ອົງການໄອຍະການປະຊາຊົນສູງສຸດ ເຂົ້າອວຍພອນວັນສ້າງຕັ້ງກຳລັງ ປກສ ຄົບຮອບ 62 ປີ

ອົງການໄອຍະການປະຊາຊົນສູງສຸດ ເຂົ້າອວຍພອນວັນສ້າງຕັ້ງກຳລັງ ປກສ ຄົບຮອບ 62 ປີ - 339686688 1226426284743539 924876448790102424 n - ອົງການໄອຍະການປະຊາຊົນສູງສຸດ ເຂົ້າອວຍພອນວັນສ້າງຕັ້ງກຳລັງ ປກສ ຄົບຮອບ 62 ປີ
ອົງການໄອຍະການປະຊາຊົນສູງສຸດ ເຂົ້າອວຍພອນວັນສ້າງຕັ້ງກຳລັງ ປກສ ຄົບຮອບ 62 ປີ - kitchen vibe - ອົງການໄອຍະການປະຊາຊົນສູງສຸດ ເຂົ້າອວຍພອນວັນສ້າງຕັ້ງກຳລັງ ປກສ ຄົບຮອບ 62 ປີ
ວັນທີ 6 ເມສາ 2023 ຜ່ານມາ, ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ພ້ອມຄະນະ ໄດ້ເຂົ້າອວຍພອນວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 62 ປີ (5/4/1961-5/4/2023) ທີ່ກະຊວງປ້ອງກັນຄວາມສະຫງົບ ໂດຍໄດ້ຮັບການຕ້ອນຮັບຂອງ ທ່ານ ພົອ ວິໄລ ຫລ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ.
ທ່ານ ໄຊຊະນະ ໂຄດພູທອນ ໃນນາມການນຳຂອງອົງການໄອຍະການປະຊາຊົນ ຂໍຖືໂອກາດດັ່ງກ່າວອວຍພອນໃຫ້ແກ່ບັນດາທ່ານໃນຄະນະພັກ, ຄະນະນຳ ຕະຫລອດເຖິງ ອ້າຍນ້ອງກຳລັງນັກຮົບ ປກສ ຈົ່ງມີສຸຂະພາບເຂັ້ມແຂງ, ແຂງແຮງ, ມີຄວາມຜາສຸກ ພ້ອມກັນຈັດຕັ້ງປະຕິບັດວຽກງານໃຫ້ສຳເລັດເປັນຢ່າງດີ ຊຶ່ງໃນໄລຍະຜ່ານມາກຳລັງປ້ອງກັນຄວາມສະຫງົບ ກໍໄດ້ເປັນເຈົ້າການຈັດຕັ້ງປະຕິບັດໜ້າທີ່ ຕາມພາລະບົດບາດຂອງຕົນ ເຮັດໃຫ້ປະເທດຊາດ ມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ບັນດາປະກົດການຫຍໍ້ທໍ້ໃນສັງຄົມ ໄດ້ຮັບການແກ້ໄຂເທື່ອລະກ້າວ ແລະ ໃນຕໍ່ໜ້ານີ້ ຂໍໃຫ້ກຳລັງປ້ອງກັນຄວາມສະຫງົບ ຈົ່ງໄດ້ສືບຕໍ່ຈັດຕັ້ງປະຕິບັດໜ້າທີ່ວຽກງານຕາມພາລະບົດບາດ ເພື່ອສ້າງໃຫ້ກຳລັງ ເປັນກຳລັງທີ່ຮັບໃຊ້ປະຊາຊົນ-ສັງຄົມຢ່າງແທ້ຈິງ, ສືບຕໍ່ຈັດຕັ້ງປະຕິບັດໜ້າທີ່ໃນການປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ສ້າງຄວາມເຊື່ອໝັ້ນໃຫ້ແກ່ປະຊາຊົນ ນັບມື້ເລິກເຊິ່ງ, ໜັກແໜ້ນຂຶ້ນກວ່າເກົ່າ, ສືບຕໍ່ເພີ່ມທະວີການນຳພາ, ບັນຊາ, ຊີ້ນຳກຳລັງໃນແຕ່ລະຂັ້ນ ໃຫ້ມີຄວາມເຂັ້ມແຂງ ເພື່ອເຮັດແນວໃດໃຫ້ການຈັດຕັ້ງປະຕິບັດໜ້າທີ່ວຽກງານ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້, ເພີ່ມທະວີໃນການສ້າງກຳລັງໃຫ້ມີຄວາມສັດຊື່ບໍລິສຸດ ແລະ ເປັນແບບຢ່າງໃນການປະຕິບັດລະບຽບກົດໝາຍຢ່າງເຂັ້ມງວດ.
ໃນໂອກາດດຽວກັນນີ້, ທ່ານ ພົອ ວິໄລ ຫລ້າຄຳຟອງ ຕາງໜ້າໃຫ້ແກ່ຄະນະພັກ, ຄະນະນຳ ພະນັກງານກຳລັງປ້ອງກັນຄວາມສະຫງົບ ໄດ້ກ່າວສະແດງ ຄວາມຂອບໃຈ ແລະ ພາກພູມໃຈ ຕໍ່ການນຳຂອງອົງການໄອຍະການປະຊາຊົນສູງສຸດ ພ້ອມດ້ວຍຄະນະ ທີ່ໄດ້ມາຢ້ຽມຢາມ ແລະ ອວຍພອນໄຊອັນປະເສີດ ໃນຄັ້ງນີ້ ແລະ ຂໍອວຍພອນໄຊໃຫ້ ການນຳອົງການໄອຍະການປະຊາຊົນສູງສຸດ ພ້ອມດ້ວຍຄະນະ ຕະຫລອດຮອດພະນັກງານອົງການໄອຍະການປະຊາຊົນທຸກສະຫາຍ ຈົ່ງມີສຸຂະພາບແຂງແຮງ ມີພະລານາໄມສົມບູນ ເຮັດສໍາເລັດໜ້າທີ່ການເມືອງຕາມຄາດໝາຍທີ່ວາງໄວ້.
อาจเป็นรูปภาพของ 11 คน ອົງການໄອຍະການປະຊາຊົນສູງສຸດ ເຂົ້າອວຍພອນວັນສ້າງຕັ້ງກຳລັງ ປກສ ຄົບຮອບ 62 ປີ - 339657535 1981816692170061 2016437717359125592 n - ອົງການໄອຍະການປະຊາຊົນສູງສຸດ ເຂົ້າອວຍພອນວັນສ້າງຕັ້ງກຳລັງ ປກສ ຄົບຮອບ 62 ປີ
ແຫລ່ງຂ່າວ: ຂປລ
ອົງການໄອຍະການປະຊາຊົນສູງສຸດ ເຂົ້າອວຍພອນວັນສ້າງຕັ້ງກຳລັງ ປກສ ຄົບຮອບ 62 ປີ - 3 - ອົງການໄອຍະການປະຊາຊົນສູງສຸດ ເຂົ້າອວຍພອນວັນສ້າງຕັ້ງກຳລັງ ປກສ ຄົບຮອບ 62 ປີ
ອົງການໄອຍະການປະຊາຊົນສູງສຸດ ເຂົ້າອວຍພອນວັນສ້າງຕັ້ງກຳລັງ ປກສ ຄົບຮອບ 62 ປີ - 5 - ອົງການໄອຍະການປະຊາຊົນສູງສຸດ ເຂົ້າອວຍພອນວັນສ້າງຕັ້ງກຳລັງ ປກສ ຄົບຮອບ 62 ປີ
ອົງການໄອຍະການປະຊາຊົນສູງສຸດ ເຂົ້າອວຍພອນວັນສ້າງຕັ້ງກຳລັງ ປກສ ຄົບຮອບ 62 ປີ - 4 - ອົງການໄອຍະການປະຊາຊົນສູງສຸດ ເຂົ້າອວຍພອນວັນສ້າງຕັ້ງກຳລັງ ປກສ ຄົບຮອບ 62 ປີ