FBI ເຕືອນຊາວອາເມລິກາຢ່າສຽບມືຖືຕາມບ່ອນຊາກຟຣີ ອາດຖືກແຮັກຂໍ້ມູນໄດ້ງ່າຍໆ

ສໍານັກງານສອບສວນກາງຂອງອາເມລິກາ ຫລື FBI ໄດ້ອອກມາເຕືອນຊາວອາເມລິກາບໍ່ໃຫ້ສຽບສາຍສາກໂທລະສັບມືຖືຕາມຕູ້ຊາກໄຟຟຣີ ເນື່ອງຈາກອາດຖືກຊອບແວອື່ນໆທີ່ເຮັດໃຫ້ແຮັກເກີສາມາດເຂົ້າເຖິງຂໍ້ມູນໃນໂທລະສັບ, ແທັບແລັດ ຫລື ຄອມພິວເຕີທີ່ສຽບຊາກເອົາໄວ້ໄດ້.
ບັນຊີທະວິດເຕີຂອງ FBI ໃນເມືອງເດນເວີ ໄດ້ໂພສຂໍ້ຄວາມວ່າ: “ກະລຸນາຫລີກເວັ້ນການຊາກມືຖືຕາມຕູ້ຊາກຟຣີໃນສະໜາມບິນ, ໂຮງແຮມ ຫລື ສູນການຄ້າ ເນື່ອງຈາກຄົນຮ້າຍຄົ້ນພົບວິທີຈະໃຊ້ພອດ USB ຕາມສະຖານທີ່ສາທາລະນະເພື່ອປ່ອຍມັລແວ ແລະ ຊອບແວຕ່າງໆໄປຫາອຸປະກອນຂອງປະຊາຊົນ, ທາງການຂໍແນະນໍາໃຫ້ເອົາສາຍຊາກ ແລະ ສາຍ USB ຂອງຕົນເອງ ແລະ ນໍາໃຊ້ກັບເຕົ້າຮັບປັກໄຟໂດຍກົງແທນ”.
ນອກຈາກນີ້, FBI ຍັງໄດ້ໂພສຄໍາແນະນໍາທີ່ຄືກັນລົງໃນເວັບໄຊຂອງອົງກອນ, ແຕ່ບໍ່ໄດ້ລະບຸວ່າມີການແຮັກຂໍ້ມູນໃນລັກສະນະດັ່ງກ່າວກັບປະຊາຊົນແລ້ວ ຫລື ບໍ່ ໂດຍ FBI ໃນເມືອງເດນເວີຊີ້ແຈງພາຍຫລັງວ່າ: ການປະກາດດັ່ງກ່າວເປັນພຽງຄໍາແນະນໍາເທົ່ານັ້ນ ບໍ່ແມ່ນວ່າມີການແຮັກຂໍ້ມູນປະຊາຊົນເກີດຂຶ້ນຈົນຕ້ອງປະກາດແຈ້ງເຕືອນ.
ອ້າງອີງ: