ແຂວງສະຫວັນນະເຂດ ເຂັ້ມງວດຄວບຄຸມລາຄາສິນຄ້າ ໄລຍະບຸນປີໃໝ່ລາວ ຖ້າຜູ້ໃດລະເມີດຈະປະຕິບັດຕາມລະບຽບການ

ວັນທີ 5 ເມສາ 2023 ຜ່ານມານີ້, ຄະນະທີມງານອຸດສາຫະກຳ ແລະ ການຄ້າ ແຂວງສະຫວັນນະເຂດ ໄດ້ລົງເຄື່ອນໄຫວປະຕິບັດຕົວຈີງ ໃນຕະຫລາດສະຫວັນໄຊ ນຳໂດຍທ່ານ ເນດຄຳ ສຸດທະລັກ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງສະຫວັນນະເຂດ ສົມທົບກັບ ຜູ້ບໍລິຫານຈັດການຕະຫລາດ ແລະ ວິຊາການທີ່ກ່ຽວຂ້ອງ ເພື່ອບໍ່ໃຫ້ມີການເອົາລັດເອົາປຽບ ລະຫວ່າງ ຜູ້ຊື້ ແລະ ຜູ້ຂາຍ ຫລື ບໍ່ໃຫ້ພໍ່ຄ້າ-ແມ່ຄ້າສວຍໂອກາດຂຶ້ນລາຄາສິນຄ້າໃນໄລຍະການ ສະເຫລີມສະຫລອງບຸນປີໃໝ່ລາວ ພສ 2566.
ໃນການລົງເຄື່ອນໄຫວວຽກງານຄັ້ງນີ້ ແມ່ນເພື່ອ ຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການສິນຄ້າໃນທ້ອງຕະຫລາດເທສະບານນະຄອນ ໄກສອນພົມວິຫານ ໃຫ້ຢູ່ໃນເກນທີ່ຮັບໄດ້ ທັງສອງຝ່າຍ ແລະ ເພື່ອຄຸ້ມຄອງ, ຕິດຕາມ, ກວດກາປ້ອງກັນການສວຍໂອກາດຂື້ນລາຄາສິນຄ້າຂອງບັນດາຜູ້ປະກອບການຄ້າ-ຂາຍໃນໄລຍະເທສະການປີໃໝ່ລາວ ບໍ່ໃຫ້ມີການຂື້ນລາຄາຕາມລໍາພັງໃຈ ແລະ ປະຕິບັດຕາມລະບຽບການຢ່າງເຂັ້ມງວດ, ເອົາໃຈໃສ່ຄຸ້ມຄອງລາຄາສະບຽບອາຫານ ປະເພດເຂົ້າສານ, ຊີ້ນ ແລະ ພືດຜັກຕ່າງໆ, ລວມທັງສິນຄ້າອຸປະໂພກ-ບໍລິໂພກ ແລະ ສິນຄ້າທີ່ມີຜົນກະທົບໄວ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນຢູ່ພາຍໃນແຂວງ,ນະຄອນ ແລະ ເມືອງ,ໃຫ້ໄປຕາມກົນໄກຂອງຕະຫລາດ ທີ່ມີການຄຸ້ມຄອງ ດັດສົມຂອງລັດ ໃນແຕ່ລະໄລຍະ, ພ້ອມນັ້ນກໍໄດ້ຄິດໄລ່ໂຄງປະກອບລາຄາໃນແຕ່ລະຂອດຢ່າງຊັດເຈນ ນັບແຕ່ຂອດຕົ້ນທຶນການຜະ ລິດ ແລະ ຂອດຂາຍຍົກ-ຂາຍຍ່ອຍ ເພື່ອຫລີກເວັ້ນການສວຍໂອກາດຂຶ້ນລາຄາສິນຄ້າ. ພ້ອມດຽວກັນນັ້ນ, ກໍໄດ້ແຕ່ງ ຕັ້ງພະນັກງານ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງຕິດຕາມບັນດາຜູ້ປະກອບການ,ແມ່ຄ້າຊາວຂາຍຕ່າງໆ ໃຫ້ປະຕິບັດຕາມແຈ້ງການ ກໍ ຄືລະບຽບ,ກົດໝາຍ ຢ່າງເປັນເອກະພາບ .
ທ່ານ ເນດຄຳ ສຸດທະລັກ ໃຫ້ຮູ້ວ່າ: ໃນກໍລະນີຜູ້ປະກອບການຄ້າຂາຍ ຫາກມີການສວຍໂອກາດຂຶ້ນລາຄາສິນຄ້າ ຕາມລໍາພັງໃຈ ຫລື ຂື້ນລາຄາສິນຄ້າເກີນເກນກຳນົດໄວ້ ທາງເຈົ້າໜ້າທີ່ການຄ້າພວກເຮົາ ຈະໄດ້ປະຕິບັດຕາມລະ ບຽບການຄື: ເບື້ອງຕົ້ນຈະມີການກ່າວເຕືອນ, ສ້າງບົດບັນທຶກ ແລະ ຈະມີການປັບໃໝຕາມລະບຽບການຂອງກົດໜາຍ.