ແຜ່ນປິດບໍ່ນໍ້າເກົ່າແກ່ໃນວັດຮິນດູຖະຫລົ່ມ ສົ່ງຜົນໃຫ້ຜູ້ສະແຫວງບຸນອິນເດຍເສຍຊີວິດຢ່າງໜ້ອຍ 35 ຄົນ

ທາງການອິນເດຍລາຍງານວ່າ: ພົບຮ່າງຜູ້ເສຍຊີວິດແລ້ວຢ່າງໜ້ອຍ 35 ຄົນ ຈາກເຫດແຜ່ນທີ່ປິດບໍ່ນໍ້າເກົ່າແກ່ໃນວັດຮິນດູຢູ່ເມືອງອິນເທົາ (Indore) ລັດມັດຍະປະເທດ ທາງຕອນກາງຂອງປະເທດອິນເດຍ ພັງຖະຫລົ່ມລົງມາໃນວັນທີ 30 ມີນາ.
ເຫດການເກີດຂຶ້ນລະຫວ່າງານສະເຫລີມສະຫລອງເທດສະການຣາມນະວະມິ ເຊິ່ງສາເຫດທີ່ເຮັດໃຫ້ເກີດການຖະຫລົ່ມຍັງບໍ່ແນ່ນອນ, ແຕ່ເປັນໄປໄດ້ວ່າອາດເກີດຈາກການຮັບນໍ້າໜັກຂອງແຜ່ນປິດບໍ່ສູງເກີນໄປ ເນື່ອງຈາກໃນລະຫວ່າງເກີດເຫດມີຜູ້ສະແຫວງບຸນຫລາຍກວ່າ 100 ຄົນ ກໍາລັງສູດມົນຢູ່ພາຍໃນວັດ ແລະ ຄາດວ່າບໍ່ນໍ້າມີຄວາມເລິກຫລາຍກວ່າ 15 ແມັດ.
ສື່ທ້ອງຖິ່ນລາຍງານວ່າ: ຫລັງເກີດເຫດ ທະຫານ ແລະ ເຈົ້າໜ້າທີ່ກູ້ໄພຫລາຍກວ່າ 75 ຄົນ ໄດ້ຊ່ວຍກັນໃຊ້ເຊືອກ ແລະ ຂັນໄດໃນການກູ້ຮ່າງຜູ້ເສຍຊີວິດທັງ 35 ຄົນຂຶ້ນມາຈາກບໍ່ນໍ້າ, ແຕ່ຍັງບໍ່ພົບ 1 ຄົນທີ່ຢູ່ໃນລາຍຊື່ຜູ້ສູນຫາຍ, ສ່ວນຜູ້ບາດເຈັບທີ່ພົບທັງໝົດ 16 ຄົນ ຖືກນຳສົ່ງໂຮງໝໍແລ້ວ.
ຂະນະທີ່ວັດຮິນດູທີ່ເກີດເຫດຊື່ວ່າ Beleshwar Mahadev Jhulelal Temple ສ້າງຂຶ້ນຫລັງມີການປິດທັບບໍ່ນໍ້າ ເຊິ່ງມີລັກສະນະເປັນບໍ່ນໍ້າແບບຂັ້ນໄດ (Stepwell) ເມື່ອ 40 ກວ່າປີກ່ອນ.
ອ້າງອີງ: