ສະຫະພັນແມ່ຍິງກະຊວງການຕ່າງປະເທດ ມອບເຄື່ອງຊ່ວຍເຫລືອປະຊາຊົນ 3 ບ້ານຢູ່ເມືອງວັງວຽງ
September 10, 2017 - 4:23 PM


ວັນທີ 8 ກັນຍານີ້, ສະຫະ ພັນແມ່ ຍິງກະຊວງການຕ່າງ ປະ ເທດໄດ້ນຳເອົາເຄື່ອງຊ່ວຍ ເຫລືອ ຈຳນວນໜຶ່ງໄປມອບເຄື່ອງໃຫ້ ບ້ານຜາຕັ້ງ, ບ້ານວັງໂພ ແລະ ບ້ານແກ່ວກວ້າງ ເມືອງວັງວຽງ, ແຂວງວຽງຈັນ, ເຊິ່ງພິທີມອບ – ຮັບໄດ້ມີຂຶ້ນທີ່ບ້ານຜາຕັ້ງລະ ຫວ່າງ ທ່ານ ນາງ ອາລູນີ ກົມ ມະສິດ, ປະທານກິດຕິມະສັກ ສະຫະ ພັນແມ່ຍິງກະຊວງການ ຕ່າງປະເທດ ແລະ ນາຍບ້ານ ຈາກ 3 ບ້ານດັ່ງກ່າວ ເຊິ່ງປະ ກອບມີ ເຄື່ອງນຸ່ງ, ເຄື່ອງກັນ ໜາວ, ຜ້າຫົ່ມ, ເກີບກິລາ, ເຄື່ອງ ກິລາເດັກນ້ອຍ ແລະ ຖົງພາຍ ລວມມູນຄ່າ 30 ລ້ານ ກວ່າກີບ.
+ ນະຄອນຫລວງປຶກສາຫາລືການພັດທະນາກຸ່ມຜະລິດກະສິກໍາເປັນສະຫະກອນ
+ ມອບເຄື່ອງຊ່ວຍເຫລືອໃຫ້ປະຊາຊົນ ບ້ານວັງມ້າມູນຄ່າຫລາຍລ້ານກີບ
ເຊິ່ງໄດ້ ມາຈາກການ ເຄື່ອນ ໄຫວກິດຈະກຳຕ່າງໆ ຂອງ ເອື້ອຍນ້ອງສະຫະພັນແມ່ຍິງ ລາວທີ່ໄປປະຕິບັດໜ້າທີ່ການ ທູດຢູ່ຕ່າງປະເທດເປັນຕົ້ນຢູ່ ສ.ເກົາຫລີ ແລະ ຍີ່ປຸ່ນ.