UN ປະນາມມຽນມາໂຈມຕີທາງອາກາດຖະຫລົ່ມກຸ່ມຕໍ່ຕ້ານ ເສຍຊີວິດ 50 ຄົນ

ກໍລະນີກອງທັບມຽນມາໂຈມຕີທາງອາກາດຖະຫລົ່ມເປົ້າໝາຍກຸ່ມຕໍ່ຕ້ານທີ່ເຂົ້າຮ່ວມພິທີເປີດສໍານັກງານກອງກໍາລັງພິທັກປະຊາຊົນ (People’s Defence Force: PDF) ຢູ່ບ້ານປາຊິກຢີ ໃນພາກພື້ນສະກາຍ ຈົນສົ່ງຜົນໃຫ້ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 50 ຄົນ ແລະ ບາດເຈັບອີກຈໍານວນຫລາຍ.
ຫລ້າສຸດອົງການສະຫະປະຊາຊາດ (UN) ໄດ້ອອກມາສະແດງທ່າທີຕໍ່ເຫດການທີ່ເກີດຂຶ້ນ ໂດຍທ່ານ ອັນໂຕນິໂອ ກູເຕີເຣສ ເລຂາທິການສະຫະປະຊາຊາດ ເຜີຍແພ່ຖະແຫລງການຜ່ານໂຄສົກສ່ວນຕົວ “ຂໍປະນາມຢ່າງຮຸນແຮງຕໍ່ການໂຈມຕີໂດຍຝີມືກອງທັບມຽນມາ ແລະ ຮຽກຮ້ອງໃຫ້ຜູ້ຮັບຜິດຊອບຖືກລົງໂທດ”. ຂະນະດຽວກັນ ຍັງເນັ້ນຂໍ້ຮຽກຮ້ອງໃຫ້ກອງທັບມຽນມາຢຸດການໃຊ້ຄວາມຮຸນແຮງຕໍ່ປະຊາກອນມຽນມາທົ່ວປະເທດ.
ທັງນີ້, UN ບໍ່ຢືນຢັນຈໍານວນຜູ້ເສຍຊີວິດຈາກການໂຈມຕີທີ່ເກີດຂຶ້ນ, ແຕ່ລະບຸວ່າມີພົນລະເຮືອນຫລາຍຄົນເສຍຊີວິດ.
ເຖິງຢ່າງໃດກໍຕາມ, ກອງທັບມຽນມາປະຕິເສດຂໍ້ກ່າວຫາຈາກນາໆຊາດທີ່ເບິ່ງວ່າພວກເຂົາກະທໍາການອັນໂຫດຮ້າຍຕໍ່ພົນລະເຮືອນ ໂດຍຊີ້ແຈງວ່າສິ່ງທີ່ເກີດຂຶ້ນຄືການຕໍ່ສູ້ກັບ “ກຸ່ມຜູ້ກໍ່ການຮ້າຍ” ທີ່ມຸ່ງຈະເຮັດໃຫ້ປະເທດສັ່ນຄອນ.
ອ້າງອີງ: