ອົດສະຕຣາລີຫ້າມນຳໃຊ້ແອັບ TikTok ໃນອຸປະກອນໜ່ວຍງານລັດ ເນື່ອງຈາກກັງວົນເລື່ອງຄວາມໝັ້ນຄົງ
April 4, 2023 - 3:10 PM


ທ່ານ ມາກ ເດຣຟັສ (Mark Dreyfus) ໄອຍະການສູງສຸດຂອງອົດສະຕຣາລີ ເປີດເຜີຍໃນວັນທີ 4 ເມສາວ່າ: ອົດສະຕຣາລີຈະຫ້າມນໍາໃຊ້ແອັບ TikTok ໃນອຸປະກອນຂອງໜ່ວຍງານລັດຖະບານ ໂດຍໃຫ້ເຫດຜົນຈາກຄວາມກັງວົນເລື່ອງຄວາມໝັ້ນຄົງ ແລະ ຢືນຢັນວ່າຄໍາສັ່ງຫ້າມດັ່ງກ່າວຈະຖືກບັງຄັບໃຊ້ “ໂດຍໄວທີ່ສຸດ”.
ທັງນີ້, ອົດສະຕຣາລີຖືເປັນປະເທດສຸດທ້າຍໃນກຸ່ມພັນທະມິດຂ່າວ Five Eyes ທີ່ຕັດສິນໃຈດໍາເນີນມາດຕະການຫ້າມນໍາໃຊ້ແອັບ TikTok ດັ່ງກ່າວ ເຊິ່ງກ່ອນໜ້ານີ້ ອາເມລິກາ, ອັງກິດ, ນິວຊີແລນ ແລະ ການາດາ ຕ່າງປະກາດມາດຕະການຄ້າຍຄືກັນ.
ທັງນີ້, ລັດຖະບານນອກແວ ແລະ ລັດຖະສະພາເອີຣົບ ມີການເຄື່ອນໄຫວໃນລັກສະນະດຽວກັນ ໂດຍອາທິດຜ່ານມາ NATO ໄດ້ສັ່ງຫ້າມເຈົ້າໜ້າທີ່ບໍ່ໃຫ້ດາວໂຫລດແອັບ TikTok ລົງໃນອຸປະກອນທີ່ NATO ຈັດຫາໃຫ້.
ອ້າງອີງ: