ວັດທະນະທຳການດື່ມ ແລະ ອຸບັດເຫດ ເຮົາບໍ່ດື່ມບໍ່ເມົາແຕ່ຖືກຄົນອື່ນເມົາມາຕຳເຮົາ

ໂດຍ: ມຶກບໍ່ແຫ້ງ
ເມື່ອຮອດບຸນປີໃໝ່ລາວທຸກປີການເກີດອຸບັດເຫດແມ່ນສູງຂຶ້ນຢ່າງໜ້າຕົກໃຈ ເຊິ່ງນີ້ແມ່ນກ່ຽວຂ້ອງໂດຍກົງກັບວັດທະນະທຳການດື່ມທີ່ຂາດຄວາມຮັບຜິດຊອບ.
ພໍບຸນປີໃໝ່ລາວ ໂປໂລຫົວອອກມາ ເຊິ່ງນັບແຕ່ຕົ້ນເດືອນເມສາພຸ້ນລະ ການສະເຫຼີມສະຫຼອງກໍເປັນໄປຢ່າງຄຶກຄັກ ໂດຍສະເພາະການດື່ມສຸລາ ທີ່ມີຢູ່ທົ່ວທຸກຫົນແຫ່ງ ເຊິ່ງມັນກໍອາດເປັນເລື່ອງທຳມະດາໄປແລ້ວ.
ພວກເຮົາໄດ້ອ່ານ ແລະຮັບຮູ້ຂໍ້ມູນຢ່າງຫຼວງຫຼາຍກ່ຽວກັບການເກີດອຸບັດເຫດ ເທິງທ້ອງຖະໜົນ ເຊິ່ງໜຶ່ງໃນສາເຫດຕົ້ນຕໍກໍມາຈາກການດື່ມສິ່ງມຶນເມົາແລ້ວຂັບຂີ່ ອັນໄດ້ເກີດຄວາມເສຍທາງດ້ານຊີວິດ ແລະຊັບສິນເປັນຈຳນວນຫຼວງຫຼາຍ ເຮັດໃຫ້ຫຼາຍຄອບຄົວ ແທນທີ່ຈະມີຄວາມສຸກຊື່ນບານ ໃນມື້ບຸນປີໃໝ່ ກາຍເປັນຄວາມທຸກໂຊກເສົ້າຫງ່ວມເຫງົາ ຈາກການສູນເສຍຄົນທີ່ຮັກໄປ ຍ້ອນອຸບັດເຫດ.
ຕາມການລາຍງານຂອງເຈົ້າໜາທີ່, ການສະເຫຼີມສະຫຼອງບຸນປີໃໝ່ລາວ ແຕ່ລະປີ ມີຜູ້ເສຍຊີວິດບໍ່ແມ່ນໜ້ອຍ. ນອກນັ້ນ, ຍັງມີຜູ້ບາດເຈັບຈຳນວນຫຼາຍ ໜໍາຊໍ້າກໍເກີດ ເປັນຄົນເສຍອົງຄະກໍມີ, ພ້ອມນັ້ນ ພາຫະນະເປ່ເພ ຈຳນວນຫຼວງຫຼາຍ ເຮັດໃຫ້ເກີດການສູນເສຍ ທາງຊັບສິນ ບໍ່ແມ່ນໜ້ອຍ.
ຜູ້ຂຽນຍັງຈື່ໄດ້ດີ ທີ່ເຈົ້າໜ້າທີ່ຜູ້ໜຶ່ງ ໄດ້ເຕືອນພວກເຮົາວ່າ “ເມື່ອເກີດອຸບັດເຫດຂຶ້ນແລ້ວ ມີແຕ່ແນວເສຍ ເພາະ ຖ້າບໍ່ເສຍຊີວິດ ພວກເຮົາກໍເສຍຊັບສິນຂອງສ່ວນບຸກຄົນ ກໍຄືຂອງຊາດ ເພາະ ພຽງແຕ່ ນ໋ອດ ອັນດຽວຂອງລົດພວກເຮົາກໍຍັງບໍ່ສາມາດຜະລິດເອງໄດ້ເທື່ອ”, ຍ້ອນແນວນັ້ນອຸບັດເຫດ ຈຶ່ງເປັນສິ່ງກຳລັງຄຸກຄາມ ທັງຊີວິດ ແລະຊັບສິນຂອງຄົນລາວຢ່າງແທ້ຈິງ.
ຍາມບຸນປີໃໝ່ລາວ ຄືແນວນີ້ ຕາມຮີດຕາມຄອງເຮົາລະແມ່ນວ່າ ປະຊາຊົນພາກັນ ເລາະສົງພຣະ, ລູກຫຼານສົມມາ ຄາລະວະ ພໍ່ແມ່ ປູ່ຍ່າ ຕາຍາຍ, ເຂົາຮ່ວມພິທີທາງສາສໜາຕ່າງໆ ແລະ ມີການຊຸມແຊວພໍປະມານ ແຕ່ໃນປັດຈຸບັນ ພວກເຮົາ ເຫັນວ່າ ຄົນສ່ວນໃຫຍ່ ໂດຍສະເພາະ ກຸ່ມຄົນຮຸ່ນໜຸ່ມ ຫຼາຍເທື່ອ ກໍເຫັນ ເດັກນ້ອຍ ພາກັນດື່ມເຫຼົ້າ ເມົາສຸລາ ແລ້ວຂັບຂີ່ລົດໄວ ເກີນຂອບເຂດ ເປັນສິ່ງແຜ່ຫຼາຍ.
ກິນເຫຼົ້າເມົາ ແລ້ວພາກັນເຕັ້ນ ເປັນຈຸ້ມເປັນຍ່ອມ ຕາມແຄມທາງ ທີ່ທາງການເພິ່ນ ຫ້າມ ໂດຍສະເພາະ ໂມງເວລາ, ບາງກຸ່ມກ້ອນ ພາກັນເຕັ້ນ ສາດນໍ້າໃສ່ ຜູ້ຄົນໄປມາ ຈົນຮອດຄໍ່າມືດ ທີ່ສ່ຽງຕໍ່ການເກີດອຸບັດເຫດ ບໍ່ແມ່ນໜ້ອຍ ເຊິ່ງຕ້ອງມີການຄວບຄຸມຢ່າງເຄັ່ງຄັດຕຶ່ມ.
ຫຼາຍຄົນຈົນເວົ້າວ່າ ນີ້ມັນບໍ່ແມ່ນບຸນປີໃໝ່ລາວແລ້ວ, ມັນແມ່ນບຸນແຫ່ງການກິນເຫຼົ້າເມົາຢາ ກ້າວໄປເຖິງການ ສືບທອດຈາກຄົນຮຸ່ນໜຶ່ງ ໄປສູ່ອີກຮຸ່ນໜຶ່ງ ທີ່ການກິນເຫຼົ້າ ຊຸມແຊວເກີນຂອບເຂດ ຂາດຄວາມຮັບຜິດຊອບ, ກິນຈົນບໍ່ຮູ້ສະຕິ ແລ້ວກ້າວໄປສູ່ການເກີດ ອຸບັດເຫດ ເທິງທ້ອງຖະໜົນ ຢູ່ທົ່ວທຸກຫົນແຫ່ງ. ຈາກສິ່ງດັ່ງກ່າວ ໃຜໆກໍວ່າ “ບໍ່ກ້າໄປທາງໃດ ຢ້ານ… ເພິ່ນມາຕໍາ”.
ເມື່ອໄດ້ຍິນແບບນີ້ແລ້ວ ມັນກໍໜ້າຄິດຄືກັນເນາະວ່າ ຍາມບຸນຍາມສິນ ເຮົາພັດຢ້ານ ຍ້ອນຄວາມບໍ່ເປັນລະບຽບ ຮຽບຮ້ອຍ, ຍ້ອນການຂາດຈິດສຳນຶກ ຂາດຄວາມຮັບຜິດຊອບ ຂອງຄົນຈຳນວນຫຼາຍ ທີ່ພວກເຮົາ ຍັງບໍ່ສາມາດ ຄວບຄຸມໄດ້ ເຊິ່ງກຳລັງ ຂົ່ມຂູ່ຊີວິດ ຜູ້ຄົນທຸກມື້ ໂດຍສະເພາະຍາມບຸນຄືແນວນີ້. ເມື່ອເປັນເຊັ່ນນັ້ນ ພວກເຮົາຈະເຮັດແນວໃດໃຫ້ວັດທະນະທຳ ການດື່ມຂອງຄົນລາວຢູ່ໃນຄວາມເໝາະສົມ, ຮັກສາໄດ້ຮີດຄອງປະນີ ໜີຈາກອຸບັດເຫດ ທີ່ເກີດຈາກການດື່ມສິ່ງມຶນເມົາແລ້ວຂັບຂີ່.