ວັນທີ 14-16 ເມສານີ້ ເຈົ້າໜ້າທີ່ຈະລາຈອນ ນະຄອນຫລວງວຽງຈັນ ຈະມີການປິດ 2 ເສັ້ນທາງຢູ່ເມືອງຈັນທະບູລີ ເພື່ອຫລີກລ່ຽງການເກີດອຸບັດເຫດ
ອີງຕາມໜັງສືພິມວຽງຈັນໃໝ່: ທ່ານ ພັທ ວິໄລພົງ ສະເໜ່ຫາ ຫົວໜ້າພະແນກຕຳຫລວດຈະລາຈອນ ນະຄອນຫລວງວຽງຈັນ ລາຍງານກ່ຽວກັບການກະກຽມຄວາມພ້ອມຮັບໃຊ້ໃນໄລຍະບຸນປີໃໝ່ລາວ ພສ 2566 ວ່າ : ການກຽມພ້ອມປ້ອງກັນໃນໄລຍະບຸນປີໃໝ່ລາວນີ້ ສະເພາະກຳລັງຕຳຫລວດຈະລາຈອນ ມີ 500 ກວ່າສະຫາຍ ໃນການປ້ອງກັນ ມີ 480 ກວ່າສະຫາຍ ແລະ ໄດ້ມີຕຳຫລວດປະຈຳຢູ່ຕາມວັດ ຫລື ສະຖານີສຳຄັນຕ່າງໆ ຢູ່ໃນນະຄອນຫລວງວຽງຈັນ ມີ 9 ແຫ່ງ.
ນອກນັ້ນກໍໄດ້ແບ່ງໄປແຕ່ລະຈຸດ ເພື່ອອຳນວຍຄວາມສະດວກໃຫ້ແກ່ຍານພະຫະນະ ແລະ ມວນຊົນທີ່ມາຫລິ້ນບຸນປີໃໝ່ ພ້ອມທັງໄດ້ຕັ້ງຈຸດກວດກາທັງໝົດ 6 ຈຸດ ໃນນັ້ນມີ 5 ຈຸດທີ່ຢູ່ຕະຫລອດ 24 ຊົ່ວໂມງ ເປັນດ່ານເຂົ້າອອກລະຫວ່າງແຂວງຫາແຂວງ.
ການກະກຽມນີ້ຈະໄດ້ສົມທົບກັບພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ, ບໍລິສັດນິວຈິບເຊັງ ຈະໄດ້ເປີດຂະບວນຄາລະວານ ໃນການຂັບຂີ່ປອດໄພ ໂດຍມີນັກຮຽນເຂົ້າຮ່ວມ ປະມານ 150 ກວ່າຄົນ ເຊິ່ງນ້ອງນັກຮຽນນັ້ນ ຈະໄດ້ຂັບຂີ່ລົດຈັກ ອ້ອມນະຄອນຫລວງວຽງຈັນໃນວັນທີ 8 ເມສາ ທີ່ຈະມາເຖິງນີ້ ເພື່ອໂຄສະນາປູກຈິດສຳນຶກຄວາມປອດໄພໃນຊ່ວງບຸນປີໃໝ່ ນອກນັ້ນກໍມີການບັນຈຸກຳລັງຢູ່ສະຖານີສາຍໃຕ້ ແລະ ສາຍເໜືອ ເພື່ອໂຄສະນາສຶກສາອົບຮົມໃຫ້ແກ່ນັກຂັບຂີ່ ການນຳໃຊ້ເສັ້ນທາງ ແລະ ປ້ອງກັນການເກີດອຸບັດເຫດ ເຊິ່ງມີການຕັ້ງຈຸດກວດກາຄວາມໄວ ທາດເຫລົ້າຂອງຜູ້ຂັບຂີ່ ຖ້າພົບເຫັນ ຫລື ລະເມີດ ກໍຈະຖືກປັບໃໝຕາມລະບຽບກົດໝາຍທີ່ວາງອອກ.
ສະເພາະທິດທາງຂອງການສັນຈອນ ໃນຂອບເຂດທີ່ມີການຈັດສັນໃນເມືອງຈັນທະບູລີ ທາງເຈົ້າໜ້າທີ່ຈະໄດ້ປິດເສັ້ນທາງເພື່ອມວນຊົນໄດ້ເຂົ້າຫລິ້ນຢ່າງປອດໄພ ເປັນຕົ້ນແມ່ນເສັ້ນທາງຖະໜົນແຫ່ງບຸນ ກໍມີການສະແດງສິນຄ້າຫລາຍຢ່າງ, ເສັ້ນທາງທີ 2 ແມ່ນເສັ້ນທາງເສດຖາທິລາດ ຕັ້ງແຕ່ໄຟແດງຫລັກ 1 ໄປຫານ້ຳພຸ ຈະໄດ້ປິດຕັ້ງແຕ່ ວັນທີ 14-16 ເມສາ 2023 ເລີ່ມແຕ່ 12 ໂມງເປັນຕົ້ນໄປ.
ໃນມື້ແຫ່ພະພຸດທະຮູບ ເຈົ້າໜ້າທີ່ຈະໄດ້ປິດຕັ້ງແຕ່ເຂດນ້ຳພຸ ຈົນເຖິງ ໂຮງແຮມລ້ານຊ້າງ ທະນາຄານການຄ້າ ວົງວຽນໂຮງຮຽນປ່າປາສັກ ອ້ອມໄປຫາວັດອິນແປງ ຈະໄດ້ປິດເປັນໄລຍະສະເພາະເສັ້ນທາງນີ້.