ກຸ່ມຕິດອາວຸດໂຣຮິງຢາ ຢູ່ມຽນມາປະກາດຢຸດຍິງ 1 ເດືອນ
ໃນວັນທີ 10 ກັນຍານີ້, ກຸ່ມຕິດອາວຸດຊາວໂຣຮິງຢາ ເຊິ່ງກໍ່ເຫດບຸກໂຈມຕີດ່ານຄວາມໝັ້ນຄົງຫລາຍແຫ່ງໃນເວລາໄລ່ລຽງກັນ ຢູ່ລັດຍະໄຂ່ຂອງມຽນມາ ເຮັດໃຫ້ກອງທັບເຂົ້າປາບປາມ ແລະ ເຮັດໃຫ້ຊາວມຸດສະລິມເກືອບ 300.000 ຄົນ ຕ້ອງອົບພະຍົບໜີໄປບັງກະລາເທດ ໄດ້ປະກາດຢຸດຍິງຝ່າຍດຽວເປັນເວລາ 1 ເດືອນ ໂດຍມີຜົນໃນທັນທີ.
ກອງທັບປົດປ່ອຍໂຣຮິງຢາແຫ່ງອາຣະກັນ ໄດ້ປະກາດຢຸດຍິງຊົ່ວຄາວທາງທະວິດເຕີບັນຊີ @ARSA_Offical ແລະ ກ່າວວ່າ: ຈະຍອມໃຫ້ຈັດສົ່ງການຊ່ວຍເຫລືອດ້ານມະນຸດສະທຳເຂົ້າມາໃນພື້ນທີ່ສູ້ຮົບໄດ້. ຖະແຫລງການລະບຸວ່າ: ກຸ່ມຕິດອາວຸດຊາວໂຣຮິງຢາອະນຸຍາດໃຫ້ອົງການບັນເທົາທຸກທັງໝົດຮື້ຟື້ນການຈັດສັນການຊ່ວຍເຫລືອດ້ານມະນຸດສະທຳໃຫ້ຜູ້ປະສົບຄວາມເດືອດຮ້ອນໄດ້ທັງໝົດໃນລະຫວ່າງໄລຍະຢຸດຍິງທີ່ຈະມີຜົນໄປຈົນຮອດວັນທີ 9 ຕຸລາ. ນອກຈາກນີ້ ໄດ້ຂໍໃຫ້ທາງການມຽນມາຕອບຮັບຂໍ້ສະເໜີຢຸດຍິງ ເພື່ອໃຫ້ການຊ່ວຍເຫລືອດ້ານມະນຸດສະທຳ, ພາຍຫລັງມີຜູ້ອົບພະຍົບ ແລະ ບໍ່ມີບ່ອນຢູ່ຈຳນວນຫລາຍກຳລັງລໍຖ້າການຊ່ວຍເຫລືອ ພາຍຫລັງການປະທະກັນດຸເດືອດກວ່າ 2 ອາທິດຜ່ານມາ.