທີ ຂອງວັນທີ 25 ມີນາ 2023 ມີຄົນຈຳນວນ 8 ຄົນໄດ້ຂີ່ເຮືອຫາງຍາວຈາກແຂວງບຶງການ ປະເທດໄທ ເພື່ອຂ້າມມາບ້ານສົມສະໜຸກ ເມືອງປາກກະດິງ ແຂວງບໍລິຄຳໄຊ ຮອດຝັ່ງລາວປະມານ 8:10 ນາທີ, ມີທ້າວ ໃຈ ອາຍຸ 60 ປີ ມາຮັບຢູ່ແຄມນ້ຳຂອງທ່າບັກ ບ້ານດັ່ງກ່າວເພື່ອໄປຢ້ຽມຢາມພີ່ນ້ອງ. ພໍຮອດເວລາ 6:20 ນາທີ ພວກກ່ຽວໄດ້ມາລໍຖ້າເຮືອເພື່ອກັບຄືນປະເທດ ຂະນະນັ້ນ ເຈົ້າໜ້າທີ່ ປກສ ເມືອງປາກກະດິງ ໄດ້ເອີ້ນໂຕພວກກ່ຽວໄປຫ້ອງການ ປກສ ກຸ່ມເພື່ຶອສືບຖາມເອົາຂໍ້ມູນເບື້ອງຕົ້ນ. ຜ່ານການສືບສວນສອບສວນ ພວກກ່ຽວທັງ 8 ຄົນ ຢູ່ບ້ານບຸ່ງຄ້າ ເມືອງບຸ່ງຄ້າ ແຂວງບຶງການ ປະເທດໄທ ຍອມຮັບສາລະພາບວ່າພວກຕົນໄດ້ເຂົ້າເມືອງແບບຜິດກົດໝາຍແທ້ ເພື່ອມາຢ້ຽມຢາມພີ່ນ້ອງ ດັ່ງນັ້ນເຈົ້າໜ້າທີ່ ປກສ ເມືອງປາກກະດິງຈຶ່ງໄດ້ສຶກສາອົບຮົມພວກກ່ຽວທັງ 8 ຄົນ ໃຫ້ຮັບຮູ້ລະບຽບການຂອງການເຂົ້າ-ອອກເມືອງໃຫ້ຖືກຕ້ອງ, ເຊິ່ງເຮັດຜິດຕໍ່ກົດໝາຍວ່າດ້ວຍການເຂົ້າ-ອອກ ແລະ ຄຸ້ມຄອງຄົນຕ່າງປະເທດສະບັບເລກທີ 59/ ສພຊ ລົງວັນທີ 26 ທັນວາ 2014 ດັ່ງນັ້ນຈຶ່ງມອບພວກກ່ຽວໃຫ້ ຕຳຫລວດກວດຄົນເຂົ້າ-ອອກເມືອງ ດ່ານສາກົນບຶງການ ນຳຕົວໄປສຶກສາອົບຮົມ ແລະ ປະກອບເອກະສານໃຫ້ຖືກຕ້ອງເພື່ອບໍ່ໃຫ້ພວກກ່ຽວກັບມາກະທຳຜິດອີກ.