ປີ 2022 ນະຄອນຫລວງວຽງຈັນ ສຳເລັດອອກໃບຢັ້ງຢືນຊໍາລະສະສາງໄດ້ 547 ໂຄງການ ມູນຄ່າ 78,70 ຕື້ກີບ

ປີ 2022 ນະຄອນຫລວງວຽງຈັນ ສຳເລັດອອກໃບຢັ້ງຢືນຊໍາລະສະສາງໄດ້ 547 ໂຄງການ ມູນຄ່າ 78,70 ຕື້ກີບ - 340756697 529425072698156 6500539210141781705 n - ປີ 2022 ນະຄອນຫລວງວຽງຈັນ ສຳເລັດອອກໃບຢັ້ງຢືນຊໍາລະສະສາງໄດ້ 547 ໂຄງການ ມູນຄ່າ 78,70 ຕື້ກີບ
ປີ 2022 ນະຄອນຫລວງວຽງຈັນ ສຳເລັດອອກໃບຢັ້ງຢືນຊໍາລະສະສາງໄດ້ 547 ໂຄງການ ມູນຄ່າ 78,70 ຕື້ກີບ - kitchen vibe - ປີ 2022 ນະຄອນຫລວງວຽງຈັນ ສຳເລັດອອກໃບຢັ້ງຢືນຊໍາລະສະສາງໄດ້ 547 ໂຄງການ ມູນຄ່າ 78,70 ຕື້ກີບ

ທ່ານ ຈັນສະຫວ່າງ ຫິມປະພັນ ຮອງປະທານຄະນະກວດກາພັກ-ລັດ ນວ ລາຍງານ ຕໍ່ກອງປະຊຸມສະຫຼຸບວຽກງານກວດກາ ປະຈຳປີ 2022 ແລະ ທິດທາງແຜນການ ປະຈຳປີ 2023 ທົ່ວນະຄອນຫຼວງວຽງຈັນ (ນວ)  ວັນທີ 4 ເມສາ 2023 ຜ່ານມານີ້ວ່າ: ຜ່ານການຈັດຕັ້ງປະຕິບັດວຽກງານກວດກາ ປີ 2022 ມີຫຼາຍດ້ານຍາດໄດ້ຜົນງານພົ້ນເດັ່ນ ໂດຍສະເພາະແມ່ນ ວຽກງານຕິດຕາມ-ກວດກາບໍລິຫານລັດ ໄດ້ຕິດຕາມໂຄງການລົງທຶນຂອງລັດ ປີ 2022 ໄດ້ຮັບງົບປະມານໂຄງການລົງທຶນຂອງລັດ ທັງໝົດ 558 ໂຄງການ ລວມມູນຄ່າ 81,38 ຕື້ກີບ.

ປີ 2022 ນະຄອນຫລວງວຽງຈັນ ສຳເລັດອອກໃບຢັ້ງຢືນຊໍາລະສະສາງໄດ້ 547 ໂຄງການ ມູນຄ່າ 78,70 ຕື້ກີບ - 340763353 676328624498116 4353465645635181514 n - ປີ 2022 ນະຄອນຫລວງວຽງຈັນ ສຳເລັດອອກໃບຢັ້ງຢືນຊໍາລະສະສາງໄດ້ 547 ໂຄງການ ມູນຄ່າ 78,70 ຕື້ກີບ

ປີ 2022 ນະຄອນຫລວງວຽງຈັນ ສຳເລັດອອກໃບຢັ້ງຢືນຊໍາລະສະສາງໄດ້ 547 ໂຄງການ ມູນຄ່າ 78,70 ຕື້ກີບ - Visit Laos Visit SALANA BOUTIQUE HOTEL - ປີ 2022 ນະຄອນຫລວງວຽງຈັນ ສຳເລັດອອກໃບຢັ້ງຢືນຊໍາລະສະສາງໄດ້ 547 ໂຄງການ ມູນຄ່າ 78,70 ຕື້ກີບ

ສາມາດອອກໃບຢັ້ງຢືນຊໍາລະສະສາງໂຄງການລົງທຶນຂອງລັດ ໄດ້ 547 ໂຄງການ ມູນຄ່າ 78,70 ຕື້ກີບ ເທົ່າກັບ 96,70% ຂອງແຜນການປີ ໄດ້ຮັບງົບປະມານຈາກກອງທຶນທາງ 32 ໂຄງການ ເປັນທຶນ 5,59 ຕື້ກີບ ແລະ ໄດ້ຮັບການຊຳລະໜີ້ສິນໂຄງການລົງທຶນຂອງລັດ ບ້ວງເງິນເກີນແຜນປີ 2021 ຈຳນວນ 289 ໂຄງການ ເປັນທຶນ 73,20 ຕື້ກີບ ສາມາດປະຕິບັດໄດ້ 286 ໂຄງການ ເປັນທຶນ 72,99 ຕື້ກີບ ເທົ່າກັບ 99,72%.

ໄດ້ຕິດຕາມກວດກາໂຄງການລັດ ຢູ່ຂັ້ນເມືອງ 231 ໂຄງການ ມູນຄ່າ 14,98 ຕື້ກີບ ໃນນີ້ໄດ້ຕິດຕາມກວດກາ 72 ໂຄງການ ປະຕິບັດສຳເລັດ 31 ໂຄງການ ມູນຄ່າ 0,77 ຕື້ກີບ, ສືບຕໍ່ປະຕິບັດ 26 ໂຄງການ ມູນຄ່າ 0,16 ຕື້ກີບ, ຢຸດເຊົາ 15 ໂຄງການ ມູນຄ່າ 0,84 ຕື້ກີບ.

ສຳລັບທິດທາງໃນປີນີ້ ຈະເອົາໃຈໃສ່ໃນການຕິດຕາມກວດກາໂຄງການລົງທຶນຂອງລັດ ເລີ່ມແຕ່ຫົວທີ, ໂຄງການລົງທຶນຂອງລັດ ທີ່ມີມູນຄ່າ 10 ຕື້ກີບຂຶ້ນ, 10 ຕື້ລົງ, ຕິດຕາມກວດກາການຄຸ້ມຄອງນຳໃຊ້ເງິນກອງທຶນ ຢູ່ບັນດາພະແນກການ, ອົງການທຽບເທົ່າ ແລະ ບັນດາເມືອງ; ຄຸ້ມຄອງປົກປັກຮັກສາການນຳໃຊ້ຊັບພະຍາກອນຕ່າງໆ ເປັນຕົ້ນ: ການຂຸດຄົ້ນ ແລະ ປະຕິບັດພັນທະດິນດຳ-ດິນແດງ, ແຮ່-ຫີນ-ຊາຍ, ການສຳປະທານດິນລັດ, ບັນຫາໄມ້ປ່ອງ ແລະ ອື່ນໆ.

 

ປີ 2022 ນະຄອນຫລວງວຽງຈັນ ສຳເລັດອອກໃບຢັ້ງຢືນຊໍາລະສະສາງໄດ້ 547 ໂຄງການ ມູນຄ່າ 78,70 ຕື້ກີບ - 5 - ປີ 2022 ນະຄອນຫລວງວຽງຈັນ ສຳເລັດອອກໃບຢັ້ງຢືນຊໍາລະສະສາງໄດ້ 547 ໂຄງການ ມູນຄ່າ 78,70 ຕື້ກີບ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!