ເຈົ້າແຂວງສະຫວັນນເຂດ ເຂົ້າຮ່ວມງານບຸນ ມະຫາກຸສົນ ສູດຕັ້ງເສົາເອກ ແລະ ຕອກເສົາເງິນ ເສົາຄໍາ ສາລາໂຮງທໍາຫລັງໃໝ່ 

ເຈົ້າແຂວງສະຫວັນນເຂດ ເຂົ້າຮ່ວມງານບຸນ ມະຫາກຸສົນ ສູດຕັ້ງເສົາເອກ ແລະ ຕອກເສົາເງິນ ເສົາຄໍາ ສາລາໂຮງທໍາຫລັງໃໝ່  - 339292535 3351247681855929 134877031020848876 n - ເຈົ້າແຂວງສະຫວັນນເຂດ ເຂົ້າຮ່ວມງານບຸນ ມະຫາກຸສົນ ສູດຕັ້ງເສົາເອກ ແລະ ຕອກເສົາເງິນ ເສົາຄໍາ ສາລາໂຮງທໍາຫລັງໃໝ່ 
ເຈົ້າແຂວງສະຫວັນນເຂດ ເຂົ້າຮ່ວມງານບຸນ ມະຫາກຸສົນ ສູດຕັ້ງເສົາເອກ ແລະ ຕອກເສົາເງິນ ເສົາຄໍາ ສາລາໂຮງທໍາຫລັງໃໝ່  - kitchen vibe - ເຈົ້າແຂວງສະຫວັນນເຂດ ເຂົ້າຮ່ວມງານບຸນ ມະຫາກຸສົນ ສູດຕັ້ງເສົາເອກ ແລະ ຕອກເສົາເງິນ ເສົາຄໍາ ສາລາໂຮງທໍາຫລັງໃໝ່ 
ວັນທີ 5 ເມສາ 2023 ນີ້,ຢູ່ທີ່ວັດເຈຕິຍາຣາມ ວັດພຣະທາດໂຜ່ນ ເມືອງໄຊພູທອງ ແຂວງສະຫວັນນະເຂດ ໄດ້ຈັດງານບຸນກຸສົນຕັ້ງເສົາເອກ ແລະ ຕອກເສົາເງິນ ເສົາຄໍາ ຂື້ນຢ່າງເປັນທາງການ .ຝ່າຍສົງມີຍາທ່ານ ປານ ສຸພັນໂທ ຄະນະ(ອພສ)ສູນກາງ ເຈົ້າຄະນະແຂວງ, ຍາທ່ານ ທອງດໍາ ຈັນທະວົງ ເຈົ້າຄະນະສົງເມືອງໄຊພູທອງ ພ້ອມດ້ວຍພຣະສົງສໍາມະເນນ, ພາຍນອກມີທ່ານ ບຸນໂຈມ ອຸບຸນປະເສີດ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນເຂດ ພ້ອມຄະນະການນໍາຂັ້ນຕ່າງໆຂອງແຂວງ ແລະ ການນໍາຂອງເມືອງໄຊພູທອງ ເຂົ້າຮ່ວມ.
ໃນງານບຸນດັ່ງກ່າວ ທ່ານເຈົ້າ ແຂວງສະຫວັນນະເຂດ ພ້ອມດ້ວຍຄະນະນໍາຂັ້ນສູງຂອງແຂວງ,ຂອງເມືອງກໍ່ໄດ້ຮ່ວມກັນໃສ່ບາດຢາດນໍ້າຖວາຍທານ ແລະ ປະກອບທຶນສົມທົບການກໍ່ສ້າງສາລາໂຮງທໍາຫຼັງໃໝ່ ເພຶ່ອເປັນສ່ວນບຸນສ່ວນກຸສົນ ແລະ ປ່ອນແຜ່ນເງິນ ແຜ່ນທອງລົງເສົາເອກ ເພື່ອເປັນສິລຸມຸງຄຸນ ໃນການສ້າງສາລາໂຮງທໍາຫຼັງດັ່ງກ່າວ.ເຊິ່ງສາລາໂຮງທໍາຫຼັງເກົ່າແມ່ນໄດ້ສ້າງຂື້ນໃນວັນທີ 27 ພຶດສະ ພາ 1998 ແລະ ສໍາເລັດໃນປີ 2003.ໃນສະໄໝອາດີດຍາພໍ່ສົມ ເຈົ້າອະທິການວັດ.ມີລວງຍາວ 25 ແມັດ,ກວ້າງ 16 ແມັດ,ສູງ17 ແມັດເຊິ່ງກໍ່ສ້າງໃນມູນຄ່າ 2 ຕື້ກວ່າກີບ.ເຊິ່ງມາຮອດໄລຍະນີ້ແມ່ນເຫັນວ່າສາລາໂຮງທໍາຫຼັງເກົ່າ ແມ່ນຈະໄດ້ຍົກຍ້າຍອອກ ເພື່ອບໍ່ໃຫ້ມີແນວບົດບັງທີວທັດຂອງອົງພະທາດໂຜ່ນ ແລະ ເຮັດໃຫ້ພະທາດສະຖິດ ຕັ້ງສູງສະຫງ່າ ໂດດເດັ່ນຂື້ນກວ່າເກົ່າ,ເພາະສະຖານ ທີ່ທ່ອງທ່ຽວພະທາດໂຜ່ນແຫ່ງນີ້ ແມ່ນເປັນແຫຼງທ່ອງທີ່ມີຊື່ສຽງ ແລະ ເປັນພະທາດມິ່ງບ້ານ ມິ່ງເມືອງ ຂອງຊາວແຂວງສະຫວັນນະເຂດ ເວົ້າລວມ,ເວົ້າສະເພາະກໍ່ຄືຊາວເມືອງໄຊພູທອງ ທີ່ສາມາດດຶງດູດນັກທ່ອງທ່ຽວໄດ້ໃນແຕ່ລະເດືອນ 6.300 ກວ່າຄົນ, ແລະ ສ້າງລາຍຮັບໄດ້ສູງເຖິງ 200-300 ລ້ານກີບ ຕໍ່ເດືອນ ເຊິ່ງເປັນທ່າແຮງໜຶ່ງໃນການສ້າງສາພັດທະນາພື້ນຖານໂຮງລ່າງ ແລະ ສ້າງສະຖານທີ່ອໍານວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະທດ ໄດ້ເຫັນໄດ້ຊົມ.ສ່ວນສາລາໂຮງທໍາຫຼັງໃໝ່ແມ່ນມີຮູບຊົງສິນລະປະລາວ ລ້ານຊ້າງ ມີຄວາມຍາວ 30 ແມັດ,ກວ້າງ 16 ແມັດ ແລະ ສູງ 17 ແມັດ. ໂອກາດດຽວກັນນັ້ນ, ທ່ານ ເຈົ້າແຂວງສະຫວັນນະເຂດ ກໍ່ຍັງໄດ້ຮ່ວມພິທີຫົດສົງພຣະ ຢູ່ໃນພະທາດໂຜ່ນ ເຊິ່ງໃນທຸກໆປີພໍຮອດມື້ອອກໃໝ່ 15 ຄໍາເດືອນ 5 ກໍ່ໄດ້ນໍາເອົາພຣະພຸທະຮູບຢູ່ໃນພະທາດອອກມາຫົດສົງ ຕາມທີ່ໄດ້ເຄີຍປະຕິບັດກັນມາບໍ່ໄດ້ຂາດ.
ຈາກນັ້ນ, ທ່ານ ເຈົ້າແຂວງສະຫວັນນເຂດ ພ້ອມຄະນະກໍ່ຍັງໄດ້ໄປເບິ່ງຈຸດທີ່ຕັ້ງໂຮງງານລະບົບນໍ້າປະປາ ຢູ່ເຂດກຸ່ມບ້ານທີໜຶ່ງ ເທດສະບານເມືອງໄຊພູທອງ ມີຄວາມກວ້າງ 75 ແມັດ,ຍາວ 100 ແມັດ,ມີເນື້ອທີ່ທັງໝົດ 7.407 ຕາແມັດ ເຊິ່ງ ແມ່ນດູດຈາກນໍ້າຂອງຂື້ນມາຈຸດທີ່ຕັ້ງອ່າງນໍ້າ ຢູ່ເຂດບ້ານ ພູມມະເຈດີ ຫ່າງຈາກໂຮງງານ 8 ກິໂລແມັດ ມີຂະໜາດ 20X20 ແມັດ ແລະ ຈຸດທີ່ຕັ້ງສະຖານີສູບນໍ້າສົ່ງ ແມ່ນຕັ້ງຢູ່ເຂດບ້ານມ່ວງໄຂ່.ປະກອບມີ 16 ບ້ານເປົ້າໝາຍທີ່ນອນໃນໂຄງການ ມີປະຊາກອນທັງໝົດ 24.189 ຄົນ, ມີ 4.683 ຄົວເຮືອນ,ມີ 5.000 ຫຼັງຄາ,ມີ 6.043 ຄອບຄົວ. ໂດຍໄດ້ຮັບທຶນຊ່ວຍເຫຼືອລ້າຈາກອົງການສະຫະປະຊາຊາດ ດ້ານເຄຫະສະຖານ(UN-HABITAT)ເປັນຜູ້ໃຫ້ທຶນ.ຈາກນັ້ນທ່ານເຈົ້າແຂວງກໍ່ໄດ້ໄປເບິ່ງເຂດພື້ນທີ່ການຜະລິດເຂົ້າຢູ່ເຂດກຸ່ມບ້ານທີ 4 ບ້ານມ່ວງໄຂ່ຕື່ມອີກ.
อาจเป็นรูปภาพของ 12 คน, ผู้คนกำลังยืน และ กลางแจ้ง ເຈົ້າແຂວງສະຫວັນນເຂດ ເຂົ້າຮ່ວມງານບຸນ ມະຫາກຸສົນ ສູດຕັ້ງເສົາເອກ ແລະ ຕອກເສົາເງິນ ເສົາຄໍາ ສາລາໂຮງທໍາຫລັງໃໝ່  - 339136722 1001839014119253 1235033810974548709 n - ເຈົ້າແຂວງສະຫວັນນເຂດ ເຂົ້າຮ່ວມງານບຸນ ມະຫາກຸສົນ ສູດຕັ້ງເສົາເອກ ແລະ ຕອກເສົາເງິນ ເສົາຄໍາ ສາລາໂຮງທໍາຫລັງໃໝ່ 
ຂ່າວ-ພາບ: ພັນທະມິດ ວົງສຸທິ
ເຈົ້າແຂວງສະຫວັນນເຂດ ເຂົ້າຮ່ວມງານບຸນ ມະຫາກຸສົນ ສູດຕັ້ງເສົາເອກ ແລະ ຕອກເສົາເງິນ ເສົາຄໍາ ສາລາໂຮງທໍາຫລັງໃໝ່  - 4 - ເຈົ້າແຂວງສະຫວັນນເຂດ ເຂົ້າຮ່ວມງານບຸນ ມະຫາກຸສົນ ສູດຕັ້ງເສົາເອກ ແລະ ຕອກເສົາເງິນ ເສົາຄໍາ ສາລາໂຮງທໍາຫລັງໃໝ່ 
ເຈົ້າແຂວງສະຫວັນນເຂດ ເຂົ້າຮ່ວມງານບຸນ ມະຫາກຸສົນ ສູດຕັ້ງເສົາເອກ ແລະ ຕອກເສົາເງິນ ເສົາຄໍາ ສາລາໂຮງທໍາຫລັງໃໝ່  - 3 - ເຈົ້າແຂວງສະຫວັນນເຂດ ເຂົ້າຮ່ວມງານບຸນ ມະຫາກຸສົນ ສູດຕັ້ງເສົາເອກ ແລະ ຕອກເສົາເງິນ ເສົາຄໍາ ສາລາໂຮງທໍາຫລັງໃໝ່ 
ເຈົ້າແຂວງສະຫວັນນເຂດ ເຂົ້າຮ່ວມງານບຸນ ມະຫາກຸສົນ ສູດຕັ້ງເສົາເອກ ແລະ ຕອກເສົາເງິນ ເສົາຄໍາ ສາລາໂຮງທໍາຫລັງໃໝ່  - 5 - ເຈົ້າແຂວງສະຫວັນນເຂດ ເຂົ້າຮ່ວມງານບຸນ ມະຫາກຸສົນ ສູດຕັ້ງເສົາເອກ ແລະ ຕອກເສົາເງິນ ເສົາຄໍາ ສາລາໂຮງທໍາຫລັງໃໝ່